ຊື່ຜະລິດຕະພັນ

  ບໍລິການເບີກຈ່າຍເງິນເດືອນ

ຄຸນລັກສະນະ

  • ເປັນທາງເລືອກທີ່ດີສໍາລັບລູກ​ຄ້າ​ນິຕິບຸກຄົນ, ກະຊວງ ​ແລະ ອົງການຕ່າງໆທີ່ຕ້ອງຈ່າຍເງິນເດືອນໃຫ້ພະນັກງານທີ່​ມີ​ຄວາມສະດວກ, ໝັ້ນ​ໃຈ, ປ​ອດ​ໄພ ​ໃນ​ການ​ສັ່ງ​ຈ່າຍ​ເງິນ, ປະຢັດແຊັກ, ປະຢັດເວລາໃນການໂອນ

ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ

  • ລູກ​ຄ້າ​ສາມາດ​ສັ່ງ​ຈ່າຍ​ແຊັກ​ໄດ້​​ແບບ​ບໍ່​ຈຳກັດ​ວົງ​ເງິນ​​ ແລະ ສາມາດສັ່ງໂອນຈາກບັນຊີໜຶ່ງເຂົ້າຫາຫຼາຍບັນຊີໄດ້
  • ລູກຄ້າມີຄວາມສະດວກ, ປອດໄພໃນການໂອນ, ບໍ່ຈຳເປັນຕ້ອງມາຖອນເງິນສົດເປັນຈຳນວນຫຼາຍ ເພື່ອ​ນໍາ​ໄປເບີກ ຈ່າຍເງິນເດືອນໃຫ້​ແກ່ພະນັກງານ
  • ພະນັກງານ​ຈະໄດ້ຮັບເງິນຄົບ​ຖ້ວນຈຳນວນຄ່າ​ແຮງ​ງານ​ ຫຼື​ ເງິນ​ເດືອນ​ຕົວ​ຈິງທີ່​ບໍລິສັດ​ ຫຼື​ ອົງການ​ຈ່າຍ​ໃຫ້
  • ມີຄວາມສະດວກ, ປອດໄພໃນການໂອນ-ຖອນໄດ້ທຸກສາຂາ ​ແລະ ໜ່ວຍບໍລິການຂອງ ທຄຕລ ທົ່ວປະເທດ
  • ສາມາດ​​ໂອນ​ເງິນ​ເດືອນ​ຜ່ານ​ລະບົບ Internet Banking ຂອງ ທຄຕລ​ ໄດ້

ເງື່ອນ​ໄຂ​ການ​ໃຊ້​ບໍລິການ

  • ລູກ​ຄ້າ​ຜູ້​ສັ່ງ​ຈ່າຍ​ເງິນ​ເດືອນ​ຜ່ານ​ລະບົບ​ທະນາຄານ​ຕ້ອງ​ມີບັນຊີເງິນຝາກກະແສລາຍວັນ ຫຼື ບັນຊີ​ເງິນ ຝາກປະຢັດນໍາ ທຄຕລ
  • ຄ່າທຳນຽມ​ໃນການໂອນເງິນເດືອນຜ່ານ​ລະບົບ ທຄຕລ​ ສະ​ເພາະ​ບັນຊີ​ຂອງ ທຄຕລ (ບັນຊີຂອງລັດຖະກອນ) ແມ່ນ​ບໍ່​ມີຄ່າ​ທຳນຽມ
  • ກໍລະນີ​ຕ້ອງການ​ໂອນ​ເງິນ​ຈາກ​ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນຕ້ອງປະກອບ​ແບບ​​ຟອມມອບແຊັກຂອງ​ ທຄຕລ
  • ຕ້ອງມີເອກະສານ ​ແລະ file ​ຂໍ້​ມູນລາຍຊື່ ​ແລະ ​ເລກ​ບັນຊີ​ເງິນ​ຝາກຂອງພະນັກງານຜູ້ທີ່​ຈະ​ຮັບເງິນເດືອນ ພ້ອມດ້ວຍລາຍເຊັນຂອງຜູ້ມີສິດເຊັນອະນຸມັດ​ໃນ​ບັນຊີ​ສົ່ງ​ໃຫ້​ທະນາຄານທຸກ​ຄັ້ງ (ກໍລະນີ​ໂອນ​ຜ່ານ​ Counter ບໍລິການຂອງ ທະນາຄານ)