ໜັງສືແຈ້ງເຊີນ
ເຖິງ: ບັນດາບໍລິສັດ ຫ້າງຮ້ານຕົວແທນຈໍາໜ່າຍອຸປະກອນໄອທີ ໃນນະຄອນຫຼວງວຽງຈັນ.
ເລື່ອງ: ແຈ້ງເຊີນເຂົ້າຮ່ວມຍືນຊອງປະມູນລາຄາເຄື່ອງຮູດບັດບີຄຳ ລຸ້ນ (Z90PD) ຈຳນວນ 150 ເຄື່ອງ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຊາບບັນດາບໍລິສັດ ແລະ ຫ້າງຮ້ານຕົວແທນຈຳໜ່າຍເຄື່ອງຮູດບັດບີຄຳ ລຸ້ນ (Z90PD) ຈຳນວນ 150 ເຄື່ອງ. ເພື່ອມານຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງ ທະນາຄານ ຈຶ່ງໄດ້ແຈ້ງເຊີນມາຍັງທ່ານເພື່ອຍືນຊອງເຂົ້າຮ່ວມປະມູນເຄື່ອງ ດັ່ງມີລາຍລະອຽດລຸ່ມນີ້:
1. 128×64 dot-matrix LCD, support backlight
2. 4 LED status indicators
3. 17-key keypad
4. 1 or 2 slots for full-size smart card reader/writer compliance with ISO/IEC 7816
5. Contactless card reader/writer compliance with ISO/IEC 14443 part 1-4
6. Configurable 1 to 4 SAM slots
7. Magnetic Stripe Support
8. RS232 interface
9. USB full speed
9.1. Support buzzer
10. Support firmware upgrade
11. Optional external privacy shield
12. Certifications
12.1. PBOC 3.0 L1
12.2. QPBOC 3.0 L1
1. Contact Smart Cards
1.1. T=0 or T=1 protocol
1.2. ISO 7816-Compliant Class A, B, C (5V, 3V, 1.8V)
2. Contact Memory Cards
2.1. Cards following the I2C bus protocol (free memory cards) with capability, including:
2.1.1. Atmel: AT24C01/02/04/08/18/32/64/128
2.2. Cards with intelligent 1 KB EEPROM with write-protect function, including:
2.2.1. Infineon: SLE4418, SLE4428, SLE5518 and SLE5528
3. Contactless Cards
3.1. ISO 14443-Compliant, Type A & B Standard, parts 1 to 4, T=CL protocol
3.2. MiFare® Classic
4. Magnetic Stripe Cards
4.1. Track 1/2/3 reading
4.2. Bi-directionalTypical Applications
4.3. e-Healthcare
4.4. Transportation
4.5. Banking and Payment
4.6. e-Purse and Loyalty
4.7. e-Government
- ຫ້າງຮ້ານຕົວແທນຈຳໜ່າຍອຸປະກອນໄອທີ ມີຄວາມຕ້ອງການຍື່ນຊອງປະມູນລາຄາຕ້ອງປະກອບເອກະສານໃຫ້ຄົບຖ້ວນດັ່ງລຸ່ມນີ້:
- ປະກອບເອກະສານໃນນາມນິຕິບຸກຄົນ ທີ່ດຳເນີນທຸລະກິດຈໍາໜ່າຍເຄື່ອງອຸປະກອນໄອທີ, ດຳເນີນທຸລະກິດ ຢ່າງໜ້ອຍ 03 ປີຂຶ້ນໄປ, ສໍາເນົາໃບທະບຽນວິສາຫະກິດ, ໃບຢັ້ງຢືນການເສຍອາກອນປີ 2022-2024 ແລະ ໃບຢັ້ງຢືນການເປັນຕົວແທນຈໍາໜ່າຍ.
- ເອກະສານລາຍລະອຽດສະເປັກສິນຄ້າ, ການຮັບປະກັນສິນຄ້າ, ໄລຍະເວລາການຈັດສົ່ງສິນຄ້າ ແລະ ຂໍ້ມູນຕ່າງໆ ຕາມ format ທີ່ຕິດຄັດມາພ້ອມນີ້.
- ມີການຊັບພອດການພັດທະນາເຄື່ອງຮຸດຈາກໂຮງງານ, ສາມາດສະໜັບສະໜູນເຕັກນິກການເຊື່ອມຕໍ່ຮອງຮັບບັດປະເພດຕ່າງໆຂອງ ທຄຕລ ໃນເຄື່ອງຮູດໄດ້ສະດວກ ແລະ ສະດວກໃນການປະສານງານ.
- ເອກະສານຂ້າງເທິງແມ່ນໃຫ້ຍື່ນກ່ອນ ວັນສຸກ ວັນທີ 25/04/2025 ເວລາ 11:00 ໂມງ ໂດຍການສົ່ງຟາຍເຂົ້າ E-mail: procurement@bcel.com.la ມາທີ່ພະແນກຫ້ອງການບໍລິຫານ-ການເງິນ ຊັ້ນ 4, ຕືກ C.
- ໃບສະເໜີລາຄາໃຫ້ລະບຸລາຄາຫົວໜ່ວຍແຕ່ລະລາຍການ ແລະ ລວມມູນຄ່າອາກອນທັງໝົດເປັນສະກຸນເງິນກີບໃຫ້ຄົບຖ້ວນ.
- ຜູ້ສະໜອງຕ້ອງວາງເງິນຄໍ້າປະກັນການປະມູນຕໍ່າສຸດ 10% ຂອງມູນຄ່າທັງໝົດ ໂດຍໜັງສືຄໍ້າປະກັນທີ່ອອກໂດຍທະນາຄານພາຍໃນ (ວັນໝົດອາຍຸໜັງສືຄໍ້າປະກັນຕ້ອງເຖິງ ວັນທີ 06/08/2025) ຫຼື ແຊັກທີ່ວີຊ້າແລ້ວ (ທຄຕລ ບໍ່ຮັບເງິນສົດ), ພາຍຫຼັງປະກາດຜົນ ທຄຕລ ຈະສົ່ງໜັງສືຄໍ້າປະກັນດັ່ງກ່າວຄືນ.
- ໃນ ວັນອັງຄານ ຕອນເຊົ້າ ວັນທີ 06/05/2025 ເວລາ 09:00 ໂມງ ແມ່ນມື້ເປີດຊອງປະມູນ ສະນັ້ນໃຫ້ຜູ້ສະໜອງທີ່ຜ່ານການຄັດເລືອກຈາກເອກະສານຊອງທີ 1 ມາຍື່ນຊອງລາຄາມາດ້ວຍຕົນເອງ ຫຼື ສົ່ງຜູ້ຕາງໜ້າເຂົ້າຮ່ວມທີ່ຫ້ອງປະຊຸມດອກຄູນຊັ້ນ 5, ຫ້ອງ 5/2, ອາຄານ C.
- ທຄຕລ ຂໍສະຫງວນສິດ ປະຕິເສດຜູ້ສະໜອງທີ່ປະກອບເອກະສານ ບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງຕາມການກຳນົດຂ້າງເທິງ.
- ເງື່ອນໄຂຂອງສັນຍາລະຫວ່າງ ທຄຕລ ແລະ ຜູ້ສະໜອງທີ່ຊະນະການປະມູນ:
- ຜູ້ທີ່ຊະນະການປະມູນຈະໄດ້ເຊັນສັນຍາກັບ ທຄຕລ ແລະ ຮັບຜິດຊອບຄ່າທຳນຽມໃນການຈົດທະບຽນສັນຍາ.
- ຖ້າຜູ້ຊະນະການປະມູນປະຕິເສດການເຊັນສັນຍາ ແມ່ນຕ້ອງໄດ້ຈ່າຍຄ່າເສຍຫາຍໃຫ້ແກ່ ທຄຕລ ໃນອັດຕາ 10% ຂອງມູນຄ່າລວມທີ່ສະເໜີປະມູນ.
- ການຊໍາລະຈະແບ່ງຈ່າຍເປັນ 02 ງວດ ລຸ່ມນີ້:
- ງວດທີ 1: ຊໍາລະ 90% ຂອງມູນຄ່າ ພາຍໃນ 25 ວັນລັດຖະການ ພາຍຫຼັງໄດ້ຮັບເຄື່ອງ ແລະ ກວດກາຄວາມຖືກຕ້ອງຈາກຄະນະກຳມະການຕິດຕາມກວດກາ.
- ງວດທີ 2: ຊໍາລະ 10% ຂອງມູນຄ່າ ພາຍຫຼັງຄົບກໍານົດການຄໍ້າປະກັນຄຸນນະພາບສິນຄ້າ 06 ເດືອນ.
ດັ່ງນັ້ນ, ຈຶ່ງອອກແຈ້ງເຊີນມາຍັງທ່ານທີ່ມີຄວາມສົນໃຈເຂົ້າຮ່ວມຍືນຊອງປະມູນໃນຄັ້ງນີ້.
ຜູ້ອຳນວຍການ