ຄຸນລັກສະນະ:

       ທ່ານ​ສາມາດ​ໂອນ​ເງິນສົດ ຫຼື​ເງິນ​ໃນ​ບັນ​ຊີ​ເງິນ​ຝາກ​ປະຢັດ ​ແລະ​ກະ​ແສ​ລາຍ​ວັນ​ຈາກ​ສາ​ຂາ​ໄປ​ຫາ​ສາ​ຂາ​​ແລະ​ໜ່ວຍ​ບໍລິການອື່ນໆ​ຂອງ ທຄຕລ ​ໄດ້​ຢ່າງ​ສະດວກ, ວ່ອງ​ໄວ ​ແລະ​ປອດ​ໄພ​ດ້ວຍ​ລະບົບ On-line ຂອງ​ທະນາຄານ​ການ​ຄ້າຕ່າງປະ​ເທດ​ລາວ.

ຜົນປະໂຫຍດທີ່ໄດ້ຮັບ:

  • ທ່ານ​ທີ່​ມີ​ບັນຊີ​ກັບ ທຄຕລ ສາມາດ​ໂອນ ​ແລະ​ຮັບ​ໂອນ​ເງິນ​ໄດ້​ທຸກ​ສາຂາ​ຂອງ ທຄຕລ​ໄດ້​ຢ່າງ​ສະ ດວກ​ແລະ​ປະຢັດ​ຄ່າ​ໃຊ້​ຈ່າຍ.
  • ຂັ້ນ​ຕອນ​ການ​​ໂອ​ນ​ງ່າຍ ​ແລະ​ສະດວກ.
  • ທ່ານ​ສາມາດ​ໂອນ​ເງິນ​ຜ່ານ​ໜ່ວຍ​ບໍລິການ ​ແລະ​ສາຂາ​ທີ່ຢູ່​ໃກ້​ທ່ານ.
  • ວົງ​ເງິນ​ໂອນ​ສູງ.
  • ຮັບປະກັນ​ຄວາມ​ປອດ​ໄພ​ສູງ.

ປະເພດສະກຸນເງິນ: 

       ທ່ານ​ສາມາດ​ໂອນ​ເປັນ​ສະກຸນເງິນ​ກີບ, ສະກຸ​ນ​ເງິນ​ບາດ ​ແລະ​ສະກຸນ​ເງິນ​ໂດ​ລາ.

ເງື່ອນໄຂການໃຊ້ບໍລິການ:

        ທຸກ​ຄົນ​ທີ່​ເປັນ​ຄົນ​ລາວ ຫຼື​ຄົນ​ຕ່າງປະ​ເທດ​ທີ່​ກຳລັງ​ດຳລົງ​ຊີວິດ ​ແລະ​ເຮັດວຽກ​ຢູ່ ສ​ປປ ລາວທີ່​ມີ​ບັນຊີ ​ແລະ​ບໍ່​ທັນ​ມີ​ບັນຊີ​ຢູ່ ທຄຕລ.