ຄຸນລັກສະນະ
|
1. ການປະກອບເອກະສານເປີດບັນຊີໃໝ່
1.1 ສໍາລັບລູກຄ້າສ່ວນບຸກຄົນ:
1. ສໍາລັບບຸກຄົນລາວ:
- ບັດປະຈໍາຕົວ ຫຼືບັດປະຈໍາຕົວຕ່າງດ້າວຖາວອນ (ມີອາຍຸການນໍາໃຊ້ກ່ອນ 1 ເດືອນ)
- ປື້ມສໍາມະໂນຄົວຄົນລາວ (ຕ້ອງມີຮູບຕິດ ພ້ອມດ້ວຍກາປະທັບຈາກ ປກສ)
- ປື້ມສໍາມະໂນຄົວຕ່າງດ້າວ (ຕ້ອງມີຮູບຕິດ ພ້ອມດ້ວຍກາປະທັບຈາກ ປກສ)
- ໜັງສືເດີນທາງ (Passport) ຂອງຄົນລາວ ( ມີອາຍຸການນໍາໃຊ້ກ່ອນ 6 ເດືອນ)
- ບັດພະນັກງານບໍານານ
- ບັດປະຈໍາຕົວທະຫານ / ຕໍາຫລວດ
- ໜັງສືສຸດທິພຣະສົງ (ບັດປະຈໍາຕົວພຣະສົງ)
ໝາຍເຫດ: ສໍາລັບເອກະສານດັ່ງກ່າວນີ້ແມ່ນສາມາດນໍາໃຊ້ຢ່າງໃດຢ່າງໜຶ່ງກໍ່ໄດ້
2. ບຸກຄົນຕ່າງປະເທດ:
- ໜັງສືເດີນທາງ (Passport) ຂອງຄົນຕ່າງປະເທດ (ບໍໜົດອາຍຸກ່ອນ 6ເດືອນ) ແລະ ບັດອະນຸຍາດພັກເຊົາ (Stay Permit) ທີ່ອອກໂດຍກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ (ມີອາຍຸການນໍາໃຊ້ກ່ອນ 1 ເດືອນ)
- ໜັງສືເດີນທາງ (Passport) ຂອງຄົນຕ່າງປະເທດ (ມີອາຍຸການນໍາໃຊ້ກ່ອນ 6 ເດືອນ) ແລະ ບັດອະນຸຍາດເຮັດວຽກ (Work permit) ທີ່ອອກໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ມີອາຍຸການນໍາໃຊ້ກ່ອນ 1 ເດືອນ) ຫຼືໜັງສືເດີນທາງ (Passport) ຂອງ ຄົນຕ່າງປະເທດ ແລະ ບັດນັກການທູດ ອອກໂດຍກະຊວງການຕ່າງປະເທດ.
- ກໍລະນີ ບຸກຄົນລາວທີ່ຖືສັນຊາດຕ່າງປະເທດ ບໍ່ມີບັດອະນຸຍາດພັກເຊົາ (Stay permit) ແລະ ບັດອະນຸຍາດເຮັດວຽກ (Work permit) ການປະກອບເອກະສານການເປີດບັນຊີໃໝ່ ຕ້ອງໃຫ້ຍາດພີ່ນ້ອງຊັ້ນຈໍາ ທີ່ເປັນຄົນລາວ ມີພູມລຳເນົາອາໄສຢູ່ລາວ ເຮັດໃບຢັ້ງຢືນສາຍຍາດ ແລະ ໜັງສືຄໍ້າປະກັນການເປີດບັນຊີໃໝ່ ຕາມແບບຟອມໜັງສືຄໍ້າປະກັນຂອງ ທຄຕລ ທີ່ປະກາດໃຊ້ໃນແຕ່ລະໄລຍະເຊິ່ງຍາດພີ່ນ້ອງຊັ້ນຈໍາຕ້ອງມາເຊັນໜັງສືດັ່ງກ່າວຊ້ອງໜ້າກັບ ທຄຕລ ດ້ວຍຕົນເອງ ແລະ ໃຫ້ອຳນາດການປົກຄອງບ້ານທີ່ຍາດພີ່ນ້ອງຊັ້ນຈໍາອາໄສຢູ່ເຊັນຢັ້ງຢືນພ້ອມປະທັບກາ.
- ກໍລະນີ ບຸກຄົນຕ່າງປະເທດທີ່ແຕ່ງງານກັບຄົນລາວ ບໍ່ມີບັດອະນຸຍາດພັກເຊົາ (Stay permit) ແລະ ບັດອະນຸຍາດ ເຮັດວຽກ (Work permit) ການປະກອບເອກະສານການເປີດບັນຊີໃໝ່ ຕ້ອງມີເອກະສານຢັ້ງຢືນການແຕ່ງງານ ຫຼື ທະບຽນສົມລົດ ທີ່ຖືກຕ້ອງຕາມກົດໝາຍ ແລະ ມີໃບຄໍ້າປະກັນການເປີດບັນຊີໃໝ່ ຈາກຄູ່ສົມລົດ ທີ່ມາເຊັນໜັງສືດັ່ງກ່າວຊ້ອງໜ້າກັບ ທຄຕລ ດ້ວຍຕົນເອງ ແລະ ໃຫ້ອຳນາດການປົກຄອງບ້ານທີ່ຄູ່ສົມລົດອາໄສຢູ່ເຊັນຢັ້ງຢືນພ້ອມປະທັບກາ.
- ສໍາລັບ ຄົນຕ່າງປະເທດທີ່ເປັນນັກທ່ອງທ່ຽວ, ບໍ່ມີທີ່ຢູ່ທີ່ແນ່ນອນ, ບໍ່ມີບັດອະນຸຍາດພັກເຊົາ (Stay permit), ບໍ່ມີບັດອະນຸຍາດເຮັດວຽກ (Work permit), ຜູ້ທີ່ VISA ເຂົ້າມາ ສປປ ລາວ ແບບຊົ່ວຄາວ ແມ່ນບໍ່ສາມາດເປີດບັນຊີໄດ້.
1.2 ສໍາລັບລູກຄ້ານິຕິບຸກຄົນ:
- ບັນຊີລັດຖະບານ:
- ໃບສະເໜີຂໍເປີດບັນຊີໃໝ່ (ຈາກກະຊວງ , ອົງການທຽບເທົ່າ ຫຼື ກົມກອງກ່ຽວຂ້ອງພ້ອມກາປະທັບ)
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ໃຫ້ກະຊວງ, ອົງການທຽບເທົ່າ ຫຼື ກົມກອງ (ຈາກຄັງເງິນແຫ່ງຊາດສູນກາງ ກະຊວງການເງິນທີ່ສະເໜີຫາທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຫຼື ທະນາຄານທຸລະກິດ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ (ສໍາລັບບຸກຄົນລາວລະບຸໃນຂໍ້ 1.1)
- ໂຄງການທີ່ຂຶ້ນກັບລັດຖະບານ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ຈາກກະຊວງ, ອົງການທຽບເທົ່າ ຫຼື ກົມກອງກ່ຽວຂ້ອງ ພ້ອມກາປະທັບ;
- MOU ຫຼື ສັນຍາ ໂຄງການທີ່ເຊັນລະຫວ່າງ ລັດຖະບານລາວ ແລະ ຜູ້ໃຫ້ທຶນ;
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ ໃຫ້ໂຄງການທີ່ຂຶ້ນກັບກະຊວງ, ອົງການທຽບເທົ່າ ຫຼື ກົມກອງ (ຈາກຄັງເງິນແຫ່ງຊາດສູນກາງ, ກະຊວງການເງິນ ທີ່ສະເໜີຫາທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຫຼື ທະນາຄານທຸລະກິດ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີບັນຊີໃໝ່ (ສໍາລັບບຸກຄົນລາວ ຫຼື ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
- ການປະກອບເອກະສານຂອງພາກສ່ວນວັດ ຫຼື ອົງການພຸດທະສາດສະໜາ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອຳນາດການປົກຄອງ ຫຼື ອົງການຈັດຕັ້ງກ່ຽວຂ້ອງພ້ອມກາປະທັບ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວລະບຸໄວ້ໃນ ຂໍ້ 1.1)
- ການປະກອບເອກະສານຂອງພາກສ່ວນອໍານາດການປົກຄອງຂັ້ນບ້ານ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອຳນາດການປົກຄອງຫຼືອົງການຈັດຕັ້ງກ່ຽວຂ້ອງພ້ອມກາປະທັບ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວລະບຸໃນຂໍ້ 1.1)
- ການປະກອບເອກະສານຂອງອົງການຈັດຕັ້ງສາກົນ ແລະ ອົງການສະຫະປະຊາຊາດ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການທີ່ກ່ຽວຂ້ອງ ພ້ອມກາປະທັບ)
- ໃບອະນຸຍາດສ້າງຕັ້ງ ຫຼື ດໍາເນີນອົງການ (Operation permit)
- ກົດລະບຽບພາຍໃນຂອງອົງການ ຫຼື ໃບແຈ້ງຜູ້ບໍລິຫານຂອງອົງການ (ທີ່ເຊັນຢັ້ງຢືນ ແລະ ກາປະທັບ ຈາກກະຊວງ ຫຼື ກົມກອງກ່ຽວຂ້ອງ) (ຖ້າມີ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບຄົນລາວ ຫຼື ຄົນ ຕ່າງປະເທດລະບຸໃນຂໍ້ 1.1 )
- ບັນຊີໂຄງການຂອງອົງການສາກົນ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການທີ່ກ່ຽວຂ້ອງ)
- ໃບອະນຸຍາດສ້າງຕັ້ງ ຫຼື ດໍາເນີນອົງການ (Operation permit)
- ກົດລະບຽບພາຍໃນຂອງອົງການ ຫຼື ໃບແຈ້ງຜູ້ບໍລິຫານຂອງອົງການ (ທີ່ເຊັນຢັ້ງຢືນ ແລະ ກາປະທັບ ຈາກກະຊວງ ຫຼື ກົມກອງກ່ຽວຂ້ອງ) (ຖ້າມີ)
- MOU ຫຼື ສັນຍາ ໂຄງການທີ່ເຊັນລະຫວ່າງລັດຖະບານລາວ ແລະ ຜູ້ໃຫ້ທຶນ
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນ ຫຼື ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
- ການປະກອບເອກະສານຂອງສະຖານທູດ ແລະ ກົງສຸນ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກສະຖານທູດ ຫຼື ກົງສຸນ ທີ່ກ່ຽວຂ້ອງ)
- ເອກະສານຢັ້ງຢືນ ຫຼື ອະນຸຍາດສ້າງຕັ້ງຫ້ອງການສະຖານທູດ / ກົງສຸນ (ຈາກພາກສ່ວນທີ່ກ່ຽວຂ້ອງ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວ ຫຼື ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
- ການປະກອບເອກະສານຂອງສະຖາບັນການເງິນສາກົນ ແລະ ສະຖາບັນການເງິນສາກົນທີ່ຂຶ້ນກັບອົງການຈັດຕັ້ງສາກົນ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ)
- ໃບອະນຸຍາດດຳເນີນທຸລະກິດກ່ຽວກັບສະຖາບັນການເງິນ ອອກໂດຍ BOL ຫຼື ກະຊວງການເງິນ
- ໃບທະບຽນສະຖາບັນການເງິນສາກົນ
- ໃບທະບຽນອາກອນ ຫຼື ໃບແຈ້ງເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ)
- ກົດລະບຽບພາຍໃນຂອງສະຖາບັນການເງິນ (ທີ່ມີກາປະທັບ ແລະ ເຊັນຢັ້ງຢືນຜ່ານກະຊວງ ຫຼື ກົມກອງກ່ຽວຂ້ອງ) (ຖ້າມີ)
- AML Check List (ຖ້າມີ)
- ເອກະສານ ຫຼື ມະຕິຕົກລົງຂອງຜູ້ຖືຮຸ້ນ (ຖ້າມີ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວ ຫຼື ບຸກຄົນຕ່າງປະເທດລະບຸໃນຊຂໍ້ 1.1)
- ທະນາຄານຕ່າງປະເທດ (ມີສໍານັກງານຢູ່ຕ່າງປະເທດ) ທີ່ບໍ່ມີຫ້ອງການ ຫຼື ບໍ່ມີສໍານັກງານຕັ້ງຢູ່ ສປປ ລາວ:
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ)
- ໃບທະບຽນວິສາຫະກິດ
- ໃບທະບຽນອາກອນ ຫຼື ໃບແຈ້ງເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ)
- ກົດລະບຽບພາຍໃນຂອງທະນາຄານ (ຖ້າມີ)
- AML Check List (ຖ້າມີ)
- MOU ຫຼື ສັນຍາການຮ່ວມມືລະຫວ່າງ ທຄຕລ ແລະ ທະນາຄານ ທີ່ຈະມາເປີດບັນຊີນຳ
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
- ບັນຊີຫ້ອງການຜູ້ຕາງໜ້າ:
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ)
- ໃບທະບຽນຫ້ອງການຜູ້ຕາງໜ້າ
- ກົດລະບຽບພາຍໃນຂອງຫ້ອງການຜູ້ຕາງໜ້າ (ທີ່ມີກາປະທັບ ແລະ ເຊັນຢັ້ງຢືນຜ່ານກະຊວງ ຫຼື ກົມກອງກ່ຽວຂ້ອງ
- ເອກະສານ ຫຼື ມະຕິຕົກລົງຂອງຜູ້ຖືຮຸ້ນ (ຖ້າມີ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວ ຫຼື ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
- ລັດວິສາຫະກິດ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ)
- ໃບທະບຽນວິສາຫະກິດ
- ໃບອະນຸຍາດດຳເນີນທຸລະກິດ (ຖ້າມີ)
- ໃບທະບຽນອາກອນ ຫຼື ໃບແຈ້ງເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ)
- ເອກະສານ ຫຼື ມະຕິຕົກລົງຂອງຜູ້ຖືຮຸ້ນ (ຖ້າມີ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວລະບຸໃນຂໍ້ 1.1)
- ພາກສ່ວນຮຸ້ນສ່ວນລັດ-ເອກະຊົນ ພາຍໃນ ຫຼື ຕ່າງປະເທດ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ)
- ໃບທະບຽນວິສາຫະກິດ ຫຼື ໃບທະບຽນສໍາປະທານ ຫຼື ຂໍ້ຕົກລົງຈາກພາກສ່ວນລັດຖະບານ
- ໃບອະນຸຍາດດຳເນີນທຸລະກິດ (ຖ້າມີ)
- ໃບທະບຽນອາກອນ ຫຼື ໃບແຈ້ງເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ)
- ເອກະສານ ຫຼື ມະຕິຕົກລົງຂອງຜູ້ຖືຮຸ້ນ (ຖ້າມີ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວ ຫຼື ບຸກຄົນຕ່າງປະເທດທີ່ລະບຸໃນຂໍ້ 1.1)
- ອົງການຈັດຕັ້ງເສດຖະກິດລວມໝູ່:
ປະກອບມີ: ກຸ່ມການຜະລິດ, ກຸ່ມປູກຝັງ-ລ້ຽງສັດ, ກຸ່ມການປະມົງ, ກຸ່ມການບໍລິການ, ສະມາຄົມ,ສະຫະກອນ, ກອງທຶນມູນລະນິທິ, ກຸ່ມທ້ອນເງິນ ແລະ ອື່ນໆ. ການປະກອບເອກະສານເປີດບັນຊີມີດັ່ງນີ້:
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ)
- ຂໍ້ຕົກລົງ ຫຼື ເອກະສານສ້າງຕັ້ງສະມາຄົມ/ກຸ່ມ/ສະຫະກອນ/ກອງທຶນ (ຈາກພາກສ່ວນລັດຖະບານ)
- ໃບອະນຸຍາດດຳເນີນທຸລະກິດ (ຖ້າມີ)
- ໃບທະບຽນອາກອນ ຫຼື ໃບແຈ້ງເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ)
- ເອກະສານ ຫຼື ມະຕິຕົກລົງຂອງຜູ້ຖືຮຸ້ນ (ຖ້າມີ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວຫຼື ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
14. ວິສາຫະກິດພາຍໃນ ແລະ ຕ່າງປະເທດ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກພາກສ່ວນທີ່ກ່ຽວຂ້ອງ)
- ໃບທະບຽນວິສາຫະກິດ
- ໃບທະບຽນອາກອນ ຫຼື ໃບແຈ້ງເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວ ຫຼື ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
15. ບໍລິສັດສໍາປະທານ ພາຍໃນ ແລະ ຕ່າງປະເທດ
- ໃບສະເໜີຂໍເປີດບັນຊີເງິນຝາກໃໝ່ (ພ້ອມກາປະທັບ)
- ໃບທະບຽນສໍາປະທານ
- ໃບທະບຽນອາກອນ ຫຼື ໃບແຈ້ງເລກປະຈຳຕົວຜູ້ເສຍອາກອນ
- ເອກະສານແຕ່ງຕັ້ງ ຫຼື ຂໍ້ຕົກລົງ ຜູ້ບໍລິຫານ ເພື່ອເຄື່ອນໄຫວບັນຊີເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ສໍາລັບບຸກຄົນລາວ ຫຼື ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
16. ສະຖາບັນການເງິນ:
- ສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ)
- ໃບທະບຽນວິສາຫະກິດ
- ໃບທະບຽນອາກອນ ຫຼື ໃບແຈ້ງເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ)
- ໃບອະນຸຍາດດຳເນີນທຸລະກິດກ່ຽວກັບສະຖາບັນການເງິນອອກໂດຍ BOL ຫຼື ກະຊວງການເງິນ
- ກົດລະບຽບພາຍໃນສະຖາບັນການເງິນ (ທີ່ມິກາປະທັບ ແລະ ເຊັນຢັ້ງຢືນຜ່ານກະຊວງ ຫຼື ກົມກອງທີ່ກ່ຽວຂ້ອງ (ຖ້າມີ)
- AML Check List (ຖ້າມີ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
- ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດມາເປີດບັນຊີໃໝ່ (ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
17. ທະນາຄານທຸລະກິດ (ທີ່ມີສໍານັກງານຕັ້ງຢູ່ ສ ປປ ລາວ)
- ສະເໜີຂໍເປີດບັນຊີເງິນຝາກໃໝ່ (ຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ)
- ໃບທະບຽນວິສາຫະກິດ
- ໃບທະບຽນອາກອນ ຫຼື ໃບແຈ້ງເລກປະຈຳຕົວຜູ້ເສຍອາກອນ (ຖ້າມີ)
- ໃບອະນຸຍາດດຳເນີນທຸລະກິດກ່ຽວກັບສະຖາບັນການເງິນ ຫຼື ທະນາຄານທຸລະກິດອອກໂດຍ BOL ຫຼື ກະຊວງການເງິນ
- ກົດລະບຽບພາຍໃນທະນາຄານ (ທີ່ມິກາປະທັບ ແລະ ເຊັນຢັ້ງຢືນຜ່ານກະຊວງຫຼື ກົມກອງທີ່ກ່ຽວຂ້ອງ) (ຖ້າມີ)
- AML Check List (ຖ້າມີ)
- ເອກະສານແຕ່ງຕັ້ງຜູ້ບໍລິຫານ ຫຼື ຂໍ້ຕົກລົງແຕ່ງຕັ້ງ ຜູ້ມີສິດເຄື່ອນໄຫວບັນເງິນຝາກ
- ໃບມອບສິດ ຫຼື ໃບແຕ່ງຕັ້ງຕົວແທນ ເພື່ອມາດໍາເນີນການເປີດບັນຊີໃໝ່
ເອກະສານບຸກຄົນຜູ້ມີສິດເຄື່ອນໄຫວບັນຊີ ແລະ ຜູ້ຮັບມອບສິດເປີດບັນຊີໃໝ່ (ບຸກຄົນຕ່າງປະເທດລະບຸໃນຂໍ້ 1.1)
|