ຊື່ຜະລິດຕະພັນ

  ໜັງສືກວດສອບບັນຊີ

ຄຸນລັກສະນະ

  • ເອກະສານຢັ້ງຢືນທາງດ້ານນິຕິກໍາຂອງບັນຊີເງິນຝາກປະເພດຕ່າງໆ.

ຜົນປະໂຫຍດທີ່ໄດ້ຮັບ

  • ນໍາໃຊ້ເພື່ອຢັ້ງຢືນການເຄື່ອນໄຫວເງິນໃນບັນຊີຂອງລູກຄ້າໃຫ້ແກ່ອົງການກວດສອບບັນຊີ.

​ເງື່ອນໄຂການໃຊ້ບໍລິການ

ຂັ້ນ​ຕອນ​ການ​ສະໜອງຂໍ້​ມູນ​ໃຫ້​ແກ່​ອົງການ​ກວດ​ສອບ​ບັນຊີ (ພາຍ​ໃນ​ ແລະ ​ຕ່າງປະ​ເທດ):

  • ອົງການກວດ​ສອບ​ບັນຊີ​​ສົ່ງ​ໃບ​ສະ​ເໜີ​ກວດ​ສອບ​ບັນຊີທີ່​ ເຈົ້າຂອງບັນຊີເຊັນ​ຢັ້ງຢືນ​ໃຫ້ແກ່ ທຄຕລ ​ເພື່ອແຈ້ງຈຸດປະສົງອະນຸຍາດໃຫ້ ທຄຕລ ສະໜອງ​ຂໍ້​ມູນ​​ບັນຊີເງິນຝາກ​ຂອງ​ລູກ​ຄ້າ​ ໃຫ້​ແກ່​ອົງການກວດສອບບັນຊີ.
  • ພະນັກງານຜູ້ຮັບຜິດຊອບຕ້ອງກວດກາລາຍເຊັນ ອະນຸມັດຈາກເຈົ້າຂອງບັນຊີ ຢູ່ໃນໃບສະເໜີ  ທີ່ເປັນສະບັບຕົ້ນ ຖ້າຖືກຕ້ອງກໍ່ສາມາດສະໜອງຂໍ້ມູນຕາມການ ສະເໜີ ຂອງອົງການກວດສອບບັນຊີໄດ້.
  • ຄ່າ​ທຳ​ນຽມ​ອອກໜັງສືກວດສອບໃຫ້ອົງການກວດສອບພາຍ​ໃນ​ປະເທດ: 50.000ກີບ, 6 ​ໂດ​ລາ, 200 ບາດ, 50ຢວນ/ຊຸດ.

(ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)