ສິນເຊື່ອເພື່ອການຊົມໃຊ້ (Consumer Loan) ວົງເງິນກູ້ຢືມສູງເຖິງ 50.000.000 ກີບ

 

ສິນເຊື່ອເພື່ອການຊົມໃຊ້ສໍາລັບລູກຄ້າລາຍຍ່ອຍ (Consumer Loan)

ຄຸນລັກສະນະ

  • ເໝາະສໍາລັບບຸກຄົນ ທີ່ມີລາຍຮັບປະຈໍາ.
  • ສໍາລັບ ຊື້ສິນຄ້າໃຊ້ໃນຄົວເຮືອນ, ສິນຄ້າອີເລັກໂທນິກ ແລະ ສິນຄ້າພາຫະນະເດີນທາງ (ລົດຈັກ).

ຈຸດເດັ່ນ

  • ສາມາດກູ້ຢືມໄດ້ສູງສຸດ 50 ລ້ານກີບ
  • ຄິດໄລ່ດອກເບ້ຍ ຕາມຍອດເຫຼືອ

ຄຸນສົມບັດ

ຂອງຜູ້ກູ້ຢືມ

  • ຕ້ອງຖືສັນຊາດລາວ ແລະ ອາໄສຢູ່ ສ ປ ປ ລາວ;
  • ມີລາຍຮັບ ຢ່າງໜ້ອຍ 1.500.000 ກີບ/ເດືອນ
  • ອາຍຸຜູ້ກູ້ຢືມ ຕ້ອງບໍ່ເກີນ 60 ປີ (ສໍາລັບເພດຊາຍ) ແລະ ບໍ່ເກີນ 55 ປີ (ສໍາລັບເພດຍິງ)
  • ບໍ່ເຄີຍເປັນໜີ້ເສຍຢູ່ທະນາຄານອື່ນ

ເອກະສານປະກອບຫຼັກ

  • ຂໍ້ມູນພື້ນຖານກ່ຽວກັບຜູ້​ກູ້ຢືມ
  • ເອກະສານລາຍຮັບ-ລາຍຈ່າຍ
  • ໃບ Invoice ສິນຄ້າ ຈາກຮ້ານຄ້າ

ວົງເງິນສິນເຊື່ອ

  • ສູງສຸດເຖິງ 100% ຂອງມູນຄ່າສິນຄ້າ

ອັດຕາດອກເບ້ຍ (ຕໍ່ປີ)

  • ສະກຸນເງິນກີບ 13% - 17%

ຄ່າທໍານຽມ

  • ບໍ່ມີ ຄ່າທໍານຽມອະນຸມັດສິນເຊື່ອ

ໄລຍະເວລາ

ກູ້ຢືມ

  • ສູງສຸດບໍ່ເກີນ 36 ເດືອນ

ການຊໍາລະຄືນ

  • ຊໍາລະຕົ້ນທຶນ ແມ່ນແບ່ງງວດຊໍາລະແຕ່ລະເດືອນ

ຫຼັກຊັບຄໍ້າປະກັນ

  • ບໍ່ມີ

ໝາຍເຫດ

ອັດຕາດອກເບ້ຍ ແລະ ຄ່າທໍານຽມ ອາດຈະປ່ຽນແປງຕາມການປະກາດໃຊ້ໃນ ແຕ່ລະໄລຍະ


👉ສອບຖາມຂໍ້ມູນເພີ່ມຕື່ມ:
☎️ພະແນກຄຸ້ມຄອງສິນເຊື່ອ ໂທ: 021 213200-307 (ໃນໂມງແລະວັນລັດຖະການ)