ຊື່ຜະລິດຕະພັນພາສາລາວ

ລະບົບເຊື່ອມຕໍ່ຊໍາລະສະສາງແບບອອນລາຍ E-Commerce

ຊື່ຜະລິດຕະພັນຫຍໍ້

E-Commerce

ສະໂລແກນ

One Click Pay

ໂລໂກ

ຄຸນລັກສະນະ

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ  ເປັນທະນາຄານແຫ່ງທໍາອິດໃນ ສ.ປ.ປ.ລາວ ທີ່ໃຫ້ບໍລິການລະບົບຊໍາລະສະສາງຜ່ານອິນເຕີເນັດ ໃຫ້ທຸລະກິດຂອງທ່ານສາມາດຮັບຊໍາລະດ້ວຍບັດເດບິດ/ບັດເຄດິດ ແລະ ການສະແກນຄິວອາໂຄດ ໄດ້ຫຼາກຫຼາຍຮູບແບບ ຜ່ານເວັບໄຊທຼ ຫຼື ແອບພິເຄຊັນຂອງທ່ານໄດ້ຢ່າງສະດວກສະບາຍ, ວ່ອງໄວ ແລະ ມາພ້ອມກັບລະບົບຄວາມປອດໄພລະດັບສາກົນ. ການເປີດໂລກທຸລະກິດຂອງທ່ານສູ່ລະບົບການຊື້-ຂາຍແບບ Online ໝາຍເຖິງໂອກາດນໍາເອົາສິນຄ້າ ແລະ ບໍລິການສູ່ກຸ່ມລູກຄ້າໃນທຸກມຸມໂລກ ເຮັດໃຫ້ທຸລະກິດຂອງທ່ານມີຍອດຂາຍ ແລະ ການບໍລິການທີ່ເພີ່ມຂຶ້ນ. ລະບົບການຊໍາລະສະສາງຜ່ານອິນເຕີເນັດຂອງ ທຄຕລ ພ້ອມແລ້ວທີ່ຈະເປັນສ່ວນໜຶ່ງໃນການຜັກດັນຜົນສໍາເລັດໃຫ້ແກ່ທຸລະກິດຂອງທ່ານ.

ເໝາະສົມສຳຫຼັບ

  • ທຸລະກິດທີ່ຕ້ອງການຂາຍສິນຄ້າ ຫຼື ບໍລິການຜ່ານເວັບໄຊທ໌ ແລະ ແອບພິເຄຊັນ ຕະຫຼອດ 24 ຊົ່ວໂມງ.
  • ທຸລະກິດທີ່ຕ້ອງການຂະຫຍາຍຖານລູກຄ້າ, ເພີ່ມຍອດຂາຍ ແລະ ຜົນກໍາໄລ.
  • ທຸລະກິດທີ່ຕ້ອງການລະບົບຊໍາລະສະສາງດ້ວຍບັດເດບິດ/ບັດເຄຼດິດ ແລະ ການຊໍາລະແບບສະແກນຄິວອາໂຄດອອນລາຍທີ່ມີຄວາມປອດໄພ.
  • ທຸລະກິດອື່ນໆ ທີ່ຕ້ອງການຫັນມາສູ່ລະບົບ E-Commerce.

ຮູບແບບການຊໍາລະທີ່ສາມາດເລືອກໄດ້

  • ລະບົບເຊື່ອມຕໍ່ຊໍາລະສະສາງອອນລາຍ (Payment Gateway)
  • ບໍລິການໃບບິນອີເລັກໂທຼນິກ (B-invoice)
  • ບໍລິການຮັບຊໍາລະເງິນແບບອັດຕະໂນມັດ ເປັນໄລຍະເຊັ່ນ: ອາທິດ, ເດືອນ ແລະ ປີ (Recurring Payment)
  • ບໍລິການຮັບສັ່ງຈອງຜ່ານໂທລະສັບ ຫຼື ອີເມວ (Virtual Terminal)

ຜົນປະໂຫຍດທີ່ທ່ານຈະໄດ້ຮັບ:

ທຄຕລ ນຳໃຊ້ລະບົບຊຳລະສະສາງຂອງບໍລິສັດ CyberSouces ແລະ ບໍລິສັດ NTTData, ເຊິ່ງເປັນບໍລິສັດລະດັບໂລກທີ່ສະໜອງລະບົບຊໍາລະສະສາງອອນລາຍທີ່ເປັນທີ່ຍອມຮັບກັນທົ່ວໂລກດ້ານຄວາມປອດໄພ ແລະ ການຊຳລະສະສາງທີ່ທັນຍຸກທັນສະໄໝ, ທ່ານສາມາດຮັບຜົນປະໂຫຍດຫຼາຍຢ່າງເຊັ່ນ:

  • ສາມາດຮັບຊໍາລະດ້ວຍບັດ BCEL ATM UnionPay, Visa, MasterCard, JCB, American Express ແລະ China UnionPay.
  • ສາມາດຮັບຊໍາລະດ້ວຍການສະແກນຄິວອາໂຄດ Alipay, WechatPay ແລະ UnionPay QR.
  • ສາມາດຮັບຊໍາລະດ້ວຍການສະແກນ Onepay ໃນຮູບແບບ Online.
  • ຮັບປະກັນລາຍການຮັບຊໍາລະສະສາງດ້ວຍລະບົບຄວາມປອດໄພ 3D Secure (ລະບົບທີ່ຜູ້ຖືບັດຕ້ອງໃຊ້ລະຫັດ ຫຼື One-time Password ໃນການຢັ້ງຢືນການຊໍາລະ, ເປັນລະບົບທີ່ສູນບັດສາກົນພັດທະນາຂຶ້ນມາເພື່ອຊ່ວຍໃນການຢັ້ງຢືນຕົວຕົນຂອງເຈົ້າຂອງບັດ) ແລະ ລະບົບຄວາມປອດໄພທີຍອມຮັບຈາກສາກົນ ເຊັ່ນ: MasterCard SecureCode, Verified by Visa, J/Secure, Amex SafeKey ເປັນຕົ້ນ.
  • ລະບົບໃນການກວດສອບລາຍການສໍ້ໂກງ ແລະ ສ້າງ/ກຳນົດ ກົດລະບຽບການປ້ອງກັນຄວາມສ່ຽງຕາມຄວາມຕ້ອງການຂອງທ່ານໄດ້ (Decision Manager)
  • ລະບົບຕິດຕາມລາຍການເຄື່ອນໄຫວແບບອອນລາຍ, ສາມາດໃຫ້ທ່ານເຂົ້າກວດເຊັກລາຍການຊໍາລະສະສາງໄດ້ຕະຫຼອດທຸກເວລາ (24/7).
  • ລາຍການຊໍາລະສະສາງທີ່ສໍາເລັດ ຈະຖືກໂອນເຂົ້າບັນຊີຂອງທ່ານໃນວັນລັດຖະການຖັດໄປ (T+1).
  • ລະບົບລາຍງານທີ່ທ່ານສາມາດເຂົ້າເຖິງ, ສະດວກສະບາຍສຳລັບວຽກງານການສົມທຽບບັນຊີຂອງທ່ານ ແລະ ສາມາດສ້າງບົດລາຍປະຈຳວັນ, ອາທິດ ຫຼື ເດືອນ.
  • ສາມາດຮອງຮັບໄດ້ຫຼາຍສະກຸນເງິນ.
  • ມີທີມງານທີ່ຊໍານານດ້ານລະບົບໃຫ້ຄຳປຶກສາການເຊື່ອມຕໍ່ ແລະ ໃຫ້ການສະໜັບສະໜຸນຕະຫຼອດເວລາທີ່ທ່ານພົບບັນຫາ.

ຄ່າທໍານຽມ ແລະ ຊ່ອງທາງທີຮອງຮັບທຸລະກຳ:

  • ບໍລິການອີຄອມເມີສ໌ ທຄຕລ ສາມາດຮອງຮັບໄດ້ 2 ປະເພດການຊຳລະຄື: ຜ່ານລະບົບບັດ (ພາຍໃນ ແລະ ສາກົນ) ແລະ QR Code ໃນຮູບແບບ ອອນລາຍ. ຄ່າທໍານຽມການຊຳລະດ້ວຍບັດຕໍ່ລາຍການ ເລີ່ມຕົ້ນທີ່ 3% (ອີງຕາມປະເພດບັດ) ແລະ ສຳລັບການຊຳລະດ້ວຍ QR Code ຕໍ່ລາຍການ ເລີມຕົ້ນທີ 1,5% (ອີງຕາມປະເພດ QR Code).
  • ຄ່າບໍາລຸງຮັກສາລະບົບປະຈໍາເດືອນ (Monthly Maintenance Fee) 45 ໂດລາ ຕໍ່ ເດືອນ.

ປະເພດການຊຳລະສະສາງ

ປະເພດບັດ

ປະເພດ QR Codes

ບັດ Visa Card

BCEL OnePay QR Code

ບັດ MasterCard

Alipay

ບັດ JCB

WechatPay

ບັດ China UnionPay

UnionPay QR Code

ບັດAmerican Express

 

ໂປໂມຊັນ:

  • ບໍ່ມີຄ່າທຳນຽມໃນການຕິດຕັ້ງລະບົບ.
  • ຍົກເວັ້ນຄ່າບໍາລຸງຮັກສາປະຈໍາເດືອນ 3 ເດືອນທຳອິດ.
  • ບໍ່ມີຄ່າທໍານຽມໃນເວລາທີ່ທ່ານຂໍຍົກເລີກການບໍລິການ.

ເງື່ອນໄຂໃນການໃຊ້ບໍລິການ:

  • ເປັນນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດພາຍໃນ ສ.ປ.ປ.ລາວ ຢ່າງຖືກຕ້ອງ.
  • ມີເວັບໄຊທ໌ຈໍາໜ່າຍສິນຄ້າ ຫຼື ບໍລິການຕ່າງໆເປັນຂອງຕົວເອງ.
  • ເງື່ອນໄຂ ການສັ່ງຊື້/ໃຊ້ບໍລິການ ຈະຕ້ອງຜ່ານການກວດສອບ ແລະ ລະບຸຢູ່ເທິງ Website ຢ່າງລະອຽດ.
  • ມີບັນຊີເງິນຝາກປະຢັດ ຫຼື ກະແສລາຍວັນ ຢູ່ ທຄຕລ ເປັນສະກຸນເງິນ ກີບ ແລະ/ຫຼື ໂດລາ.

ເອກະສານທີ່ໃຊ້ໃນການສະໝັກ:

  • ແບບຟອມຂໍສະໝັກ ແລະ ສັນຍາການເປັນຮ້ານຄ້າສະມາຊິກ. (Link Download)
  • ສຳເນົາໃບທະບຽນວິສາຫະກິດ ຫຼື ສຳເນົາໃບອະນຸຍາດດໍາເນີນທຸລະກິດ.
  • ສຳເນົາໃບທະບຽນອາກອນ ຫຼື ສຳເນົາໃບແຈ້ງເລກປະຈໍາຕົວຜູ້ເສຍອາກອນ ຫຼື ສຳເນົາໃບບິນຊໍາລະອາກອນຜ່ານມາ.
  • ສຳເນົາບັດປະຈໍາຕົວ ຫຼື ສຳເນົາສໍາມະໂນຄົວ ຫຼື ສຳເນົາໜັງສືເດີນທາງ.
  • ສຳເນົາບັດອະນຸຍາດເຮັດວຽກ ຫຼື ສຳເນົາບັດອະນຸຍາດພັກເຊົາ (ສຳຫຼັບນິຕິບຸກຄົນທີ່ມີເຈົ້າຂອງເປັນຄົນຕ່າງປະເທດ).

ຊ່ອງທາງການຕິດຕໍ່

ທ່ານສາມາດຕິດຕໍ່ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ +856 21 211012 (ຕໍ່ເບີ 3) ໃນວັນ ແລະ ເວລາລັດຖະການ ຫຼື ອີເມວ: cardcenter@bcel.com.la