ບໍລິການເບີກຈ່າຍເງິນເດືອນ | ທຄຕລ
ບໍລິການເບີກຈ່າຍເງິນເດືອນ
ບໍລິການເບີກຈ່າຍເງິນເດືອນ
ຊື່ຜະລິດຕະພັນ
|
ບໍລິການເບີກຈ່າຍເງິນເດືອນ
|
ຄຸນລັກສະນະ
|
- ເປັນທາງເລືອກທີ່ດີສໍາລັບລູກຄ້ານິຕິບຸກຄົນ, ກະຊວງ ແລະ ອົງການຕ່າງໆທີ່ຕ້ອງຈ່າຍເງິນເດືອນໃຫ້ພະນັກງານທີ່ມີຄວາມສະດວກ, ໝັ້ນໃຈ, ປອດໄພ ໃນການສັ່ງຈ່າຍເງິນ, ປະຢັດແຊັກ, ປະຢັດເວລາໃນການໂອນ
|
ຜົນປະໂຫຍດທີ່ໄດ້ຮັບ
|
- ລູກຄ້າສາມາດສັ່ງຈ່າຍແຊັກໄດ້ແບບບໍ່ຈຳກັດວົງເງິນ ແລະ ສາມາດສັ່ງໂອນຈາກບັນຊີໜຶ່ງເຂົ້າຫາຫຼາຍບັນຊີໄດ້
- ລູກຄ້າມີຄວາມສະດວກ, ປອດໄພໃນການໂອນ, ບໍ່ຈຳເປັນຕ້ອງມາຖອນເງິນສົດເປັນຈຳນວນຫຼາຍ ເພື່ອນໍາໄປເບີກ ຈ່າຍເງິນເດືອນໃຫ້ແກ່ພະນັກງານ
- ພະນັກງານຈະໄດ້ຮັບເງິນຄົບຖ້ວນຈຳນວນຄ່າແຮງງານ ຫຼື ເງິນເດືອນຕົວຈິງທີ່ບໍລິສັດ ຫຼື ອົງການຈ່າຍໃຫ້
- ມີຄວາມສະດວກ, ປອດໄພໃນການໂອນ-ຖອນໄດ້ທຸກສາຂາ ແລະ ໜ່ວຍບໍລິການຂອງ ທຄຕລ ທົ່ວປະເທດ
- ສາມາດໂອນເງິນເດືອນຜ່ານລະບົບ Internet Banking ຂອງ ທຄຕລ ໄດ້
|
ເງື່ອນໄຂການໃຊ້ບໍລິການ
|
- ລູກຄ້າຜູ້ສັ່ງຈ່າຍເງິນເດືອນຜ່ານລະບົບທະນາຄານຕ້ອງມີບັນຊີເງິນຝາກກະແສລາຍວັນ ຫຼື ບັນຊີເງິນ ຝາກປະຢັດນໍາ ທຄຕລ
- ຄ່າທຳນຽມໃນການໂອນເງິນເດືອນຜ່ານລະບົບ ທຄຕລ ສະເພາະບັນຊີຂອງ ທຄຕລ (ບັນຊີຂອງລັດຖະກອນ) ແມ່ນບໍ່ມີຄ່າທຳນຽມ
- ກໍລະນີຕ້ອງການໂອນເງິນຈາກບັນຊີເງິນຝາກກະແສລາຍວັນຕ້ອງປະກອບແບບຟອມມອບແຊັກຂອງ ທຄຕລ
- ຕ້ອງມີເອກະສານ ແລະ file ຂໍ້ມູນລາຍຊື່ ແລະ ເລກບັນຊີເງິນຝາກຂອງພະນັກງານຜູ້ທີ່ຈະຮັບເງິນເດືອນ ພ້ອມດ້ວຍລາຍເຊັນຂອງຜູ້ມີສິດເຊັນອະນຸມັດໃນບັນຊີສົ່ງໃຫ້ທະນາຄານທຸກຄັ້ງ (ກໍລະນີໂອນຜ່ານ Counter ບໍລິການຂອງ ທະນາຄານ)
|