ກ້າວສູ່ມິຕິໃຫມ່ແຫ່ງຄວາມທັນສະໄໝ ໃຫ້ທຸກຄົນໄດ້ປ່ຽນ ບັດ ATM ຮູບແບບເກົ່າ
ມາເປັນ ບັດຊິບ ATM BCEL-UnionPay ຮູບແບບໃຫມ່
ເພີ່ມຄວາມປອດໄພ ໄດ້ມາດຕະຖານສາກົນ ແລະ ຟັງຊັ້ນ Tap & Go ເພີ່ມຄວາມໄວ ພຽງແຕ່ແຕະເພື່ອຈ່າຍ
ໃນການຊຳລະສິນຄ້າແຕ່ລະຄັ້ງ
📌ເລີ່ມປ່ຽນບັດຊິບ ATM BCEL-UnionPay ຮູບແບບໃໝ່
ພ້ອມກັນທົ່ວປະເທດ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ…
-----------------------------------------------
🔴ພິເສດໄປກວ່ານັ້ນແມ່ນໄດ້ພັດທະນາ ນະວັດຕະກໍາໃໝ່ ເຊິ່ງເປັນຄັ້ງທໍາອິດໃນ ສປປ ລາວ ທີ່ ລູກຄ້າສາມາດປ່ຽນບັດ ໃໝ່ໄດ້ດ້ວຍໂຕເອງໂດຍຜ່ານ ແອັບ BCEL One ທີ່ສາມາດເລືອກສະຖານທີ່ຮັບບັດໃໝ່ໄດ້.
🔴ລູກຄ້າທີ່ນໍາໃຊ້ບັດ ATM BCEL UnionPay ແບບເກົ່າສາມາດ ມາປ່ຽນເປັນບັດຮູບແບບໃໝ່ຕາມປະເພດບັດຂອງຕົນໄດ້ ໂດຍບໍ່ມີຄ່າທໍານຽມໃນການການປ່ຽນບັດ (ຟຣີ)
🔴ສາມາດປ່ຽນໄດ້ຜ່ານ 2 ຊ່ອງທາງຄື: ຜ່ານແອັບ BCEL One ແລະ ຜ່ານ Counter ບໍລິການ ທຸກສາຂາ ແລະ ໜ່ວຍບໍລິການ ຂອງ ທຄຕລ ທົ່ວປະເທດ;
🎊ປ່ຽນເພື່ອຍົກລະດັບສູ່ຄວາມທັນສະໄໝ_ດ້ວຍຮູບແບບການນໍາໃຊ້ທີ່ມີຫຼາກຫຼາຍມິຕິແລະຄຸນລັກສະນະທີ່ໂດດເດັ່ນກວ່າ…
 
ໝາຍເຫດ: ລິ້ງລາຍລະອຽດກ່ຽວກັບຜະລິດຕະພັນ https://www.bcel.com.la/bcel/product-review.html?prd=cards&id=unionpay 
-----------------------------------------------
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
👉 ສອບຖາມຂໍ້ມູນເພີ່ມຕື່ມ:
☎️ 1555
👉 ແກ້ໄຂບັນຫາການໃຊ້ບໍລິການ:
☎️ໂທ/ຂໍ້ຄວາມ ຫາ ທີມງານ OneCare Support ຜ່ານ ແອັບ BCELOne
👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
FB: BCEL Bank
IG: BCEL Bank
Youtube: BCEL Channel
TikTok: BCEL Bank