1. ບໍລິການອອກປຶ້ມແຊັກ

ບໍລິການອອກປື້ມແຊັກ

ຄຸນລັກສະນະ

  • ນໍາໃຊ້ເຮັດທຸລະກໍາຕ່າງໆທີ່ຕິດພັນກັບບັນຊີເງິນຝາກເຊັ່ນ: ຖອນເງິນສົດ, ໂອນເງິນ, ສໍາລະສະສາງຄ່າສິນຄ້າ ແລະ ການ​ບໍລິການອື່ນໆ.

ຜົນປະໂຫຍດທີ່ໄດ້ຮັບ

  • ສ້າງຄວາມສະດວກໃນການເຮັດທຸລະກໍາຕ່າງໆທີ່ຕິດພັນກັບບັນຊີເງິນຝາກຂອງລູກຄ້າດ້ວຍການຂຽນແຊັກ ເພື່ອສັ່ງຈ່າຍໃຫ້ແກ່ລູກຄ້າຄົນອື່ນ.

​ເງື່ອນໄຂການໃຊ້ບໍລິການ

  • ລູກ​ຄ້າ​ຕ້ອງຂຽນ​ໃບ​ສະ​ເໜີ​ຂໍ​ປື້​ມ​ແຊັກຕາມ​ແບບ​ຟອມຂອງ ທຄຕລ ລະບຸຈໍາ​ນວນ​ປື້​ມ​ແຊັກ​ທີ່​ຕ້ອງການ, ລົງ​ວັນທີ ​ແລະ ​ເຊັນ​ຕາມ​ເງື່ອນ​ໄຂ​ສັ່ງ​ຈ່າຍ​ທ່ີ່ລະບຸ​ໄວ້​ໃນ​​ຄຳ​ຮ້ອງ ຂໍ​ເປີດ​ບັນຊີ​ໃໝ່.

2. ຢັ້ງຢືນແຊັກເດັ້ງ (Dishonored Check)

ໃບຢັ້ງຢືນແຊັກເດັ້ງ

ຄຸນລັກສະນະ

  • ເອກະສານຢັ້ງຢືນທາງດ້ານນິຕິກໍາຂອງບັນຊີເງິນຝາກປະເພດຕ່າງໆ

ຜົນປະໂຫຍດທີ່ໄດ້ຮັບ

  • ນໍາໃຊ້ເພື່ອຢັ້ງຢືນເງິນໃນບັນຊີໃຫ້ແກ່ເຈົ້າຂອງບັນຊີທີ່ສັ່ງຈ່າຍແຊັກໃນກໍລະນີເງິນໃນບັນຊີບໍ່ພຽງພໍ

​ເງື່ອນໄຂການໃຊ້ບໍລິການ

ຂັ້ນ​ຕອນ​ການ​ອອກ​ໃບ​ຢັ້ງຢືນ​ແຊັກ​ເດັ້ງ:

  • ທະນາຄານ​ຈະອອກ​ໃບ​ຢັ້ງ​ຢືນ​ແຊັກ​ເດັ້ງ (​ແຊັກ​ບໍ່​ມີ​ເງິນ) ​ໃຫ້​ລູກ​ຄ້າ​ຕາມ​ການສະ​ເໜີຂອງ​ລູກຄ້າເພື່ອ​ເປັນ​ຫຼັກ​ຖານ​ທາງ​ດ້ານກົດ​ໝາຍ.
  • ພະນັກງານຮັບຜິດຊອບອອກໃບຢັ້ງຢືນແຊັກເດັ້ງຕ້ອງ​ໄດ້ກວດກາ​ເງື່ອນ​ໄຂຄວາມ​ຖືກ​ຕ້ອງຄົບ​ຖ້ວນຂອງ​ແຊັກ, ກວດກາຈຳ​ນວນ​ເງິນໃນບັນຊີລູກຄ້າທີ່ສັ່ງ​ຈ່າຍເເຊັກ, ກໍລະນີເງິນໃນບັນຊີດັ່ງກ່າວ ບໍ່ພຽງພໍແທ້ ພະນັກງານ​ຜູ້ ຮັບຜິດຊອບ​ກໍ່​ຈະ​ອອກ​ໃບ​ຢັ້ງຢືນ​ແຊັກ​ເດັ້ງໃຫ້​ລູກ​ຄ້າ.
  • ຄ່າ​ທຳນຽມ​ໃບ​ຢັ້ງຢືນ​ແຊັກ​ເດັ້ງ 10.000 ກີບ/ຊຸດ.
    (ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)

3. ແຊັກ​ເງິນສົ​ດ (Cashier Cheque) 

ແຊັກ​ເງິນສົ​ດ (Cashier Cheque)

ຄຸນລັກສະນະ

  • ສະດວກ​ ໝັ້ນ​ໃຈ ປ​ອດ​ໄພ ​ໃນ​ການ​ສັ່ງ​ຈ່າຍ​ເງິນ.

ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ

  • ລູກ​ຄ້າ​ສາມາດ​ສັ່ງ​ຈ່າຍ​ແຊັກ​ໄດ້​​ແບບ​ບໍ່​ຈຳກັດ​ວົງ​ເງິນ.
  • ສາມາດ​ນໍາ​​ແຊັກ​​ເງິນສົດ​ໄປ​ຊໍາລະ​ສະ​ສາງ​​ໄດ້​ກັບ​ທຸກ​ ທະນາຄານພາຍໃນປະເທດ, ສາມາດ​ຊໍາລະ​ສະ​ສາງ​ ພາສີ-ອາກອນ​ ​ແລະ ຄັງ​ເງິນ​ແຫ່ງ​ຊາດ​ໄດ້.
  • ສາມາດ​ນໍາ​​ໄປ​ໃຊ້​ໃນ​ການ​ຄ້ຳປະກັນ​ການ​ປະມູນຂອງ​ໂຄງການ​ໄດ້.
  • ​ແຊັກ​​​ມີຄວາມ​ປອດ​ໄພ​ໃນ​ການ​ຈ່າຍ​ເງິນ ​​​ໂດຍ​ຜູ້​ສັ່ງ​ຈ່າຍ​ສາມາດ​ລະບຸ​ຊື່, ​ເລກບັນຊີຂ​ອງຜູ້​ຮັບ​ເງິນ​ໃສ່​ໃນ​ແຊັກ ​ເພື່ອ​ຮັບປະກັນ​ວ່າການ​ຈ່າຍ​ເງິນ​ດັ່ງກ່າວ​ຈະ​ເຂົ້າ​ບັນຊີ​ຜູ້​ຮັບ​ເງິນ​ແທ້.

ເງື່ອນ​ໄຂ​ການ​ໃຊ້​ບໍລິການ

  • ລູກ​ຄ້າ​ຕ້ອງປະກອບ​ແບບ​​ຟອມ​ໂອນ​ເງິ​ນພາຍ​ໃນ​ຂອງ ທຄຕລ.
  • ລູກ​ຄ້າ​ສາມາດ​ຊື້​ແຊັກ​ເງິນສົດ​ກັບ​ທະນາຄານ​ໂດຍການ​ຈ່າຍ​ເງິນສົດ ຫຼື ຫັກ​ໃນ​ບັນຊີ​​ເງິນ​ຝາກຂ​ອງລູກ​ຄ້າ.
  • ກໍລະນີລູກຄ້າມີເງິນຝາກນໍາ ທຄຕລ ແມ່ນເຈົ້າຂອງບັນຊີ ຫຼື ບໍ່ແມ່ນເຈົ້າຂອງບັນຊີ ຕ້ອງປະຕິບັດຕາມເງື່ອນໄຂ ການອອກໃບແຈ້ງມີ (ຢູ່ຂ້າງເທິງນີ້).
  • ຄ່າ​ທຳ​ນຽມ​ໃນ​ການ​ອອ​ກ​ແຊັກ 15.000 ກີບ /​​ 2​ ໂດ​ລາ / 60 ບາດ ​ຕໍ່ແຊັກ.

(ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)

4. ການຢັ້ງຢືນແຊັກ (VISA Cheque) 

ການຢັ້ງຢືນແຊັກ ( VISA CHEQUE)

ຄຸນລັກສະນະ

  • ເປັນອີກທາງເລືອກໜຶ່ງທີ່ສ້າງຄວາມສະດວກ ແລະ ປອດໄພໃຫ້ແກ່ລູກຄ້າທີ່ຕ້ອງການໂອນເງິນໄປຕ່າງທະນາຄານ, ຊື້ສິນຄ້າ ຫຼື ບໍລິການ ເພື່ອໃຫ້ຜູ້ທີ່ຮັບແຊັກມີຄວາມໝັ້ນໃຈວ່າແຊັກໃບດັ່ງກ່າວມີເງິນຕາມການສັ່ງຈ່າຍໜ້າແຊັກ, ເຊິ່ງລູກຄ້າບໍ່ຈຳເປັນຕ້ອງຖືເງິນສົດໄປກໍ່ໄດ້.
  • ລູກຄ້າມີບັນຊີກະແສລາຍວັນນຳ ທຄຕລ.

ຜົນປະໂຫຍດທີ່ໄດ້ຮັບ

  • ລູກຄ້າສາມາດເຮັດທຸລະກຳໄດ້ທຸກສາຂາ ແລະ ໜ່ວຍບໍລິການຂອງ ທຄຕລ ທົ່ວລະບົບ.
  • ລູກ​ຄ້າ​ສາມາດ​ສັ່ງ​ຈ່າຍ​ແຊັກ​ໄດ້​​ແບບ​ບໍ່​ຈຳກັດ​ວົງ​ເງິນ.
  • ສາມາດ​ນໍາ​​ແຊັກ​​ວີຊ່າ​ໄປ​ຊໍາລະ​ສະ​ສາງ​​ໄດ້​ກັບ​ທຸກ​ ທະນາຄານພາຍໃນປະເທດ, ສາມາດ​ຊໍາລະ​ສະ​ສາງ​ ພາສີ-ອາກອນ​ ​ແລະ ຄັງ​ເງິນ​ແຫ່ງ​ຊາດ​ໄດ້.
  • ສາມາດ​ນໍາ​​ໄປ​ໃຊ້​ໃນ​ການ​ຄ້ຳປະກັນ​ການ​ປະມູນຂອງ​ໂຄງການ​ໄດ້.
  • ແຊັກ​​​ມີຄວາມ​ປອດ​ໄພ​ໃນ​ການ​ຈ່າຍ​ເງິນ ​​​ໂດຍ​ຜູ້​ສັ່ງ​ຈ່າຍ​ສາມາດ​ລະບຸ​ຊື່, ​ເລກບັນຊີຂ​ອງຜູ້​ຮັບ​ເງິນ​ໃສ່​ໃນ​ແຊັກ ​ເພື່ອ​ຮັບປະກັນ​ວ່າການ​ຈ່າຍ​ເງິນ​ດັ່ງກ່າວ​ຈະ​ເຂົ້າ​ບັນຊີ​ຜູ້​ຮັບ​ເງິນ​ແທ້.

​ເງື່ອນໄຂການໃຊ້ບໍລິການ

  • ລູກ​ຄ້າ​ຕ້ອງ​ປະກອບ​ແບບ​​ຟອມຢັ້ງຢືນແຊັກ ຫລື ໃບຢັ້ງຢືນທຸລະກຳນໍາທະນາຄານ.
  • ຄວາມສົມບູນຂອງແຊັກ: ແຊັກຕ້ອງຢູ່ໃນສະພາບດີ, ບໍ່ຈີກຂາດ ແລະ ບໍ່ເປິເປື້ອນ
  • ເລກທີ​ແຊັກ.
  • ຈໍານວນ​ເງິນ​ເປັນ​ຕົວ​ເລກ ແລະ ຕົວໜັງສືຕ້ອງ​ກົງກັນ.
  • ວັນ​ທີ, ​ເດືອນ, ປີ ຂອງ​ການ​ສັ່ງ​ຈ່າຍ (ມີ​ອາຍຸ​ບໍ່​ເກີນ 180 ວັນ ນັບ​ແຕ່​ມື້​ສັ່ງ​ຈ່າຍ)
  • ລາຍ​ເຊັນ​ເຈົ້າ​ຂອງ​ບັນຊີໃຫ້ຖືກຕ້ອງຕາມເງື່ອນໄຂການສັ່ງຈ່າຍ.
  • ຕ້ອງລະບຸ​ຂໍ້​ມູນ​ຜູ້​ຮັບ​ເງິນ​ໃຫ້​ຄົບ​ຖ້ວນ​ເຊັ່ນ: ຊື່ ​ແລະ ​ເລກ​ບັນຊີ​ຜູ້​ຮັບ​ເງິນ, ຊື່ທະນາຄານ​ທີ່ລູກ​ຄ້າ​ຕ້ອງການ​ໂອນ​ເງິນ​ໄປ​ເຂົ້າ​ບັນຊີ​ໃຫ້ ຫລື ຊື່ໂຄງການທີ່ລູກຄ້າຈະເຂົ້າຮ່ວມປະມູນ.
  • ຄ່າ​ທຳ​ນຽມ​ໃນ​ການໂອນ​ລະຫວ່າງ​ທະນາຄານເລີ່ມຕົ້ນ:  15.000ກີບ /​​ 2ໂດ​ລາ /70ບາດ/​ຕໍ່​ລາຍການ.

(ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)