ສິນເຊື່ອທີ່ຢູ່ອາໄສ (BCEL Home Loan)

ຄຸນລັກສະນະ

  • ອັດຕາດອກເບ້ຍຕໍ່າ;
  • ວົງເງິນກູ້ຢືມສູງເຖິງ 70% ຂອງມູນຄ່າໂຄງການ;
  • ເໝາະສໍາລັບ ຊື້ດິນ, ປຸກສ້າງ, ກໍ່ສ້າງ-ຕໍ່ເຕີມທີ່ຢູ່ອາໄສ

ຈຸດເດັ່ນ

  • ໄລຍະເວລາກູ້ຢືມສູງສຸດ 10 ປີ
  • ຄິດໄລ່ດອກເບ້ຍ ຕາມຍອດເຫຼືອ
  • ບໍ່ຕ້ອງແບກຮັບພາລະດອກເບ້ຍສູງ

ຄຸນສົມບັດ

ຂອງຜູ້ກູ້ຢືມ

  • ພະນັກງານ (ສັນຊາດລາວ)
  • ມີປະຫວັດການເຮັດວຽກດີ
  • ບໍ່ເຄີຍເປັນໜີ້ເສຍຢູ່ທະນາຄານອື່ນ

ເອກະສານປະກອບຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້​ກູ້ຢືມ
  • ເອກະສານກ່ຽວກັບຫຼັກຊັບ
  • ເອກະສານລາຍຮັບ-ລາຍຈ່າຍ

ອັດຕາດອກເບ້ຍ (ຕໍ່ປີ)

  • ສະກຸນເງິນກີບ 7,00 - 7,25%

 

ຄ່າທໍານຽມ

  • ຄ່າທໍານຽມອະນຸມັດສິນເຊື່ອ: 0,4 % ຕາມວົງເງິນກູ້
  • ບໍ່ມີຄ່າທໍານຽມປະເມີນຫຼັກຊັບ

ໄລຍະເວລາກູ້ຢືມ

  • ສູງສຸດບໍ່ເກີນ 10 ປີ

ການຊໍາລະຄືນ

  • ຊໍາລະຕົ້ນທຶນ ແມ່ນແບ່ງງວດຊໍາລະແຕ່ລະເດືອນ ຫຼື ຕາມລາຍຮັບຕົວຈິງຂອງລູກຄ້າ

ຫຼັກຊັບຄໍ້າປະກັນ

  • ໃບຕາດິນ+ສິ່ງປຸກສ້າງ ແລະ ອື່ນໆ

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ

👉ສອບຖາມຂໍ້ມູນເພີ່ມຕື່ມ:
☎️ພະແນກຄຸ້ມຄອງສິນເຊື່ອ ໂທ: 021 213200-307 (ໃນໂມງແລະວັນລັດຖະການ)