ຊື່ຜະລິດ​ຕະພັນ

ບໍລິການ BCEL Student Card  

ຄຸນລັກສະນະ

  • ແມ່ນການລວມເອົາບັດປະຈຳຕົວຂອງນັກສຶກສາທີ່ຈະເຂົ້າສຶກສາ ແລະ ກຳລັງສຶກສາຢູູ່ສະຖາບັນສຶກສາໃດໜຶ່ງ ເຂົ້າກັບບັດ ATM ຂອງ ທຄຕລ, ບັດດັ່ງກ່າວແມ່ນ ບັດປະຈຳຕົວຂອງນັກສຶກສາ ທີ່ສາມາດນໍາໄຊ້ເພີ່ອເຄີ່ອນໄຫວຕາມຂອບເຂດ ແລະ ລະບຽບຂອງສະຖາບັນການສຶກສາກຳນົດອອກໃນແຕ່ລະໄລຍະ, ເຊີ່ງບັດໄດ້ບົ່ງບອກເຖິງສະຖານະພາບຂອງການເປັນນັກສຶກສາທີ່ກໍາລັງສຶກສາໃນສະຖາບັນນັ້ນໆ ໃນຄະນະດຽວກັນບັດດັ່ງກ່າວ ຍັງສາມາດດຳເນີນທຸລະກຳທາງດ້ານການເງິນ ຕາມຄຸນລັກສະນະຂອງບັດ ATM ຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນທີ່ອອກໃຫ້ນັກ ສຶກສາຂອງສະຖາບັນການສຶກສາໃດໜຶ່ງ.

ຮູບແບບບັດ

  • ຮູບແບບບັດນັກສຶກສາເປັນ ບັດດຽວກັບບັດ ATM ຈະປະກອບມີ 2 ຮູບແບບຄື: ນັກສຶກສາພາກລັດ ແລະ ພາກເອກະຊົນ ທີ່ມີຮູບຮ່າງ, ລັກສະນະ, ສີສັນຂອງບັດຂຶ້ນກັບສະຖາບັນເປັນຜູ້ກຳນົດເຊິ່ງຕ້ອງໃຫ້ໄດ້ມາດຕະຖານສູນບັດສາກົນ ຢູນຽນເພ.

ຄຸນສົມບັດໃນການນໍາໃຊ້

 

  • ນໍາໃຊ້ເປັນບັດນັກສຶກສາຂອງສະຖາບັນການສຶກສາ
  • ສະດວກ,ສະບາຍ, ປະຢັດເວລາໂດຍບໍຕ້ອງພົກພາເງິນສົດ
  • ໃຊ້ເພື່ອຊໍາລະຄ່າຮຽນ ຫຼື ຄ່າບໍລິການຕ່າງໆ ຂອງສະຖາບັນໄດ້ທຸກເວລາ
  • ສະດວກຕໍ່ຜູ້ປົກຄອງຂອງທ່ານ ໃນການໂອນເງິນເຂົ້າບັນຊີ ຜ່ານຕູ້ ATM ຫຼື BCEL ONE
  • ສາມາດໂອນເງິນ,ຖອນເງິນ,ເຊັກຍອດບັນຊີ ເບິ່ງອັດຕາແລກປ່ຽນປະຈຳວັນ ແລະ ຊໍາລະຄ່າໄຟຟ້າໄດ້ຕະຫຼອດ 24ຊົ່ວໂມງຕາມຕູ້ ATM ຂອງ BCEL.
  • ສາມາດໃຊ້ໄດ້ທັງພາຍໃນ ແລະ ຕ່າງປະເທດຕາມຕູ້ ATM ເຄື່ອງຮັບບັດ EDC ຂອງ BCEL.
  • ສາມາດປ່ຽນເອົາບັດ ATM ທົ່ວໄປໄດ້ ຟີຣ ເມື່ອທ່ານພົ້ນຈາກການເປັນນັກສຶກສາ.
  • ນອກຈາກທ່ານມີບັດແລ້ວຍັງໄດ້ຮັບດອກເບ້ຍເຂົ້າບັນຊີຕາມລະບຽບທະນາຄານໃນແຕ່ລະໄລຍະ

ຄວາມສາມາດຂອງບັດ

  • ສາມາດນໍາໃຊ້ບໍລິການຕ່າງໆໄດ້ຢູ່ຕູ້ ATM ແລະ ເຄື່ອງຮັບບັດ EDC ຂອງ BCEL ພາຍໃນ ແລະ ນໍາໃຊ້ໄດ້ຄືບັດເອທີເອັມທົ່ວໄປຢູ່ຕ່າງປະເທດໂດຍຜ່ານລະບົບຂອງຢູນຽນເພ.

ຖອນເງິນສົດຜ່ານຕູ້ ATM ຂອງ BCEL

  • ສາມາດຖອນເງິນສົດໄດ້ຕະຫຼອດ 24 ຊົ່ວໂມງທີ່ຕູ້ ATM ຂອງ ທຄຕລ ທົ່ວປະເທດ.
  • ສາມາດຖອນເງິນສົດໄດ້ສູງສຸດ 9.000.000, 12.000.000, 15.000.000  ກິບ/ມື້ (ອີງຕາມປະເພດຂອງບັດ)
  • ຖອນໄດ້ 6 ຄັ້ງ/ມື້, 8ຄັ້ງ/ມື້ ຫຼື 10ຄັ້ງ/ມື້ (ອີງຕາມປະເພດຂອງບັດ)

ໂອນເງິນຜ່ານ

ຕູ້ ATM ຂອງBCEL

  • ທ່ານສາມາດໂອນເງິນຈາກບັນຊີ (ທີ່ລົງທະບຽນໄຊ້ບັດ ATM ເປັນບັດດຽວກັບບັດນັກສຶກສາ) ຫາບັນຊີອື່ນໃນເຄື່ອຂ່າຍ ຂອງ BCEL ໄດ້ຕະຫຼອດ 24 ຊົ່ວໂມງ ທົ່ວປະເທດໃນວົງເງິນຄື :
  • ໂອນເງິນບັນຊີກິບໄດ້ 100.000.000 ກິບ/ມື້/ບັນຊີ
  • ໂອນເງິນບັນຊີໂດລາໄດ້ 10.000 ໂດລາ/ມື້/ບັນຊີ
  • ໂອນເງິນບັນຊີບາດໄດ້ 300.000 ບາດ/ມື້/ບັນຊີ

ຊໍາລະຜ່ານເຄື່ອງຮັບບັດ

  • ທ່ານສາມາດນໍາໃຊ້ເພື່ອຊໍາລະຄ່າສິນຄ້າ ແລະ ບໍລິການຜ່ານເຄື່ອງຮັບບັດ EDC ຂອງ BCEL ຕາມຮ້ານຄ້າທີ່ມີສັນຍາລັກໂລໂກ້ຮັບບັດຂອງ BCEL ແລະ Union Pay (ໂດຍບໍ່ເສຍຄ່າທໍານຽມ)

ວົງເງິນໃນການ ຊໍາລະຜ່ານເຄື່ອງຮູດບັດ.

  • ການຊໍາລະຜ່ານເຄື່ອງຮັບບັດ (ທັງພາຍໃນ ແລະ ຕ່າງປະເທດ), ໃຊ້ບັດຢູ່ຕ່າງປະເທດ ສະເພາະບັດ BCEL UnionPay ສາມາດໃຊ້ໄດ້ 3,000ໂດລາ, 4,000ໂດລາ ຫຼື 5,000ໂດລາ/ຕໍ່ມື້ (ອີງຕາມປະເພດບັດ).
  • ໃຊ້ບັດຢູ່ພາຍໃນ/ມື້/ບັດ ເງິນກິບ 100.000.000 ກິບ, ເງິນໂດລາ 10.000 ໂດລາ, ເງິນບາດ 300.000 ບາດ