ບັນຊີ​ເງິນ​ຝາກ​ປະຢັດ

ຄຸນລັກສະນະ

  • ບັນຊີເງິນຝາກປະຢັດ ໝາຍເຖິງເງິນຝາກທີ່ໄດ້ຮັບຜົນຕອບແທນຄືດອກເບັ້ຍ, ບໍ່ມີກໍານົດເວລາ ແລະ ລູກຄ້າຈະໄດ້ຮັບດອກເບັ້ຍຕາມນະໂຍບາຍທີ່ທາງທະນາຄານປະກາດໃຊ້ແຕ່ລະໄລຍະ ນໍາໃຊ້ປຶ້ມເງິນຝາກປະຢັດ ເພື່ອເຄື່ອນໄຫວທຸລະກໍາຕ່າງໆ ເຊັ່ນ: ຝາກເງິນສົດ, ຖອນເງິນສົດ, ໂອນເງິນ ແລະ ອື່ນໆ. ທຸກຄັ້ງ ທີ່ມີການເຄື່ອນໄຫວບັນຊີເງິນຝາກ ລູກຄ້າຕ້ອງຖືປຶ້ມເງິນຝາກປະຢັດມານໍາ ເພື່ອບັນທຶກລາຍການທີ່ມີການເຄື່ອນໄຫວບັນຊີ ໂດຍຜ່ານປ່ອງເຄົ້າເຕີ້ບໍລິການໃນໂມງບໍລິການຂອງວັນລັດຖະການ.
  • ສາມາດນໍາໃຊ້ຮ່ວມກັບຜະລິດຕະພັນຕ່າງໆ ຂອງ ທຄຕລ ເຊັ່ນ: ບັດ ATM, VISA, JCB, BCEL ONE, SMS, I-BANK ແລະ ອື່ນໆ... ກໍລະນີພິເສດ ສໍາລັບເດັກທີ່ໄປຮຽນຢູ່ຕ່າງປະເທດ: ຜູ້ປົກຄອງຂອງເດັກມີຄວາມຈໍາເປັນຕ້ອງການເປີດບັນຊີເງິນຝາກໃໝ່ໃຫ້ເດັກ ແລະ ຕ້ອງການອອກຜະລິດຕະພັນຂອງ ທຄຕລ ເພື່ອມອບໃຫ້ເດັກໄປນໍາໃຊ້ ຫຼື ເຄື່ອນໄຫວຕ່າງໆ ໃນຊ່ວງທີ່ໄປຮຽນຢູ່ຕ່າງປະເທດ ແມ່ນສາມາດເປີດບັນຊີເງິນຝາກທົ່ວໄປ ແລະ ອອກຜະລິດຕະພັນຂອງ ທຄຕລ ເຊັ່ນ: ບັດ ATM, VISA, JCB ແລະ BCEL ONE. ຂັ້ນຕອນການຂໍອະນຸມັດ ເພື່ອອອກຜະລິດຕະພັນ ພະນັກງານຜູ້ຮັບເອກະສານຈະຕ້ອງນໍາສະເໜີ ຜ່ານຄະນະຂະແໜງ ຫຼື ຄະນະໜ່ວຍບໍລິການ ເພື່ອກວດກາຄວາມຖືກຕ້ອງເສຍກ່ອນ ແລ້ວຈຶ່ງນໍາສະເໜີຂໍຄໍາເຫັນນໍາຄະນະສູນ, ຄະນະພະແນກ ຫຼື ຄະນະສາຂາ ທີ່ຕົນຂຶ້ນກັບ ເພື່ອພິຈາລະນາໃນການອະນຸມັດອອກຜະລິດຕະພັນດັ່ງກ່າວ ຢ່າງເປັນລາຍລັກອັກສອນ.

ຜົນປະໂຫຍດ

ທີ່ໄດ້ຮັບ

  • ເປັນ​ບັນຊີ​ທີ່​ໃຊ້​ໃນ​ການ​ປະຢັດ ​ແລະ ຊ່ວຍທ່ານໃນການທ້ອນ​ເງິນ;​​
  • ໄດ້ຮັບຜົນຕອບແທນຄືດອກເບັ້ຍ ເຊິ່ງທາງທະນາຄານ​ຈະ​ຈ່າຍ​ດອກ​ເບັ້ຍ 4 ຄັ້ງ​ຕໍ່​ປີ​ ຕາມ​ອັດຕາ​ດອກ​​ເບັ້ຍ​ເງິນ​ຝາກ​ທີ່ ທຄຕລ ປະກາດ​ໃຊ້​​ແຕ່ລະ​ໄລຍະ;
  • ສະດວກ​ໃນ​ການ​ຝາກ, ຖອນ,​ ໂອນ, ​​ແລກປ່ຽນ​ໄດ້​ທຸກ​ສາຂາ ​ແລະ ໜ່ວຍ​ບໍລິການ​ຂອງ ທຄຕລ ​​ໃນ​ທົ່ວ​ປະ​ເທດ;
  • ສາມາດ​​ສະ​ເໜີ​ອອກ​ບັດ ATM ​ພາຍໃນ, ບັດສາກົນ Credit ແລະ Debit ຂອງ ທຄຕລ ​ເພື່ອນໍາ​ໃຊ້​ບໍລິການຈາກ​ບັນຊີ​ເງິນ​ຝາກ​​ຜ່ານ​ຕູ້ ATM, ​ເຄື່ອງ EDC, ​ແລະ​ ຜ່ານຜະລິດ​ຕະພັນ BCEL One;
  • ສາມາດ ຝາກ-ຖອນ ໄດ້ຕະຫຼອດເວລາໂດຍຜ່ານຕູ້ຝາກເງິນ (CDM) ແລະ ຕູ້ຖອນເງິນ (ATM);
  • ສາມາດ​ຕິດຕາມ​ລາຍການ​ເຄື່ອນ​ໄຫວ​​ ແລະ​ ຍອດ​ເງິນ​​ເຫຼືອ​ໃນ​ບັນຊີ​ຜ່ານຜະລິດ​ຕະພັນ ​​SMS Banking, BCEL One, Internet Banking ແລະ Smart book;
  • ສາມາດ​ນໍາ​ໃຊ້​ເພື່ອ​ຢັ້ງຢືນ​ຖານະ​ການ​ເງິນ.
  • ສາມາດ​ຕິດຕາມອັດຕາ​ດອກ​ເບັ້ຍ ​ຜ່ານ​ເວ​ັບ​ໄຊທ໌​ຂອງ​ ທຄຕລ (www. bcel.com.la)

ຄ່າບໍລິການ

  • ວົງ​ເງິນ​ເປີດ​ບັນຊີ​​ ແລະ​ ຍອດ​ເຫຼືອ​ຕໍ່າ​ສຸດ​ໃນ​ບັນຊີ​ 50.000 ກີບ, 500 ບາດ, 10 ​ໂດ​ລາ , 50 ຢວນ
  • ຄ່າ​ທຳນຽມເປີດ​ບັນຊີ​ໃໝ່: 10,000 ກີບ, 2 ໂດ​ລາ, 50 ບາດ, 10 ຢວນ/​ບັນຊີ/​ຄັ້ງ

(ໝາຍເຫດ: ຄ່າທໍານຽມແມ່ນອີງຕາມຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)

ລະບຽບເງິນຝາກທີກຳນົດ

  • ເຈົ້າ​ຂອງ​ບັນຊີ​ຕ້ອງ​ຮັກສາ​ປຶ້ມ​ເງິນ​ຝາກ​ໄວ້​ທີ່​ປອດ​ໄພ, ຖ້າ​ປຶ້ມ​ເສຍ​ຫາຍ ຕ້ອງ​ແຈ້ງ​ໃຫ້​ທະນາຄານ​ຊາບ​ຢ່າງ​ເປັນ​ລາຍ​ລັກ​ອັກສອນໂດຍ​ດ່ວນ.
  • ​ໃນ​ກໍລະນີ​ຂໍ​ອອກ​ປື້​ມບັນຊີຫົວ​ໃໝ່ (ປຶ້ມ​ເປື້ອນ,ຈີກ​ຂາດ​ ແລະ ​ເສຍ​ຫາຍ) ທະນາຄານ​ຈະ​ເກັບ​ຄ່າ​ທຳນຽມ​ຕາມລະບຽບ​ທີ່​ປະກາດ​ໃຊ້​ໃນ​ແຕ່ລະ​ໄລຍະ.
  • ປຶ້ມ​ບັນຊີ​ເງິນ​ຝາກ​ໃຊ້​ໄດ້​ສະ​ເພາະ​ເຈົ້າ​ຂອງ​ບັນຊີ​ເທົ່າ​ນັ້ນ, ບໍ່​ສາມາດ​ປ່ຽນ​ມື​ໄດ້.