ຜະລິດ​ຕະພັນບັດ VISA Platinum Debit:

ຄຸນລັກສະນະ

  • ບັດວີຊ່າແພຼດຕິນຳເດບິດ ທຄຕລ  ແມ່ນຜະລິດຕະພັນບັດອີເລັກໂທຼນິກສາກົນຊະນິດໜຶ່ງ ທີ່ ທຄຕລ ອອກໃຫ້ລູກຄ້າເພື່ອໃຊ້ແທນການຖືເງິນສົດ, ເປັນບັດ chip ຕາມມາດຕະຖານສາກົນເຊິ່ງມີຄວາມປອດໄພສູງ, ສາມາດນໍາໃຊ້ ເພື່ອຖອນເງິນສົດ ຫຼື ໃຊ້ຊໍາລະຄ່າສິນຄ້າ ຫຼື ການບໍລິການຕ່າງໆຕາມຄຸນລັກສະນະຂອງ ແຕ່ລະປະເພດຂອງບັດ.
  • ບັດເດບິດຕ່າງຈາກບັດເຄຣດິດ ຄືເປັນບັດທີ່ເຮັດການຊໍາລະທັນທີຈາກບັນຊີເງິນຝາກຂອງລູກຄ້າ. ສາມາດນໍາໃຊ້ໄດ້ສູງສຸດ 5,000 ໂດລາ/ມື້.

ຜົນປະໂຫຍດທີ່ໄດ້ຮັບ

  • ສາມາດຊໍາລະສິນຄ້າດ້ວຍ Chip Contactless ຫຼື ຟັງຊັ້ນ Tap & Go ແຕະເພື່ອຈ່າຍງ່າຍ ແລະ ໄວຂື້ນ.
  • ສາມາດໃຊ້ແທນ​ເງິນ​ສົດ ​ແລະ ​​ແຊັ​ກ ຢ່າງ​ສະດວກ​ສະບາຍ ​ແລະ ປອດ​ໄພ ເພື່ອຊໍາລະ​ສະ​ສາງ​ຄ່າ​ສິນຄ້າ ຫຼື ​ບໍລິການ ​ແລະ ທ່ອງ​ທ່ຽວ​ໄປ​ສະຖານ​ທີ່​ຕ່າງໆທີ່ມີສັນຍາລັກຮັບບັດວີຊ່າໃນ​ທົ່ວໂລກ ​ໂດຍ​ບໍ່​ຈໍາ​ເປັນ​ຕ້ອງ​ຖື​ເງິນສົດ​ເປັນ​ຈໍານວນ​ຫຼາຍ.
  • ສາມາດຊື້​ສິນຄ້າ ຫຼື ຊໍາລະ​ຄ່າ​ບໍລິການ ຜ່ານ Internet ​ໄດ້, ສາມາດ​ໃຊ້​ບໍລິການ​ຊໍາລະ​ສະ​ສາງຕາມ​​ຮ້ານຄ້າ ​ແລະ ຈຸດ​ບໍລິການຕ່າງໆ ຜ່ານ​ເຄື່ອງຮູດ​ບັດ (EDC/POS) ແລະ ນຳໃຊ້ຖອນເງິນສົດຜ່ານຕູ້​ເອທີເອັມໄດ້ທຸກຈຸດ ທົ່ວ​ໂລກ ທີ່​ມີສັນຍາ​ລັກ​ VISA.
  • ບໍ່ເສຍຄ່າທຳນຽມ ສໍາລັບຊໍາລະຄ່າບໍລິການ ຫຼື ສິນຄ້າຈາກຮ້ານຄ້າສະມາຊິກ ແລະ ຕູ້ ATM ທຄຕລ.
  • ສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຄວມຄຸມການນໍາໃຊ້ບັດເຄຣດິດຂອງທ່ານຜ່ານ BCEL One ເຊິ່ງຈະຊ່ວຍໃຫ້ທ່ານນໍາໃຊ້ບັດເຄຣດິດຂອງທ່ານໄດ້ຢ່າງສະດວກສະບາຍ ແລະ ປອດໄພຍິ່ງຂຶ້ນ.

ເງື່ອນໄຂການສະໝັກນໍາໃຊ້

  • ລູກຄ້າທຸກຄົນທີ່ຕ້ອງການອອກບັດ VISA Platinum Debit ຕ້ອງມີບັນຊີເງິນຝາກຢ່າງໜ້ອຍໜຶ່ງບັນຊີກັບ ທຄຕລ.
  • ເອກະສານສໍາລັບປະກອບຟອມສະໝັກມີ:
  • ແບບຟອມລົງທະບຽນບັດ
  • ສັນຍາການອອກບັດ 2 ສະບັບ
  • ຂໍ້ແນະນໍາ ແລະ ເງື່ອນໄຂການນໍາໃຊ້ບັດເຄຣດິດ/ເດບິດ 2 ສະບັບ
  • ສໍາເນົາບັດປະຈໍາຕົວ ຫຼື ໜັງສືຜ່ານແດນ ຫຼື ສໍາມະໂນຄົວ.

ໝາຍເຫດ

  • ອີງຕາມລະບຽບຂອງ ທຄຕລ, ແຕ່ລະບັດມີການກຳນົດວົງເງິນການຖອນເງິນສົດ ແລະ ການໃຊ້ຈ່າຍຕໍ່ຄັ້ງຕໍ່ວັນ ຕາຕະລາງກ່ຽວກັບວົງເງິນການວົງເງິນການຖອນ ,ການໃຊ້ຈ່າຍ ແລະ ຄໍາແນະນໍາການນໍາໃຊ້ແມ່ນລະບຸລະອຽດຢູ່ໃນໃບເງື່ອນໄຂທີ່ທາງທະນາຄານມອບໃຫ້ແກ່ທ່ານເພື່ອເປັນບ່ອນອີງໃນການນໍາໃຊ້.

ຄ່າສະໝັກສະມາຊິກ

ປະເພດ

ວົງເງິນບັດເດບິດ

ຄ່າສະໝັກສະມາຊິກ

ຄ່າບໍາລຸງຮັກສາປະຈໍາປີ

ບັດຫຼັກ

ບັດຫຼັກ

ບັດຫຼັກ

ບັດເສີມ

VISA Platinum Debit

ເລີ່ມຕົ້ນ 100 USD

15 USD

10 USD

25 USD

15 USD

             

 

ເນື້ອໃນ

VISA Platinum Debit

ໃນປະເທດ

ຕ່າງປະເທດ

ວົງເງິນໃຊ້ຈ່າຍສູງສຸດ/ມື້   (ໂດລາ)

5,000

10,000

ຈໍານວນຄັ້ງໃຊ້ຈ່າຍ/1ມື້

15

20

ວົງເງິນໃຊ້ຈ່າຍສູງສຸດ/ຄັ້ງ  (ໂດລາ)

3,000

5,000

ວົງເງິນຖອນສົດ/1ມື້       (ໂດລາ)

1,500

3,000

ຈໍານວນຄັ້ງຖອນສົດ/1ມື້

10

15

ວົງເງິນຖອນສົດສູງສຸດ/ຄັ້ງ (ໂດລາ)

1,000

1,500

ວົງເງິນໃຊ້ຈ່າຍອອນລາຍສູງສຸດ/1ມື້ (ໂດລາ)

3,000

5,000

ຈຳນວນຄັ້ງໃຊ້ຈ່າຍອອນລາຍ/1ມື້

15

20