1. ການຮັບ-ຈ່າຍ ເງິນໂອນລອຍ

ການຮັບ-ຈ່າຍ ເງິນໂອນລອຍ

ຄຸນລັກສະນະ

  • ສະດວກສໍາລັບລູກຄ້າທີ່ບໍ່ມີບັນຊີນໍາທະນາຄານ, ພຽງ​​ແຕ່​​ແຈ້ງ​ເລກ​ລະຫັດການ​ໂອນ ​ແລະ ສະ​ແດງ​ເອກະສານ​ຕາມ​ທີ່​ຜູ້​ໂອນ​ເງິນ​ລະບຸ​ໃສ່​ໃນ​ຂໍ້​ມູນ​ການ​ໂອນ​ເງິນ​ຢູ່ ​ຕົ້ນ​ທາງເຊັ່ນ: ບັດປະຈຳຕົວ, ປື້ມສໍາມະໂນຄົວ, ໜັງສືເດີນທາງ, ບັດ ປະຈຳຕົວ​ທະຫານ, ບັດ​ຕໍາຫຼວດ.

ຜົນປະໂຫຍດທີ່ໄດ້ຮັບ

  • ສະດວກສະບາຍໃຫ້ແກ່ລູກຄ້າໃນການຖອນເງິນໂອນລອຍ ສາມາດຖອນໄດ້ທຸກສາຂາ ແລະ ທຸກໜ່ວຍບໍລິການ ໄດ້ທົ່ວປະເທດ, ພຽງທ່ານນໍາເອົາບັດປະຈຳຕົວ, ປື້ມສໍາມະໂນຄົວ ແລະ ໜັງສືເດີນທາງ ແຈ້ງຕໍ່ພະນັກງານ ທຄຕລ.

​ເງື່ອນໄຂການໃຊ້ບໍລິການ

  • ກໍລະນີ​ລູກ​ຄ້າ​ບໍ່ຕ້ອງການເອົາເງິນສົດ, ຢາກໂອນເງີ​ນ​ເຂົ້າ​ບັນຊີ​ກໍ່​ໄດ້,​ ແຕ່​ຖ້າ​ເປັນ​ບັນຊີ​ຕ່າງ​ສາຂາ​ແມ່ນ​ໄດ້​ເສຍ​ຄ່າ​ທຳ ນຽມ 15.000 ກີບ​, 60 ບາດ, 2 ​ໂດ​ລາ.
  • ໃນການຮັບເງິນໂອນລອຍຕ້ອງມີບັດປະຊາຊົນ, ປື້ມສໍາມະໂນຄົວ, ບັດພະນັກງານບຳນານ, ບັດປະຈຳຕົວທະຫານ, ບັດຕໍາຫຼວດ, ບັດຕ່າງດ້າວຖາວອນ, ໜັງສືເດີນທາງ, ບັດແຮງງານ (ອອກໂດຍກະຊວງແຮງງານ), ບັດພະນັກງານ ສະຖານທູດ ຫຼື ອົງການຈັດຕັ້ງສາກົນ. 
  • ຕ້ອງມີເລກລະຫັດສາຂາ ຫຼື ໜ່ວຍບໍລິການທີ່ໂອນພ້ອມດ້ວຍເລກລະຫັດ Instrument Number ທີ່ໂອນຕົ້ນ ທາງເພື່ອເອົາເງິນໂອນລອຍຕາມສາຂາ ແລະ ໜ່ວຍບໍລິການຂອງ ທຄຕລ.

2. ການໂອນເງິນລະຫວ່າງສາຂາ

ການໂອນເງິນລະຫວ່າງສາຂາ

ຄຸນລັກສະນະ

  • ທ່ານ​ສາມາດ​ໂອນ​ເງິນສົດ ຫຼື ​ເງິນ​ໃນ​ບັນ​ຊີ​ເງິນ​ຝາກ​ປະຢັດ ​ແລະ​ກະ​ແສ​ລາຍ​ວັນ​ຈາກ​ສາ​ຂາ​ໄປ​ຫາ​ສາ​ຂາ​​ ຫຼື  ​ໜ່ວຍ​ບໍລິການອື່ນໆ​ຂອງ ທຄຕລ ​ໄດ້​ຢ່າງ​ສະດວກ, ວ່ອງ​ໄວ ​ແລະ​ປອດ​ໄພ​ດ້ວຍ​ລະບົບ Online ຂອງ​ທະນາຄານ​ການ​ຄ້າຕ່າງປະ​ເທດ​ລາວ ມະຫາຊົນ.

ຜົນປະໂຫຍດທີ່ໄດ້ຮັບ

  • ທ່ານ​ທີ່​ມີ​ບັນຊີ​ກັບ ທຄຕລ ສາມາດ​ໂອນ ​ແລະ​ຮັບ​ໂອນ​ເງິນ​ໄດ້​ທຸກ​ສາຂາ​ຂອງ ທຄຕລ​ໄດ້​ຢ່າງ​ສະ ດວກ​ແລະ​ປະຢັດ​ຄ່າ​ໃຊ້​ຈ່າຍ.
  • ຂັ້ນ​ຕອນ​ການ​​ໂອ​ນ​ງ່າຍ, ສະດວກ ແລະ ວົງ​ເງິນ​ໂອນ​ສູງ
  • ຮັບປະກັນ​ຄວາມ​ປອດ​ໄພ​ສູງ
  • ທ່ານ​ສາມາດ​ໂອນ​ເງິນ​ຜ່ານ​ໜ່ວຍ​ບໍລິການ ​ແລະ ​ສາຂາ ຂອງ ທຄຕລ ທົ່ວປະເທດ ​ທີ່ຢູ່​ໃກ້​ທ່ານ.

ປະເພດສະກຸນເງິນ

  • ທ່ານ​ສາມາດ​ໂອນ​ເປັນ​ສະກຸນເງິນ​ກີບ, ສະກຸ​ນ​ເງິນ​ບາດ ​ແລະ​ ສະກຸນ​ເງິນ​ໂດ​ລາ.

​ເງື່ອນໄຂການໃຊ້ບໍລິການ

  • ທຸກ​ຄົນ​ທີ່​ເປັນ​ຄົນ​ລາວ ຫຼື​ຄົນ​ຕ່າງປະ​ເທດ​ທີ່​ກຳລັງ​ດຳລົງ​ຊີວິດ ​ແລະ​ເຮັດວຽກ​ຢູ່ ສ​ປປ ລາວທີ່​ມີ​ບັນຊີ ​ແລະ​ບໍ່​ທັນ​ມີ​ບັນຊີ​ຢູ່ ທຄຕລ.

3. ການໂອນເງິນລະຫວ່າງທະນາຄານພາຍໃນປະເທດ ດ້ວຍໃບແຈ້ງ (Avis) 

ການໂອນເງິນລະຫວ່າງທະນາຄານພາຍໃນປະເທດ ດ້ວຍໃບແຈ້ງ (Avis)

ຄຸນລັກສະນະ

  • ເປັນການບໍລິການໂອນເງິນ ໃຫ້ຜູ້ຮັບຢູ່ຕ່າງທະນາຄານພາຍໃນປະເທດ, ການຊໍາລະຄ່າທໍານຽມບໍລິການລະບົບຂໍ້ມູນສິນເຊື່ອ (CIB) ຢູ່ທະນາຄານ ແຫ່ງ ສປປ ລາວ ແມ່ນໃຫ້ໂອນຜ່ານລະບົບ LaPASS (RTGS/ACH) ແທນການໂອນເຂົ້າບັນຊີຂອງຕ່າງທະນາຄານຢູ່ ທຄຕລ ເພື່ອອອກໃບແຈ້ງມີ (Avis) ສົ່ງໃຫ້ທະນາຄານຜູ້ຮັບເງິນ, ໃນກໍລະນີທີ່ຈໍາເປັນຕ້ອງໄດ້ໂອນດ້ວຍການອອກໃບແຈ້ງມີ (Avis), ໂດຍປະຕິບັດດັ່ງນີ້:
  • ໂອນຜ່ານເລກບັນຊີ.

ຜົນປະໂຫຍດ

ທີ່ໄດ້ຮັບ

  • ເພີ່ມ​ຄວາມ​ສະດວກ ​ແລະ ​ວ່ອງ​ໄວ​ໃນ​ການ​ໂອນ​ເງິນ.
  • ທ່ານ​ສາມາດ​ໂອນ​​ເງິນສົດ ຫຼື ​ຫັກ​ຈາກ​ບັນຊີ​ຂອງ​ທ່ານ ຢູ່ ທຄຕລ ກໍ່​ໄດ້.    
  • ບໍ່​ຈຳ​ເປັນ​ຕ້ອງ​ເສຍ​ເວລາ​ໄປ​ຫາ​ສາຂາ ​ແລະ ​ໜ່ວຍ​ບໍລິການ​ຂອງ​ທະນາຄານ​ປາຍ​ທາງ​ທີ່ຢູ່​ຫ່າງ​ໄກ.
  • ຜູ້​ຮັບ​​ເງິນປາຍທາງ​ໄດ້​ຮັບ​ເງິນ​ທັນທີ.
  • ຮັບປະກັນ​ຄວາມ​ປອດ​ໄພສູງ.

ປະເພດສະກຸນເງິນ

  • ທ່ານ​ສາມາດ​ໂອນ​​​ໄດ້​: ສະກຸ​ນ​ເງິນ LAK, USD,THB, CNY

​ເງື່ອນໄຂການໃຊ້ບໍລິການ

  • ທ່ານ​ສາມາດ​ໃຊ້​ບໍລິການ​ພ້ອມ​ກັບ​ລົງ​ນາມ​ຂໍ້​ຕົກລົງ​ການ​ໃຊ້​ບໍລິການ​ກັບ​ທະນາຄານ.
  • ປະກອບ​ຂໍ້​ມູນ​ການ​ໂອນ​ເງິນຕາ​ມຮູບ​ແບບ​ທີ່​ທາງ​ທະນາຄານ​ໄດ້​ກຳນົດ​ໃຫ້.
  • ກໍລະນີ​ໂອນ​ເງິນ​ຈາກ​ບັນຊີ​: ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ລາຍ​ລະອຽດ​ບັນຊີ​ຂອງ​ທ່ານໃນ​ການປະກອບ​ແບບ​ຟອມ​ໂອນ​ເງິນ.
  • ກໍລະນີ ​ໂອນ​ເງິນ​ສົດ: ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ລາຍ​ລະອຽດ​ບັນຊີ​ຂອງ​ທ່ານໃນ​ຟອມມອບ​ເງິນສົດ ​ແລະ​ ມອບ​ເງິນສົດ ​ໃຫ້​ກັບ​ພະນັກງານ​ທະນາຄານ​ທີ່​ຈະ​ໂອນ​ເງິນ​ໃຫ້​ທ່ານ.
  • ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ຂອງ​ຜູ້​ຮັບ​ໂອນຄົບ​ຖ້ວນ​ ​ແລະ​ຊັດ​​ເຈນ​ໃນ​ຟອມມ​ອບ​ເງິນສົດ​ເຊັ່ນ:
  • ຊື່ ​ແລະ​ນາມສະກຸນ, ​ເລກ​ບັດປະຈຳຕົວ, ​ເລກ​ໂທລະສັບ​ຂອງ​ຜູ້​ຮັບ ​ແລະ ​ຂໍ້​ມູນ​ທະນາຄານ​ຂອງ​ຜູ້ ຮັບ(ຖ້າ​ຜູ້​ຮັບ​ບໍ່​ມີ​ບັນຊີ​ກັບ​ທະນາຄານ​ຂອງ​ຜູ້​ຮັບ).
  • ຊື່ ​ແລະ​ນາມສະກຸນ, ​ເລກ​ບັນຊີ ​​ແລະ ​ຂໍ້​ມູນ​ທະນາຄານ​ຂອງ​ຜູ້ຮັບ (ຖ້າ​ຜູ້​ຮັບ​ມີ​ບັນຊີ​ກັບ​ທະນາຄານ​ຂອງ​ຜູ້​ຮັບ).
  • ຄ່າ​ທຳນຽມ​​ໃນ​ການ​​ໂອນ: 15.000 ກີບ, 2 ໂດລາ, 60 ບາດ /ລາຍການ.

(ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)

4. ບໍລິການເບີກຈ່າຍ-ໂອນເງິນເດືອນ (Payroll)

ບໍລິການເບີກຈ່າຍ-ໂອນເງິນເດືອນ (Payroll)

ຄຸນລັກສະນະ

  • ເປັນທາງເລືອກທີ່ດີສໍາລັບລູກ​ຄ້າ​ນິຕິບຸກຄົນ, ກະຊວງ ​ແລະ ອົງການຕ່າງໆທີ່ຕ້ອງຈ່າຍເງິນເດືອນໃຫ້ພະນັກງານທີ່​ມີ​ຄວາມສະດວກ, ໝັ້ນ​ໃຈ, ປ​ອດ​ໄພ ​ໃນ​ການ​ສັ່ງ​ຈ່າຍ​ເງິນ, ປະຢັດແຊັກ, ປະຢັດເວລາໃນການໂອນ.

ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ

  • ລູກ​ຄ້າ​ສາມາດ​ສັ່ງ​ຈ່າຍ​ແຊັກ​ໄດ້​​ແບບ​ບໍ່​ຈຳກັດ​ວົງ​ເງິນ​​ ແລະ ສາມາດສັ່ງໂອນຈາກບັນຊີໜຶ່ງເຂົ້າຫາຫຼາຍບັນຊີໄດ້.
  • ລູກຄ້າມີຄວາມສະດວກ, ປອດໄພໃນການໂອນ, ບໍ່ຈຳເປັນຕ້ອງມາຖອນເງິນສົດເປັນຈຳນວນຫຼາຍ ເພື່ອ​ນໍາ​ໄປເບີກ ຈ່າຍເງິນເດືອນໃຫ້​ແກ່ພະນັກງານ.
  • ພະນັກງານ​ຈະໄດ້ຮັບເງິນຄົບ​ຖ້ວນຈຳນວນຄ່າ​ແຮງ​ງານ​ ຫຼື​ ເງິນ​ເດືອນ​ຕົວ​ຈິງທີ່​ບໍລິສັດ​ ຫຼື​ ອົງການ​ຈ່າຍ​ໃຫ້
  • ມີຄວາມສະດວກ, ປອດໄພໃນການໂອນ-ຖອນໄດ້ທຸກສາຂາ ​ແລະ ໜ່ວຍບໍລິການຂອງ ທຄຕລ ທົ່ວປະເທດ.
  • ສາມາດ​​ໂອນ​ເງິນ​ເດືອນ​ຜ່ານ​ລະບົບ Internet Banking ຂອງ ທຄຕລ​ ໄດ້.

ເງື່ອນ​ໄຂ​ການ​ໃຊ້​ບໍລິການ

  • ລູກ​ຄ້າ​ຜູ້​ສັ່ງ​ຈ່າຍ​ເງິນ​ເດືອນ​ຜ່ານ​ລະບົບ​ທະນາຄານ​ຕ້ອງ​ມີບັນຊີເງິນຝາກກະແສລາຍວັນ ຫຼື ບັນຊີ​ເງິນ ຝາກປະຢັດນໍາ ທຄຕລ.
  • ຄ່າທຳນຽມ​ໃນການໂອນເງິນເດືອນຜ່ານ​ລະບົບ ທຄຕລ​ ສະ​ເພາະ​ບັນຊີ​ຂອງ ທຄຕລ (ບັນຊີຂອງລັດຖະກອນ) ແມ່ນ​ບໍ່​ມີຄ່າ​ທຳນຽມ.
  • ກໍລະນີ​ຕ້ອງການ​ໂອນ​ເງິນ​ຈາກ​ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນຕ້ອງປະກອບ​ແບບ​​ຟອມມອບແຊັກຂອງ​ ທຄຕລ.
  • ຕ້ອງມີເອກະສານ ​ແລະ file ​ຂໍ້​ມູນລາຍຊື່ ​ແລະ ​ເລກ​ບັນຊີ​ເງິນ​ຝາກຂອງພະນັກງານຜູ້ທີ່​ຈະ​ຮັບເງິນເດືອນ ພ້ອມດ້ວຍລາຍເຊັນຂອງຜູ້ມີສິດເຊັນອະນຸມັດ​ໃນ​ບັນຊີ​ສົ່ງ​ໃຫ້​ທະນາຄານທຸກ​ຄັ້ງ (ກໍລະນີ​ໂອນ​ຜ່ານ​ Counter ບໍລິການຂອງ ທະນາຄານ)

5. ການໂອນເງິນຜ່ານລະບົບຊຳລະສະສາງ (LaPASS)

ການໂອນເງິນຜ່ານລະບົບຊໍາລະສະສາງ (LaPASS)

ຄຸນລັກສະນະ

  • ເປັນລະບົບ​ໃໝ່ທີ່​ທັນ​ສະ​ໄໝ​ໃຊ້​ເພື່ອ​ໂອນ​ເງິນ​​ໃຫ້​ແກ່​ລູກ​ຄ້າ​ທີ່​ມີ​ບັນຊີ​ເງິນ​ຝາກ​ຢູ່​ ກັບທະນາຄານພາຍ​ໃນປະ​ເທດ ໂດຍຜ່ານລະບົບ NPS ຂອງທະນາຄານແຫ່ງ ສປປ ລາວ ທີ່​ເປີດ Online ສະ​ເພາະ​ບັນດາທະນາຄານ​ທຸລະ​ກິດ​.

ຜົນປະໂຫຍດທີ່ໄດ້ຮັບ

  • ເປັນລະ​ບົບທີ່ສະດວກສະບາຍໃຫ້ແກ່ລູກຄ້າໃນການ​ໂອນເງິນລະ​ຫ່ວາງ​ທະນາ​ຄານໜຶ່ງ​​ໄປ​ຫາ​ອີກ​ທະນາຄານ​ໜຶ່ງ.
  • ​ມີຄວາມ​ປອດ​​​ໄພໃນການໂອນເງິນ, ລູກ​ຄ້າ​ບໍ່​ຕ້ອງ​​ເສຍ​ເວລາ​ໃນ​ການ​ໄປ​ສົ່ງ​ໃບ​ແຈ້ງ ຫຼື ​ແຊັກ. 

​ເງື່ອນໄຂການໃຊ້ບໍລິການ

  • ລູກ​ຄ້າ​ຕ້ອງ​ມີ​​ບັນຊີ​ເງິນ​ຝາກ​ໄວ້​ຢູ່​ທະນາຄານ.
  • ລູກ​ຄ້າ​ຕ້ອງ​ໄດ້​ລະບຸ​ທະນາຄານ​ປາຍທາງທີ່ຈະຮັບເງິນ.
  • ລູກຄ້າຕ້ອງສັ່ງຈ່າຍແຊັກຈາກບັນຊີຂອງຕົນເພື່ອ​ໂອນ​ເງິນເຂົ້າ​ບັນຊີຜູ້ຮັບປາຍທາງ ໂດຍລະບຸວ່າ​ໂອນເງິນຜ່ານ ລະບົບNPS ​​ຕ້ອງ​ລະບຸ​ເງື່ອນ​ໄຂ​ການ​ໂອນ​ເງິນ​ໃຫ້​ພະນັກງານ ທຄຕລ ໃຫ້ລະອຽດ​​ ​ເພື່ອ​ປ້ອງ​ກັນ​ຄວາມຜິດພາດ.