ຜະລິດຕະພັນບັດ World Master Card
|
ຄຸນລັກສະນະ
|
- ບັດ BCEL World Mastercard ແມ່ນບັດເຄຼດິດມາດສ໌ເຕີຄາດ ທີ່ເໝາະສົມສຳລັບລູກຄ້າທີ່ມັກການເດີນທາງ ແລະ ການໃຊ້ຈ່າຍຢ່າງມີລະດັບ. ດ້ວຍຕາໜ່າງການບໍລິການ ແລະ ສິດທິພິເສດທີ່ຄວບຄຸມ ແລະ ເປັນທີ່ຍອມຮັບຂອງຜູ້ຖືບັດໃນທົ່ວໂລກຂອງ Mastercard, ລູກຄ້າຈະໄດ້ຮັບຄວາມສະດວກສະບາຍ, ວ່ອງໄວ ແລະ ປອດໄພໃນການນຳໃຊ້ບັດ.
- ລູກຄ້າສາມາດນຳໃຊ້ບັດເພື່ອຖອນເງິນສົດ, ຊໍາລະຄ່າສິນຄ້າບໍລິການຢູ່ຕາມຮ້ານຄ້າທັງພາຍໃນ ແລະ ຕ່າງປະເທດ, ຊໍາລະຄ່າສິນຄ້າ ແລະ ບໍລິການຜ່ານເວັບໄຊທ໌ຼຕ່າງໆທີ່ມີສັນຍາລັກຮັບບັດ Mastercard ພ້ອມທັງໄດ້ຮັບປະສົບການໃນການຊໍາລະຢ່າງມີລະດັບ ແລະ ສິດທິພິເສດທີ່ຫຼາຍກວ່າ.
- ບັດເຄຼດິດຄືບັດແທນເງິນສົດລ່ວງໜ້າ ຫຼື ເປັນບັດສິນເຊື່ອ ທີ່ສະມາຊິກບັດຈະໄດ້ຮັບວົງເງິນສິນເຊື່ອຈາກທະນາຄານໂດຍອີງຕາມລະບຽບທີ່ວາງອອກ. ບັດດັ່ງກ່າວສາມາດໃຊ້ຊໍາລະຄ່າສິນຄ້າ ຫຼື ບໍລິການຕ່າງໆ ຫຼື ຈ່າຍເງິນຜ່ານອິນເຕີເນັດ. ໄລຍະເວລາປອດດອກເບ້ຍ ສູງສຸດ 45 ວັນ (ຂຶ້ນຢູ່ກັບວັນທີທີ່ໃຊ້ຈ່າຍ) ກໍລະນີຊໍາລະເຕັມຈຳນວນເງິນທີ່ຮຽກເກັບ ແລະ ຊໍາລະໃນເວລາທີ່ກຳນົດ.
- ສາມາດເລືອກຊໍາລະຄ່າໃຊ້ຈ່າຍພຽງບາງສ່ວນແຕ່ຕ້ອງບໍ່ໜ້ອຍກວ່າຂັ້ນຕ່ຳ 10% ຂອງຍອດໜີ້ຕາມໃບແຈ້ງຍອດບັນຊີບັດເຄຼດິດ (Statement).
|
ຜົນປະໂຫຍດທີ່ໄດ້ຮັບ
|
- ສາມາດລິ້ງວົງເງິນສິນເຊື່ອ ຫຼື ໃຊ້ວົງເງິນສິນເຊື່ອຮ່ວມກັບບັດເຄຼດິດປະເພດອື່ນຂອງທ່ານ ເຊັ່ນ: BCEL Visa Credit, BCEL Co-Brand Credit ແລະ BCEL JCB Credit. ການອອກບັດທີ່ລິ້ງວົງເງິນດຽວກັນ ຈະເຮັດໃຫ້ທ່ານສາມາດຮັບສິດທິພິເສດ ແລະ ປະໂຫຍດໃນການນໍາໃຊ້ຈາກຫຼາຍຜະລິດຕະພັນບັດ.
- ສ່ວນຫຼຸດພິເສດຈາກຮ້ານຄ້າ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມກິດຈະກຳ ໃນແຕ່ລະໄລຍະ.
- ເສຍຄ່າທຳນຽມ ສໍາລັບຊໍາລະຄ່າບໍລິການ ຫຼື ສິນຄ້າຈາກຮ້ານຄ້າສະມາຊິກ ແລະ ຕູ້ ATM ທຄຕລ.
- ທ່ານສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຄວມຄຸມການນໍາໃຊ້ບັດເຄຼດິດຂອງທ່ານຜ່ານ BCEL One, ເຊິ່ງເປັນເຄື່ອງມືທີ່ຈະຊ່ວຍໃຫ້ທ່ານນໍາໃຊ້ບັດເຄຼດິດຂອງທ່ານໄດ້ຢ່າງສະດວກສະບາຍ ແລະ ປອດໄພຍິ່ງຂຶ້ນ. ສາມາດຊໍາລະຜ່ານຫຼາຍຊ່ອງທາງເຊັ່ນ: ການສັ່ງຊື້ຜ່ານເວັບໄຊ, ອີເມວ ຫຼືໂທລະສັບ.
|
ເງື່ອນໄຂ
ການນໍາໃຊ້
|
1. ບຸກຄົນສັນຊາດລາວ ຫຼື ຕ່າງປະເທດ
2. ເປັນບຸກຄົນທີ່ມີລາຍຮັບໝັ້ນຄົງ
3. ມີທີ່ຢູ່ແນ່ນອນ, ຖ້າເປັນຄົນຕ່າງປະເທດຕ້ອງມີໃບອະນຸຍາດ ຫຼື ການຄໍ້າປະກັນຈາກອົງການທີ່ກ່ຽວຂ້ອງ
4. ມີວົງເງິນຄໍ້າປະກັນ (ສໍາລັບການຄ້ໍາດ້ວຍເງິນໂດລາແມ່ນໄດ້ວົງເງິນໃນບັດບໍ່ເກີນ 85% ຂອງວົງເງິນ ຄ້ຳປະກັນ, ສ່ວນການຄ້ຳປະກັນດ້ວຍເງິນກີບແລະບາດແມ່ນໄດ້ວົງເງິນບໍ່ເກີນ 80%)
5. ຖ້າບໍ່ຕ້ອງການນຳໃຊ້ວົງເງິນຄ້ຳປະກັນ ແມ່ນສາມາດສະເໜີອອກບັດເຄຼດິດທີ່ບໍ່ມີຫຼັກຊັບຄ້ຳປະກັນ ໂດຍສະເໜີຜ່ານຄະນະກຳມະການສິນເຊື່ອຕາມລະບຽບການ
6. ມີຄວາມສາມາດທາງດ້ານການປະພຶດຕໍ່ໜ້າກົດໝາຍໃນການປະຕິບັດສັນຍາ ແລະ ເງື່ອນໄຂຕ່າງໆ
7. ຕ້ອງມີບັນຊີກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢ່າງໜ້ອຍ 1 ບັນຊີ, ມີບັດປະຈຳຕົວ ຫຼື ໜັງສືເດີນທາງ (passport) ຫຼື ປື້ມສໍາມະໂນຄົວ
|
ໝາຍເຫດ
|
- ອີງຕາມລະບຽບຂອງ ທຄຕລ, ແຕ່ລະບັດມີການກຳນົດວົງເງິນການຖອນເງິນສົດ ແລະ ການໃຊ້ຈ່າຍຕໍ່ຄັ້ງຕໍ່ວັນ. ຕາຕະລາງກ່ຽວກັບວົງເງິນການວົງເງິນການຖອນ, ການໃຊ້ຈ່າຍ ແລະ ຄໍາແນະນໍາການນໍາໃຊ້ແມ່ນລະບຸລະອຽດຢູ່ໃນໃບເງື່ອນໄຂທີ່ທາງທະນາຄານມອບໃຫ້ແກ່ທ່ານເພື່ອເປັນບ່ອນອີງໃນການນໍາໃຊ້. ສະນັ້ນ, ຜູ້ຖືບັດຄວນສຶກສາເງື່ອນໄຂໃຫ້ລະອຽດເພື່ອຄວາມເຂົ້າໃຈ ແລະ ສະດວກໃນການນຳໃຊ້ບັດ
- ແຕ່ລະປະເພດບັດ ສາມາດຖອນເງິນສົດໄດ້ 50% ຂອງວົງເງິນສິນເຊື່ອ ຫຼື ສາມາດໃຊ້ຈ່າຍໄດ້ທັງໝົດ 100% ຂອງວົງເງິນສິນເຊື່ອ.
|
ສິດທິປະໂຫຍດ
|
- ຟຣີປະກັນໄພທ່ອງທ່ຽວໃນເວລາເດີນທາງໄປຕ່າງປະເທດ (Oversea Travel Insurance)
ທຸກຄັ້້ງທີ່ທ່ານເດີນທາງໄປຕ່າງປະເທດ ແລະ ນຳໃຊ້ບັດ BCEL World Mastercard ຂອງທ່ານຊໍາລະຄ່າເດີນທາງ (ປີ້ຍົນ), ທ່ານຈະໄດ້ຮັບການຄຸ້ມຄອງຈາກແຜນປະກັນໄພທ່ອງທ່ຽວ ໃນຕະຫຼອດການເດີນທາງ ເປັນຕົ້ນ:
- ຄ່າໃຊ້ຈ່າຍປິ່ນປົວສຸກເສີນ ສູງສຸດ 100.000 ໂດລາ
- ຄ່າໃຊ້ຈ່າຍໃນການອົບພະຍົບ/ການຍ້າຍກັບຄືນຖິ່ນ ສູງສຸດ 1.000.000 ໂດລາ
- ຄ່າອຸບັດຕິເຫດບຸກຄົນ-ຕະຫຼອດການເດີນທາງ ສູງສຸດ 85.000 ໂດລາ
- ຄ່າເຂົ້າພັກຮັກສາທີ່ໂຮງໝໍ 50 ໂດລາ/ວັນ ສູງສຸດເຖິງ 30 ວັນ
- ຄ່າຊົດເຊີຍກໍລະນີກະເປົາເດີນທາງເສຍຫາຍ ສູງສຸດ 1.500 ໂດລາ
- ຄ່າຊົດເຊີຍກໍລະນີຖ້ຽວບິນລ່າຊ້າ 75 ໂດລາ/ຊົ່ວໂມງ
- ກະເປົາເດີນທາງລ່າຊ້າ 75 ໂດລາ/ຊົ່ວໂມງ
ແລະ ລາຍລະອຽດອື່ນໆສາມາດເບິ່ງເພີ່ມເຕີມໄດ້ຈາກເງື່ອນໄຂການຄຸ້ມຄອງປະກັນໄພ.
- ຄຸ້ມຄອງກໍລະນີທີ່ທ່ານນຳໃຊ້ບັດຊໍາລະຄ່າສິນຄ້າ ແຕ່ບໍ່ໄດ້ຮັບເຄື່ອງ ຫຼື ເຄື່ອງທີ່ໄດ້ຮັບບໍ່ຖືກຕ້ອງຕາມລາຍການທີ່ຕ້ອງການ ຫຼື ນຳໃຊ້ບໍ່ໄດ້ເນື່ອງຈາກເປ່ເພເສຍຫາຍ ສູງສຸດ 1.500 ໂດລາ.
- ການລົງທະບຽນນໍາໃຊ້ຫ້ອງພັກຮັບຮອງ LoungeKey
BCEL World Mastercard ໄດ້ຮັບສິດເຂົ້າຫ້ອງພັກຮັບຮອງຂອງສະໜາມບິນຊັ້ນນໍາຕ່າງໆຟຣິ 2 ຄັ້ງ/ປີ. ແຕ່ກ່ອນເຂົ້່ານໍາໃຊ້ບໍລິການຫ້ອງພັກຮັບຮອງດັ່ງກ່າວນັ້ນ, ທ່ານຕ້ອງລົງທະບຽນຕາມຂັ້ນຕອນດັ່ງລຸ່ມນີ້:
- ດາວໂຫຼດ Mastercard Airport Experience App ຢູ່ App Store ຫຼື Play Store ແລະ ລົງທະບຽນຜ່ານ App.
- ປ້ອນເລກບັດ ແລະ ອັກສອນແລນດອມເພື່ອຢືນຢັນ: ເພື່ອການຢືນຢັນ ແລະ ກວດສອບ, ທ່ານຕ້ອງເປີດຟັ່ງຊັ້ນອອນລາຍ ເພື່ອໃຫ້ລະບົບເຮັດລາຍການບ໊ອກເງິນໄວ້ຊົ່ວຄາວ 1 ໂດລາ, ແຕ່ລາຍການດັ່ງກ່າວນີ້ຈະບໍ່ຖືກຮຽກເກັບເຂົ້າບັດຂອງທ່ານ ແລະ ຈະຖືກປົດລ໊ອກພາຍໃນ 10 ວັນ.
- ປ້ອນຂໍ້ມູນບັດ ແລະ ຕັ້ງ User: ປ້ອນຂໍ້ມູນບັດໃຫ້ຖືກຕ້ອງ (ເຊິ່ງຕ້ອງເປີດຟັ່ງຊັ່ນອອນລາຍໄວ້ກ່ອນ 1 ຄັ້ງ). ຫຼັງຈາກນັ້່ນກົດ Verify . ຈາກນັ້ນ. ປ້ອນຂໍ້ມູນສ່ວນຕົວ, ຊື່ ແລະ ນາມສະກຸນ, ເບີໂທຕິດຕໍ່ (00856-20-xxxxxxxx), ຕັ້ງ User ແລະ ລະຫັດສ່ວນຕົວ, ຕັ້ງຄໍາຖາມເພື່ອຄວາມປອດໄພ, ຫຼັງຈາກປ້ອນຂໍ້ມູນຄົບຖ້ວນແລ້ວກົດ Save.
- ນໍາ User ແລະ ລະຫັດສ່ວນຕົວທີ່ທ່ານຕັ້ງເພື່ອເຂົ້າສູ່ລະບົບ.
|
ວົງເງິນສິນເຊື່ອ ຫຼື Credit Limit
|
ບັດ BCEL World Mastercard ≤ 100,000 ໂດລາ
|
ຄ່າທໍານຽມ
|
ຊະນິດບັດ
|
ຄ່າສະໝັກສະມາຊິກ
|
ຄ່າບໍາລຸງຮັກສາປະຈໍາປີ
|
ບັດຫຼັກ
|
ບັດເສີມ
|
ບັດຫຼັກ
|
ບັດເສີມ
|
BCEL World Mastercard
|
35 USD
|
25 USD
|
75 USD
|
65 USD
|
|
ວົງເງິນໃຊ້ຈ່າຍຂອງບັດ
|
ເນື້ອໃນ
|
World Mastercard
|
ໃນປະເທດ
|
ຕ່າງປະເທດ
|
ວົງເງິນນໍາໃຊ້/ມື້
|
30,000
USD
|
40,000 USD
|
ຈໍານວນຄັ້ງໃຊ້ຈ່າຍ/ມື້
|
30 ຄັ້ງ
|
40 ຄັ້ງ
|
ວົງເງິນໃຊ້ຈ່າຍສູງສຸດ/ຄັ້ງ
|
15,000
USD
|
18,000
USD
|
ວົງເງິນຖອນສົດ/ມື້
|
2,000
USD
|
2,000
USD
|
ຈໍານວນຄັ້ງຖອນເງິນສົດ/ມື້
|
12 ຄັ້ງ
|
12 ຄັ້ງ
|
|