ຜະລິດຕະພັນ BCEL OneCash Wallet

ຄຸນລັກສະນະ

  • ເປັນກະເປົາເງິນເອເລັກໂທຣນິກ ທີ່ສາມາດເຮັດທຸລະກໍາຕ່າງໆ ໂດຍບໍ່ຈໍາເປັນຕ້ອງສໍາພັດກັບເງິນສົດ ສາມາດສະໝັກນໍາໃຊ້ BCEL OneCash ດ້ວຍເບີໂທບໍ່ຈໍາເປັນຕ້ອງເປີດບັນຊີ ແລະ ບໍ່ຈໍາເປັນຕ້ອງເຂົ້າທະນາຄານ.

ຜົນປະໂຫຍດທີ່ໄດ້ຮັບ

  • ສາມາດໂອນເງິນໄດ້ໃນວົງເງິນ 5 ລ້ານກີບ, ຖອນເງິນອອກເປັນເງິນສົດໄດ້ທີ່ຕູ້ ATM ດ້ວຍການສະແກນ QR Code, ສາມາດເລືອກ icon ກະເປົາຕາມລາສີເກີດໄດ້, ສາມາດສ້າງ ແລະ ສົ່ງບົງເງິນ (Cash Voucher) ເພື່ອເປັນຂອງຂັວນໃຫ້ແກ່ບຸກຄົນອື່ນ ທີ່ມີບັນຊີ ຫຼື ບໍມີບັນຊີກັບ ທຄຕລ ໃນເທດສະການ ແລະ ວັນສໍາຄັນຕ່າງໆໄດ້, ສາມາດໃຊ້ຊໍາລະຄ່າສິນຄ້າ, ຄ່າໄຟ້າ, ຄ່ານໍ້າປະປາ, ຄ່າໂທລະສັບ ແລະ ຄ່າບໍລິການອື່ນໆໄດ້.

ເງື່ອນໄຂການໃຊ້ບໍລິການ

  • ສໍາລັບຜູ້ທີ່ຍັງບໍ່ທັນມີບັນຊີ ສາມາດສະໝັກນໍາໃຊ້ໄດ້ດ້ວຍເບີໂທລະສັັບ ດ້ວຍການດາວໂຫຼດແອັບ BCEL One ຈາກ AppStore ຫຼື PlayStore ປ້ອນຂໍ້ມູນເບີ ແລະ ປະຕິບັດຕາມຂັ້ນຕອນ ເພື່ອລົງທະບຽນນຳໃຊ້ ໂດຍບໍ່ຕ້ອງເຂົ້າມາໃນທະນາຄານ.
  • ສໍາລັບຜູ້ທີ່ມີ BCEL One ຢູ່ແລ້ວ ຫຼັງຈາກ Login ເຂົ້າໄປ ຈະປະກົດບັດ OneCash ໃຫ້ Active, ລູກຄ້າສາມາດ Active OneCash ຕາມຂັ້ນຕອນໂດຍການ Scan ໃບຫນ້າ ແລະ ປ້ອນເບີໂທລະສັບຮັບເລກ OTP ເພື່ອຢັ້ງຢືນຕົວຕົນກໍ່ສາມາດ ນໍາໃຊ້ OneCash ໄດ້.