🤔ໃຜທີ່ເຄີຍເຈິແບບນີ້ແນ່ ໃຊ້ບັດຈ່າຍທາງອອນລາຍບໍ່ໄດ້...
ບໍ່ວ່າຈະເປັນການຊື້ເຄື່ອງອອນລາຍ ຫຼື ຈອງປີ້ຍົນ...ຜ່ານເວບໄຊທ໌ ຫຼື ແອັບພີເຄຊັ້ນຕ່າງໆ
 
🔴ສາເຫດແມ່ນຍ້ອນທ່ານບໍ່ເປີດຟັງຊັ້ນ “ເປີດ/ປິດບັດທາງອອນລາຍ” ຢູ່ໃນແອັບ BCEL One ນັ້ນເອງ.
 
☝️ມາ... ມື້ນີ້ແອັດມິນຈະມາບອກ!!#3ຂັ້ນຕອນຕັ້ງຄ່າເປີດ/ປິດອອນລາຍໃຫ້ປະຕິບັດດັ່ງນີ້:
1. ພາຍຫຼັງທີ່ Login ເຂົ້າ BCEL One
2. ກົດໄປທີ່ຮູບບັດ BCEL Credit/Debit (ເລືອກບັດທີ່ທ່ານຕ້ອງການໃຊ້ຈ່າຍ)
3. ກົດໄປທີ່ Icon ເປີດ/ປິດອອນລາຍ ເພື່ອຕັ້ງຄ່າ:ສາມາດເລືອກຕັ້ງຄ່າໄດ້ 3 ຮູບແບບຄື:
- “ປິດ” (ທ່ານຄວນເລືອກກົດປຸ່ມປິດເມື່ອທ່ານບໍ່ຕ້ອງການຊື້ ຫຼື ຊໍາລະທາງອອນລາຍ)
- “ເປີດໄວ້ຈົນຮອດ ... ທຸລະກຳສິ້ນສຸດ” (ທ່ານສາມາດເລືອກໃຊ້ປຸ່ມນີ້ ກໍລະນີຕ້ອງການລະບຸ “ຈໍານວນຄັ້ງ” ທີ່ຈະຊື້ ຫຼື ຊໍາລະທາງອອນລາຍໄດ້. ຫຼັງຈາກມີການນໍາໃຊ້ຈ່າຍທາງອອນລາຍຄົບຕາມຈໍານວນຄັ້ງທີ່ທ່ານກໍານົດນັ້ນແລ້ວ ລະບົບຈະປິດການນຳໃຊ້ບັດຂອງທ່ານບໍ່ໃຫ້ຈ່າຍທາງອອນລາຍໂດຍອັດຕະໂນມັດ)
- “ເປີດໄວ້ພາຍໃນ...ນາທີ” (ທ່ານສາມາດເລືອກໃຊ້ປຸ່ມນີ້ ກໍລະນີຕ້ອງການກໍານົດ “ນາທີ” ຂອງການເປີດບັດໃຫ້ຊື້ ຫຼື ຊໍາລະທາງອອນລາຍໄດ້. ຫຼັງຈາກຄົບເວລາທີ່ທ່ານຕັ້ງໄວ້ແລ້ວ ລະບົບຈະປິດການນຳໃຊ້ບັດຂອງທ່ານບໍ່ໃຫ້ຈ່າຍທາງອອນລາຍໂດຍອັດຕະໂນມັດ)ຫຼັງຈາກເລືອກເງື່ອນໄຂຂ້າງເທິງແລ້ວ ໃຫ້ກົດບັນທຶກ ແລ້ວກົດຕົກລົງຫຼັງຈາກນັ້ນທ່ານກໍ່ສາມາດຄວບຄຸມການນໍາໃຊ້ບັດຊໍາລະອອນລາຍຢູ່ເວບໄຊທ໌ ຫຼື ແອັບພິເຄຊັນຕ່າງໆໄດ້ດ້ວຍຕົນເອງ.
 
#ໝາຍເຫດ: ໃຫ້ເລືອກປິດອອນລາຍໄວ້ທຸກຄັ້ງ ເມື່ອບໍ່ຕ້ອງການນໍາໃຊ້ບັດຊໍາລະຜ່ານທາງອອນລາຍ ເພື່ອຄວາມປອດໄພ.
------------------------------------------------------
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
👉 ສອບຖາມຂໍ້ມູນເພີ່ມຕື່ມ:
☎️ 1555
👉 ແກ້ໄຂບັນຫາການໃຊ້ບໍລິການ:
☎️ໂທ/ຂໍ້ຄວາມ ຫາ ທີມງານ OneCare Support ຜ່ານ ແອັບ BCELOne
👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
FB: BCEL Bank, BCEL Promotion
TikTok: BCEL Bank
IG: bcelbank
Youtube: BCEL Channel