ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ

ຄຸນລັກສະນະ

  • ບັນຊີ​ເງິນ​ຝາກກະແສລາຍວັນ ໝາຍເຖິງບັນຊີເງິນຝາກທີ່ບໍ່ມີກໍານົດ, ບໍ່ມີດອກເບັ້ຍ ແລະ ນໍາໃຊ້ແຊັກເປັນສິ່ງຢັ້ງຢືນການຊໍາລະສະສາງຕ່າງໆ ເຈົ້າຂອງບັນຊີສາມາດເຊັນແຊັກສັ່ງຈ່າຍແທນການນໍາໃຊ້ເງິນສົດ, ເໝາະສໍາລັບການດໍາເນີນທຸລະກິດ ແລະ ຜູ້ທີ່ມີຈຸດປະສົງຢາກນໍາໃຊ້ແຊັກເພື່ອສັ່ງຈ່າຍຕ່າງໆ ເຈົ້າຂອງບັນຊີຕ້ອງຮັກສາເງິນໃນບັນຊີເງິນຝາກໃຫ້ມີຍອດເຫຼືອພຽງພໍກັບການສັ່ງຈ່າຍໃນແຕ່ລະຄັ້ງ. ເງິນຝາກປະເພດນີ້ສາມາດຕອບສະໜອງຜົນປະໂຍດໃຫ້ແກ່ລູກຄ້າໃນແຕ່ລະວັນໄດ້ຢ່າງກ້ວາງຂວາງ ດ້ວຍຮູບການຕ່າງໆເຊັ່ນ: ການຊໍາລະສະສາງດ້ວຍແຊັກ, ການໂອນເງິນ ແລະ ສັ່ງຈ່າຍເປັນເງິນສົດ ໂດຍຜ່ານປ່ອງເຄົ້າເຕີ້ບໍລິການໃນໂມງບໍລິການຂອງວັນລັດຖະການ.
  • ສາມາດນໍາໃຊ້ຮ່ວມກັບຜະລິດຕະພັນຕ່າງໆ ຂອງ ທຄຕລ ເຊັ່ນ: ບັດ ATM, VISA, JCB, BCEL ONE, SMS, I-BANK ແລະ ອື່ນໆ...ແລະ ສາມາດເປີດບັນຊີເງິນຝາກໃຫ້ລູກຄ້າ ຄື: ປະເພດບຸກຄົນທົ່ວໄປ, ປະເພດນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ ແລະ ສະຖາບັນການເງິນ.

(ບໍ່ອະນຸຍາດ ເປີດບັນຊີເງິນຝາກກະແສລາຍວັນໃຫ້ເດັກທີ່ມີອາຍຸຕໍ່າກ່ວາ 18 ປີ)

ຜົນປະໂຫຍດ

ທີ່ໄດ້ຮັບ

  • ເປັນບັນຊີທີ່ໃຊ້ໃນການໝູນວຽນ​ເງິນ​ໃນ​ບັນຊີເພື່ອປະກອບທຸລະກິດ.
  • ຫຼຸດຜ່ອນ​ຄວາມ​ສ່ຽງຕ່າງໆ​ໃນ​ການຮັກ​​​ເງິນສົດ​ໄວ້​ຈຳນວນ​ຫຼວງ​ຫຼາຍ​ເພື່ອທີ່​ຈະ​ລໍຖ້າ​ຊໍາລະ​ໃຫ້​ລູກ​ຄ້າ.
  • ໃຊ້ແຊັກໃນການສັ່ງ​ຈ່າຍ ​ເພື່ອຊໍາລະຄ່າສິນຄ້າ ​ແລະ ຄ່າ​ບໍລິການຕ່າງໆ​ແທນ​ການ​ນໍາ​ໃຊ້​ເງິນສົດ.
  • ສາມາດຝາກ, ຖອນ​ ແລະ ​ໂອນ​ເງິນ​​​ໄດ້​ຕາມ​ຈຸດ​ບໍລິການ​ລູກ​ຄ້າ​ຂອງ ທຄຕລ ທົ່ວ​ປະ​ເທດ.
  • ສາມາດ​ຂໍ​ຢັ້ງຢືນ​ແຊັກ​ເພື່ອ​ຈ່າຍ​ໃຫ້​ລູກ​ຄ້າ ຫຼື ​ໃຊ້​ຄ້ຳປະກັນ​ການ​ປະມູນ​ໄດ້.
  • ສາມາດ​​ສະ​ເໜີ​ອອກ​ບັດ ATM , ພາຍໃນ, ໝວດບັດສາກົນ Credit ແລະ Debit ຂອງ ທຄຕລ ທຸກປະເພດ ເພື່ອໃຊ້​ບໍລິການ ​​ຜ່ານ​ຕູ້ ATM, ​ເຄື່ອງ EDC, ຜ່ານ Internet Banking ແລະ BCEL One.
  • ສາມາດ​ຕິດຕາມ​ລາຍການ​ເຄື່ອນ​ໄຫວ​​ ແລະ​ ຍອດ​ເງິນ​​ເຫຼືອ​ໃນ​ບັນຊີ​ຜ່ານຜະລິດ​ຕະພັນ ​​SMS Banking, BCEL One, Internet Banking.
  • ສາມາດ​ນໍາ​ໃຊ້​ເພື່ອ​ຢັ້ງຢືນ​ຖານະ​ການ​ເງິນ.
  • ສາມາດ​ຕິດຕາມອັດຕາ​ດອກ​ເບ້ຍ ​ຜ່ານ​ເວ​ັບ​ໄຊທ໌​ຂອງ​ ທຄຕລ (www. bcel.com.la)

ຄ່າບໍລິການ

  • ວົງ​ເງິນ​ເປີດ​ບັນຊີ​​ ແລະ​ ຍອດ​ເຫຼືອ​ຕໍ່າ​ສຸດ​ໃນ​ບັນຊີ ​​ແມ່ນ​ 500.000 ກີບ, 50 ໂດ​ລາ, 2.000 ບາດ, 100 ຢວນ
  • ຄ່າທໍານຽມເປີດ​ບັນຊີ​ໃໝ່: 10,000 ກີບ, 2 ​ໂດ​ລາ, 50 ບາດ, 10 ຢວນ/ບັນຊີ​/ຄັ້ງ.
  • ຂໍຊື້​ປຶ້ມ​​ແຊັກ​ທະນາຄານ: 50,000 ກີບ, 7 ​ໂດ​ລາ, 220 ບາດ, 50 ຢວນ/ບັນຊີ/ຫົວ
  • ອອກປື້ມແຊັກດ່ວນ (ຮັບພາຍໃນມື້) ເກັບເພີ່ມ 20.000 ກີບ, 3 ໂດລາ, 90 ບາດ, 20 ຢວນ
  • ທຄຕລ ​ຈະ​ເກັບ​ຄ່າ​ບຳລຸງ​ຮັກສາ​ບັນຊີ​ເງິນ​ຝາກ​ປະ​ເພດ​ນີ້​ຈຳນວນ 3.500 ກີບ, 0,50​ ໂດ​ລາ, 16 ບາດ, 5 ຢວນ/​ບັນຊີ/​ເດືອນ

ລະບຽບເງິນຝາກແສລາຍວັນ

  • ນໍາ​ໃຊ້​ແຊັກ​​ໃນ​ການ​ເຄື່ອນ​ໄຫ​ວບັນຊີ​ທຸກ​ຄັ້ງ
  • ​ແຊັກ​ມີ​ອາຍຸ​ການ​ນໍາ​ໃຊ້ 180 ວັນ ນັບ​ແຕ່​ວັນ​ທີ​ທີ່​ໄດ້​ສັ່ງ​ຈ່າຍ​ເປັນ​ຕົ້ນ​ໄປ
  • ກໍລະນີ​ແຊັກ​ມີ​ການ​ປ່ຽນ​ແປງ​ເນື້ອ​ໃນ​ການ​ສັ່ງ​ຈ່າຍ​ເຊັ່ນ: ຊື່ ​ແລະ​ ນາມສະກຸນ, ​ເລກ​ບັນຊີ​ຜູ້​ຮັບ​ເງິນ, ວັນ​ທີ ​ເດືອນ ປີ ສັ່ງ​ຈ່າຍ, ຈຳນວນ​ເງິນ​ເປັນ​ຕົວ​ເລກ ​ແລະ ຈໍານວນເງິນເປັນຕົວ​ໜັງສື​, ຂີດຂ້າ​ອອກ​ຂຽນ​ໃໝ່ ຕ້ອງ​ມີ​ການ​ເຊັນ​ກຳກັບ​ເພື່ອ​ຢັ້ງຢືນ​ການ​ປ່ຽນ​ແປງ​ດັ່ງກ່າວຈາກ​ເຈົ້າ​ຂອງ​ ບັນຊີ​ຕາມ​ເງື່ອນ​ໄຂ​ທີ່​ລະບຸ​ໄວ້​ກັບ​ທະນາຄານ
  • ຫ້າມ​ບໍ່​ໃຫ້​ລະບຸ​ເນື້ອ​ໃນ​ການ​ສັ່ງ​ຈ່າຍ​ທີ່​ມີ​ລັກສະນະ 2 ​ເງື່ອນ​ໄຂ ​ເດັດຂາດ​ເຊັ່ນ: ຈ່າຍ​ໃຫ້​ຮ້ານ​ຂາຍ​ສາຍ​ໄຟຟ້າ/ນາງ ​ກໍ, ຈ່າຍໃຫ້​ຮ້ານ​ຂາຍ​ສາຍ​ໄຟຟ້າ/ສົດ, ຈ່າຍ​​ໃຫ້ ນາງ ກໍ/ສົດ,ຈ່າຍ​ໃຫ້​ຄັງ​ເງິນ​ແຫ່ງ​ຊາດ/ນາງ ກໍ, ຈ່າຍ​ໃຫ້​ຄັງ​ເງິນ​ແຫ່ງ​ຊາດ/ບໍລິສັດ, ຈ່າຍ​ໃຫ້​ຄັງ​ເງິນ​ແຫ່ງ​ຊາດ/ສົດເປັນຕົ້ນ
  • ກໍລະນີ​ທີ່​ຕ້ອງການ​ນໍາ​ແຊັກ​ໄປ​ຖອນ​ ຫຼື​ ໂອນ​ເຂົ້າ​ບັນຊີ​ຢູ່​ຕ່າງ​ທະນາຄານ​ຕ້ອງ​ໄດ້​ນໍາ​​ແຊັກມາ​ຂໍ​ຢັ້ງຢືນ​ຈາກ​ ເຈົ້າ​ໜ້າ​ທີ່​ທະນາຄານ​ກ່ອນ.