ພິທີເຊັນສັນຍາ
ວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ
ລະຫວ່າງ
ບໍລິສັດ ຮ່ວມທຶນ ພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ແລະ
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທີ່ ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2020
ວັນທີ 27 ພະຈິກ 2020, ຢູ່ທີ່ ໂຮງແຮມ ເມືອງແທ່ງ ໄດ້ຈັດພິທີເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນວຽງຈັນ-ວັງວຽງ ລະຫວ່າງ ບໍລິສັດຮ່ວມທຶນ ພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ຕາງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ແລະ ທ່ານ ທ່າງຢົງຄົ້ວ, ປະທານບໍລິສັດຮ່ວມທຶນ ພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ, ທ່ານ ນາງ ລໍາມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ, ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທຄຕລ, ທ່ານ ຫຼວນຈີ້ງ ຮອງຜູ້ອຳນວຍການໃຫຍ່ ທະນາຄານ ICBC ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ, ຄະນະອໍານວຍການ, ຄະນະພະແນກ, ສູນ, ຄະນະສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ທາງດ່ວນວຽງຈັນ-ວັງວຽງ ເປັນໂຄງການກໍ່ສ້າງທາງດ່ວນໄລຍະທີ 1 ມີຄວາມຍາວ 109 ກິໂລແມັດ ນັບແຕ່ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ຂອງແຂວງວຽງຈັນ, ກວ້າງ 23 ແມັດ, ມີ 4 ຊ່ອງທາງຈະລາຈອນ, ມີ 2 ແລວ ໄປ-ກັບ, ມີອຸໂມງ 1 ແຫ່ງ ຢູ່ເຂດພູພະ, ມີຂົວຂ້າມທັງໝົດ 34 ແຫ່ງ ເຊິ່ງປະກອບດ້ວຍຂົວຂ້າມທາງ ເລກທີ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ ແລະ ຈຸດເຊື່ອມຕໍ່ເຂົ້າ-ອອກມີ 7 ຈຸດ ຄື: ບ້ານສີເກີດ, ບ້ານນາຊອນ, ບ້ານບົວບ້ານສະກ້າ, ບ້ານໂພນໂຮງ, ບ້ານຫີນເຫີບ ແລະ ວັງວຽງ.
ໂຄງການທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເປັນອີກໜຶ່ງໃນໂຄງການຮ່ວມມືທີ່ສຳຄັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ ແລະ ພື້ນຖານໂຄງລ່າງຂອງ ສປປ ລາວ. ໃນນີ້, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກໍ່ໄດ້ມີສ່ວນຮ່ວມໃນການສະໜອງບໍລິການໃນໂຄງການດັ່ງກ່າວ ໃຫ້ແກ່ບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈຳກັດ ເຊິ່ງໃນເບື້ອງຕົ້ນແມ່ນ ທຄຕລ ຈະໃຫ້ບໍລິການໃນການເຄື່ອນຍ້າຍເງິນສົດຕາມຈຸດສະຖານີຕ່າງໆໃຫ້ແກ່ບໍລິສັດ.
ໂຄງການທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ຖືເປັນເສັ້ນທາງດ່ວນທໍາອິດທີ່ຈະເປີດນໍາໃຊ້ໃນ ສປປ ລາວ, ເປັນບາດກ້າວໜຶ່ງທີ່ສຳຄັນໃນການພັດທະນາປະເທດຊາດ ແລະ ກໍ່ເປັນວຽກງານທີ່ສໍາຄັນຂອງ ທຄຕລ ໃນການໃຫ້ບໍລິການ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊຳລະຄ່າຜ່ານທາງດ່ວນຂອງປະຊາຊົນຜູ້ຊົມໃຊ້, ຮັບປະກັນການເກັບກຳຄ່າຜ່ານທາງໃຫ້ແກ່ເຈົ້າຂອງໂຄງການຢ່າງຄົບຖ້ວນ ແລະ ໂປ່ງໃສ.
ນະໂອກາດນີ້ຂໍສະແດງຄວາມຂອບໃຈມາຍັງລູກຄ້າທຸກທ່ານທີ່ນໍາໃຊ້ຜະລິດຕະພັນ ຂອງ ທຄຕລ ຕະຫຼອດມາ. ທຄຕລ ຈະສືບຕໍ່ພັດທະນາລະບົບການບໍລິການໃຫ້ມີຄວາມທັນສະໄໝ ແລະ ສືບຕໍ່ຮ່ວມມືກັບພາກສ່ວນອື່ນໆເພື່ອອໍານວຍຄວາມສະດວກໃນການຊຳລະສະສາງຕ່າງໆຂອງລູກຄ້າຜ່ານ ທຄຕລ ດ້ວຍເຄື່ອງມືທີ່ທັນສະໄໝ ຫຼື ໃນຍຸກແຫ່ງການບໍລິການທະນາຄານແບບດີຈີຕໍ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
Facebook: BCEL Bank, Website: www.bcel.com.la