ບໍລິການຊຳລະຜ່ານ Counter | ທຄຕລ
ບໍລິການຊຳລະຜ່ານ Counter
ບໍລິການຊຳລະຜ່ານ Counter
ຊື່ຜະລິດຕະພັນ
|
ບໍລິການຊຳລະຜ່ານ Counter
|
ຄຸນລັກສະນະ
|
- ເປັນບໍລິການທີ່ອຳນວຍຄວາມສະດວກໃຫ້ກັບທ່ານໃນການຊຳລະຄ່າສິນຄ້າ ແລະ ບໍລິການຕ່າງໆດ້ວຍການຫັກບັນຊີເງິນ ຝາກ ທີ່ມີຢູ່ກັບທະນາຄານ ຫຼື ຈ່າຍເປັນເງິນສົດກໍ່ໄດ້. ທ່ານສາມາດຊຳລະຄ່າສາທາລະນຸປະໂພກຕ່າງໆ ເຊັ່ນ: ຄ່ານ້ຳປະປາ, ຄ່າໄຟຟ້າ, ຄ່າໂທລະສັບ…ພຽງແຕ່ທ່ານນຳບິນເກັບເງິນມາທີ່ທະນາຄານ. ທ່ານກໍ່ສາມາດຊຳລະຄ່າບິນດັ່ງກ່າວໄດ້ຢ່າງສະ ດວກຜ່ານປ່ອງບໍລິການຕ່າງໆຂອງທະນາຄານ.
|
ຜົນປະໂຫຍດທີ່ໄດ້ຮັບ
|
- ປະຢັດເວລາ, ຄ່າໃຊ້ຈ່າຍໃນການໄປມາ ແລະ ຊຳລະຖືກຕ້ອງຕາມກຳນົດ, ບໍ່ຈຳເປັນຕ້ອງລໍຖ້າຄິວໃນການຊຳລະ, ທ່ານສາ ມາດຊຳລະຜ່ານເຄືອຂ່າຍທະນາຄານທີ່ຢູ່ໃກ້ທ່ານທີ່ສຸດ, ຫາຍກັງວົນກ່ຽວກັບການຢຸດໃຫ້ບໍລິການເນື່ອງຈາກບໍ່ໄດ້ຈ່າຍຄ່າບິນຫຼາຍເດືອນ.
|
ເງື່ອນໄຂການໃຊ້ບໍລິການ
|
- ສະໝັກໃຊ້ບໍລິການສະດວກສະບາຍ ພຽງແຕ່ນຳສຳເນົາໃບແຈ້ງໜີ້ ກັບປຶ້ມເງິນຝາກກັບ ທຄຕລ ທີ່ທ່ານຕ້ອງການໃຫ້ຫັກບັນຊີ ແລະ ໃສ່ລາຍລະອຽດໃນໃບບິນຍິນຍອມໃຫ້ຫັກບັນຊີເງິນຝາກ (ໃບມອບເງິນ) ທີ່ທາງທະນາຄານໄດ້ກຳນົດໃຫ້.
|