ເຖິງ: ລູກຄ້າຜູ້ຖືບັດ BCEL ATM UnionPay
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍແຈ້ງມາຍັງທ່ານຮັບຊາບ ກ່ຽວກັບການປັບປຸງເງື່ອນໄຂການນຳໃຊ້ບັດ BCEL ATM UnionPay ສະເພາະຢູ່ປະເທດຫວຽດນາມ ເພື່ອຫຼີກລ້ຽງຜົນກະທົບຕໍ່ນັກຮຽນ-ນັກສຶກສາໃຫ້ມີຄວາມສະດວກໃນການນຳໃຊ້ບັດ ໂດຍມີລາຍລະອຽດດັ່ງນີ້:
ລາຍການນຳໃຊ້ |
ເງື່ອນໄຂການນຳໃຊ້ |
ຖອນເງິນສົດຜ່ານຕູ້ເອທິເອັມ |
ສາມາດຖອນໄດ້ຈາກບັນຊີກີບ ບໍ່ເກີນ 150 ໂດລາ/ມື້ ແລະ ສະສົມສູງສຸດບໍ່ເກີນ 300 ໂດລາ/ເດືອນ. |
ເລີ່ມຕັ້ງແຕ່ວັນທີ 19 ກໍລະກົດ 2021 ເປັນຕົ້ນໄປ