ຊື່ຜະລິດຕະພັນ

ບໍລິການຮັບເງິນສົດກັບທີ່

ຄຸນລັກສະນະ

  • ເປັນອີກທາງເລືອກໜຶ່ງທີ່ສ້າງຄວາມສະດວກ ແລະ ປອດໄພໃຫ້ແກ້ລູກຄ້າທີ່ຕ້ອງການມອບເງິນສົດຈໍານວນຫຼາຍ ໂດຍໃຫ້ທະນາຄານໄປຮັບເງິນສົດ ແລະ ໃຫ້ບໍລິການເຖິງສະຖານທີ່

ຜົນປະໂຫຍດ

ທີ່ໄດ້ຮັບ

  • ລູກຄ້າສາມາດມອບເງິນສົດໄດ້ຈໍານວນຫຼາຍ ໂດຍບໍ່ຈໍາເປັນຕ້ອງນໍາເງິນສົດມາມອບດ້ວຍຕົວເອງ
  • ເງິນຈະເຂົ້າບັນຊີລູກຄ້າທັນທີເມື່ອພະນັກງານ ທຄຕລ ເຊັນຢັ້ງຢືນຄວາມຖືກຕ້ອງໃນການຮັບເງິນສົດ

​ເງື່ອນໄຂການໃຊ້ບໍລິການ

  • ລູກຄ້າຕ້ອງສະເໜີມາຍັງ ທຄຕລ ເພື່ອແຈ້ງຈຸດປະສົງໃນການຂໍໃຊ້ບໍລິການ
  • ລູກຄ້າຕ້ອງ ເຊັນສັນຍາບໍລິການຮັບເງິນກັບທີ່ ທຄຕລ ກ່ອນການເຮັດທຸລະກໍາ

ຄ່າທໍານຽມໃຫ້ບໍລິການ

  • ໄລຍະທາງ 10 KM ລົງມາ ເກັບ 100.000 ກີບ/ຄັ້ງ
  • ໄລຍະທາງ 10,1 KM – 15 KM ເກັບ 150.000 ກີບ/ຄັ້ງ
  • ໄລຍະທາງ 15,1 KM – 20 KM ເກັບ 200.000 ກີບ/ຄັ້ງ

(ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)