ຊື່ຜະລິດຕະພັນ

 ພິມບັນຊີສໍາຮອງ

ຄຸນລັກສະນະ

  • ການບັນທຶກລາຍການເຄື່ອນໄຫວບັນຊີເງິນຝາກ.

ຜົນປະໂຫຍດທີ່ໄດ້ຮັບ

  • ສ້າງຄວາມສະດວກໃຫ້ແກ່ລູກຄ້າໃນການຕິດຕາມການເຄື່ອນໄຫວບັນຊີແຕ່ລະໄລຍະ.
  • ສາມາດນໍາໃຊ້ໃນການປະກອບເອກະສານຕ່າງໆເຊັ່ນ: ຢັ້ງຢືນການປະມູນໂຄງການ, ການສໍາພາດ ແລະ ອື່ນໆ.

ເງື່ອນໄຂການໃຊ້ບໍລິການ

  1. ລູກ​ຄ້າ​ ຕ້ອງຂຽນ​ໃບ​ສະ​ເໜີ​ຂໍ​ບັນຊີສໍາຮອງຕາມ​ແບບ​ຟອມຂອງ ທຄຕລ ລະບຸວັນທີຕ້ອງການຂໍບັນຊີສໍາຮອງ ແລະ ລົງລາຍ​ເຊັນ​ຕາມ​ເງື່ອນ​ໄຂ​ສັ່ງ​ຈ່າຍ​ທ່ີ່ລະບຸ​ໄວ້​ໃນ​​ຄຳ​ຮ້ອງ ຂໍ​ເປີດ​ບັນຊີ​ໃໝ່.
  2. ກໍລະນີເຈົ້າ​ຂອງ​ບັນຊີ​ຕ້ອງການ​ບັນຊີ​ສໍາຮອງ​ຕ້ອງ​​ໄດ້ເຂົ້າ​ມາພົວພັນ​ ພະນັກງານ​ແທວ​ເລີ​ຢູ່​ຕາມ​ຈຸດ​ບໍລິການ​ຕ່າງໆຂອງ ທຄຕລ ​​ດ້ວຍຕົນເອງ​ພ້ອມທັງ​ຖື​ປື້​ມ​ແຊັກ ຫຼື ປື້​ມ​ເງິ​ນຝາກ​ປະຢັດ, ປື້​ມຝາກ​ປະຈຳ ສະ​ເໜີ​ຕໍ່​ພະນັກງານ​ຜູ້​ຮັບຜິດຊອບ​ພິມ​ບັນຊີ​ສໍາຮອງ, ຖ້າ​ເປັນບຸກຄົນ​ອື່ນ​ມາ​ແທນ​ຕ້ອງມີ​ໃບ​ສະ​ເໜີ ຫຼື ​ໃບ​ມອບ​ສິດ​ພ້ອມລົງ​ລາຍ​ເຊັນ​ຈາກ​ເຈົ້າ​ຂອງ​ບັນຊີ​ໂດຍ​ຖືກ​ຕ້ອງຕາມເງື່ອນ​ ໄຂ​ສັ່ງ​ຈ່າຍທີ່​ລະບຸ​ໄວ້​ຢູ່​ໃນ​ແບບ​ຟອມ​ເປີດ​ບັນຊີ​ໃໝ່.

ສັ່ງພິມ> Statement ​ເປັນພິເສດເພີ່ມເຕີມ:

  • 1​ ເດືອນ​ ຫາ  1 ປີ: 20.000ກີບ / 3 ໂດ​ລາ / 90ບາດ / 20ຢວນ ​ຕໍ່​ບັນຊີ

(ບໍ່ເກີນ 20 ໜ້າ, ຖ້າເກີນເກັບເພີ່ມ 5.000 ກີບ, 1 ໂດລາ, 25 ບາດ, 10 ຢວນ/ສະບັບ).

  • ​ເກີນ 1 ປີ ​ຫາ 2 ປີ : 50.000ກີບ / 7 ໂດ​ລາ / 220 ບາດ / 50 ຢວນ ​ຕໍ່​ບັນຊີ
    (ບໍ່ເກີນ 20 ໜ້າ, ຖ້າເກີນເກັບເພີ່ມ 5.000 ກີບ, 1 ໂດລາ, 25 ບາດ, 10 ຢວນ/ສະບັບ).
  • ​ເກີນ 2 ປີ ​ຫາ 3 ປີ : 100.000ກີບ / 13 ໂດ​ລາ / 440 ບາດ / 90 ຢວນ ​ຕໍ່​ບັນຊີ
    (ບໍ່ເກີນ 30 ໜ້າ, ຖ້າເກີນເກັບເພີ່ມ 10.000 ກີບ, 2 ໂດລາ, 50 ບາດ, 10 ຢວນ/ສະບັບ).
  • ເກີນ 3 ປີ ​ຫາ 4 ປີ: 200.000ກີບ / 25 ໂດ​ລາ / 880ບາດ / 180 ຢວນ ​ຕໍ່​ບັນຊີ
    (ບໍ່ເກີນ 30 ໜ້າ, ຖ້າເກີນເກັບເພີ່ມ 10.000 ກີບ, 2 ໂດລາ, 50 ບາດ, 10 ຢວນ/ສະບັບ).
  • ເກີນ 4 ປີ ​ຫາ 5 ປີ: 300.000ກີບ / 37 ໂດ​ລາ / 1.310 ບາດ / 260 ຢວນ ​ຕໍ່​ບັນຊີ
    (ບໍ່ເກີນ 50 ໜ້າ, ຖ້າເກີນເກັບເພີ່ມ 20.000 ກີບ, 3 ໂດລາ, 90 ບາດ, 20 ຢວນ/ສະບັບ).
  • ​ເກີນ 5 ປີ ​ຫາ 10 ປີ: 500.000ກີບ / 65 ໂດ​ລາ / 2.200ບາດ / 430 ຢວນ ​ຕໍ່​ບັນຊີ
    (ບໍ່ເກີນ 50 ໜ້າ, ຖ້າເກີນເກັບເພີ່ມ 20.000 ກີບ, 3 ໂດລາ, 90 ບາດ, 20 ຢວນ/ສະບັບ).
  • ​ເກີນ 10ປີ ​ຂຶ້ນ​ໄປ (ກໍລະນີ​ສະໜອງ​ໄດ້): 1.000.000 ກີບ/ 125 ໂດ​ລາ/4.400 ບາດ​/ 860ຢວນ/ບັນຊີ
    (ບໍ່ເກີນ 100 ໜ້າ, ຖ້າເກີນເກັບເພີ່ມ 50.000 ກີບ, 7 ໂດລາ, 220 ບາດ, 50 ຢວນ/ສະບັບ).
  • ຄ່າ​ທຳນຽມ​ສົ່ງ Statement ຜ່ານຊ່ອງທາງ SWIFT 280.000ກີບ/35ໂດ​ລາ/1.230ບາດ, 250ຢວນ/ບັນຊີ/​ເດືອນ.
    (ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)