ບັນຊີ​ເງິນ​ຝາກ​ເພື່ອ​ລູກ​ຫຼານ

ຄຸນລັກສະນະ

  • ບັນຊີ​ເງິນ​ຝາກ​ເພື່ອລູກຫຼານ ໝາຍເຖິງບັນຊີເງິນຝາກ ແບບສະສົມເງິນ ເພື່ອທ້ອນໂຮມເງິນເປັນທຶນການສຶກສາໃຫ້ລູກຫຼານໃນອານາຄົດ ເໝາະສໍາລັບຜູ້ປົກຄອງທຸກທ່ານທີ່ຕ້ອງການສະສົມເງິນ ເພື່ອອະນາຄົດໃຫ້ລູກຫຼານຂອງຕົນ, ໄດ້ຮັບດອກເບັ້ຍເງິນຝາກທີ່ສູງກ່ວາເງິນຝາກປະຢັດທົ່ວໄປ; ໃນການເຄື່ອນໄຫວບັນຊີຕ້ອງນໍາປຶ້ມບັນຊີເງິນຝາກມານໍາທຸກຄັ້ງ ເພື່ອບັນທຶກລາຍການເຄື່ອນໄຫວບັນຊີເງິນຝາກ; ສາມາດມອບເງິນສົດ ຫຼື ໂອນເງິນເຂົ້າບັນຊີໄດ້ຕະຫຼອດໄລຍະເວລາຂອງການຝາກ, ບໍ່ຈໍາກັດຈໍານວນຄັ້ງ ແລະ ວົງເງິນ; ລູກຄ້າຈະໄດ້ຮັບດອກເບັ້ຍຕາມນະໂຍບາຍທິ່ທາງທະນາຄານປະກາດໃຊ້ໃນແຕ່ລະໄລຍະ ໂດຍໂອນດອກເບັ້ຍເຂົ້າບັນຊີຮອງຮັບດອກເບັ້ຍແບບອັດຕະໂນມັດ.
  • ສາມາດ ເປີດບັນຊີໄດ້ສະເພາະບຸກຄົນທີ່ມີສັນຊາດລາວ ໂດຍຜູ້ປົກຄອງຂອງເດັກຕ້ອງນໍາເອົາປຶ້ມສໍາມະໂນຄົວມາເປັນຫຼັກຖານຢັ້ງຢືນກ່ຽວກັບຂໍ້ມູນຂອງເດັກ ແລະ ໄລຍະເວລາຂອງການຝາກແມ່ນໃຫ້ນັບແຕ່ມື້ເປີດບັນຊີເງິນຝາກໃໝ່ (ອາຍຸເດັກໃນມື້ເປີດບັນຊີຕ້ອງບໍ່ເກີນ 13 ປີ) ຈົນເຖິງມື້ທີ່ເດັກນ້ອຍມີອາຍຸຄົບ 18 ປີເຕັມ; ເມື່ອເດັກມີອາຍຸຄົບ 18 ປີເຕັມ ທະນາຄານຈະທໍາການປິດບັນຊີເງິນຝາກດັ່ງກ່າວ ແລ້ວໂອນຈໍານວນເງິນທັງໝົດເຂົ້າບັນຊີຄູ່ຮອງຮັບດອກເບັ້ຍເງິນຝາກຕາມທີ່ລູກຄ້າໄດ້ແຈ້ງໄວ້ກັບທະນາຄານໃນເບື້ອງຕົ້ນ.

ຜົນປະໂຫຍດທີ່ໄດ້ຮັບ

  • ໄດ້​ຮັບ​ອັດຕາ​ດອກ​ເບັ້ຍ​ສູງ​ກວ່າ​​ເງິນ​ຝາກ​ປະຢັດ​ທົ່ວ​ໄປ ​​ໂດຍຄິດ​ໄລ່ເທົ່າ​ກັບ​ອັດຕາ​ເງິນ​ຝາກ​ປະຈຳ 6 ​ເດືອນທີ່​ທະນາຄານປະກາດ​ໃຊ້​ໃນ​ແຕ່ລະ​ໄລຍະ.​
  • ສາມາດ​ໃຊ້​​​ເພື່ອຢັ້ງຢືນ​ຖານະ​ການ​ເງິນ.
  • ສາມາດ​ຕິດຕາມອັດຕາ​ດອກ​ເບັ້ຍ ​ຜ່ານ​ເວ​ັບ​ໄຊທ໌​ຂອງ​ ທຄຕລ (www. bcel.com.la)

​ເງື່ອນໄຂການໃຊ້ບໍລິການ

  • ຜູ້​ປົກຄອງ​ສາມາດ​ຂໍເປີດບັນຊີ​ປະຢັດເພື່ອ​ລູກ​ຫຼານ​ໄດ້​ສະ​ເພາະ​ເດັກ​ທີ່​ມີ​ອາຍຸ 13 ປີ​ລົງ​ມາ ໂດຍ​ຕ້ອງ​ນໍາ​ປຶ້ມສໍາມະ​ໂນ​ຄົວ ຫຼື ໃບຢັ້ງຢືນການເກີດເດັກນ້ອຍບໍ່ທັນໄດ້ຂຶ້ນສໍາມະໂນຄົວ​ມາ​ເປັນ​ຫຼັກ​ຖານຢັ້ງຢືນກ່ຽວ​ກັບຂໍ້​ມູນ​ຂອງ​ເດັກ​ທີ່​ຕ້ອງການເປີດ​ບັນຊີ​ໃຫ້.
  • ຜູ້​ປົກຄອງຕ້ອງ​ເປີດ​ບັນຊີ​ເງິນ​ຝາກ​ປະຢັດ ຫຼື ​ບັນຊີເງິນ​ຝາກ​ກະ​ແສ​ລາຍ​ວັນ​​ເປັນ​ບັນຊີ​ຄູ່​ ເພື່ອຮອງ​ຮັບ​ການ​ໂອນ​ດອກ​ເບັ້ຍຈາກ​ບັນຊີ​ເງິນ​ຝາກປະຢັດ​ເພື່ອ​ລູກ​ຫຼານ.
  • ໃນ​ການ​ຝາກ​ເງິນ​ເຂົ້າ​ບັນຊີ​ແຕ່​ລະ​ຄັ້ງ, ຜູ້​ຝາກ​​ຕ້ອງ​ນໍາ​ປຶ້ມ​ບັນຊີ​​ເງິນ​ຝາກປະຢັດເພື່ອ​ລູກ​ຫຼານມາ​ ​ເພື່ອ​​ໃຫ້​ພະນັກງານ​ທະນາຄານກວດ​ຄືນ​ຍອດ​ເງິນຝາກ ​ແລະ ພິມ​ລາຍການ​ມອບ​ເງິນ​ເຂົ້າ​ໃໝ່ທຸກໆ​ຄັ້ງ.
  • ສາມາ​ດຝາກ​ເງິນ​ເຂົ້າ​ບັນຊີ​ໄດ້​ຕະຫຼອດ​ເວລາ ບໍ່​ຈຳກັດ​ຈຳນວນ​ຄັ້ງ ​ແລະ ວົງ​ເງິນ.
  • ບັນຊີ​ເງິນ​ຝາກ​ເພື່ອ​ລູກ​ຫຼານ​ສາມາດ​​ໃຊ້​ໄດ້​ຈົນ​ກວ່າ​ເດັກ​ຈະ​ມີ​ອາຍຸຄົບ 18 ປີ​ເຕັມ ​ແລະ ​ໄລຍະ​ຝາກ​ຕໍ່າ​ສຸດ 5 ປີ.
  • ອັດຕາ​ດອກ​ເບັ້ຍ​ເງິນ​ຝາກ​ປະຢັດເພື່ອ​ລູກ​ຫຼານ​ຈະ​ມີ​ການ​ປ່ຽນ​ແປງ ຕາມ​ແຈ້ງ​ການ​ທີ່​ປະກາດ​ໃຊ້​ໃນ​ແຕ່ລະ​ໄລ​ຍະ ໂດຍ​ຈະ​ບໍ່​ໄດ້​ແຈ້ງ​ໃຫ້​ເຈົ້າ​ຂອງ​ບັນຊີ​ຊາບ​ລ່ວງໜ້າ.
  • ທະນາຄານ​ຈະ​ຈ່າຍ​ດອກ​ເບັ້ຍ​ໃຫ້ 1 ຄັ້ງ​/​ປີ ​ໃນ​ທ້າຍ​ເດືອນ​ທັນວາ ​ໂດຍ​ໂອນ​ເຂົ້າ​ບັນຊີ​ຮອງ​ຮັບ​ດອກ​ເບ້ຍ.
  • ກໍລະນີບັນຊີ​ເງິນ​ຝາກ​ປະຢັດເພື່ອ​ລູກ​ຫຼານ ​ບໍ່ມີ​ລາຍການ​ມອບ​ເງິນ​ເຂົ້າພາຍ​ໃນ 1 ປີ, ທະນາຄານ​ຈະ​ປິດ​ບັນຊີ​ດັ່ງກ່າວ ​​ແລະ ​ໂອນ​ເງິນ​ທີ່​ມີ​ທັງ​ໝົດ​ໃນ​ບັນຊີ​ໄປ​ເຂົ້າ​ບັນຊີ​ຮອງ​ຮັບ​ດອກ​ເບ້ຍທັນທີ ​ໂດຍບໍ່​ໄດ້​ແຈ້ງ​ໃຫ້​ເຈົ້າ​ຂອງ​ບັນຊີ​ຊາບລ່ວງ​ໜ້າ.
  • ກໍລະນີ​ປິດ​ບັນຊີ​​ເງິນ​ຝາກ​ກ່ອນ 3 ​ເດືອນ ນັບ​ແຕ່​ມື້​ເປີດ​ບັນຊີ, ທະນາຄານ​ຈະ​ບໍ່​ຈ່າຍ​ດອກ​ເບັ້ຍ.
  • ກໍລະນີ​ປິດ​ບັນຊີ​ຫຼັງ 3 ​ເດືອນ (ນັບ​ແຕ່​ມື້​ເປີດ​ບັນຊີ) ​ແຕ່ບໍ່​​ເຖິງ 5 ປີ, ທະນາຄານຈະ​ຈ່າຍ​ດອກ​ເບັ້ຍ​ເທົ່າ​ກັບ​ອັດຕາ​ດອກ​ເບັ້ຍ​ເງິນ​ຝາກ​ປະຢັດຕາມ​ສະກຸນ​ເງິນ​ໂດຍ​ອີງ​ຕາມ​ແຈ້ງ​ການ​ຂອງ​ທະນາຄານ​ປະກາດ​ໃຊ້​ໃນ​ມື້​ປິດ​ບັນຊີ ພ້ອມ​ທັງ​ເກັບ​ຄືນດອກ​ເບັ້ຍ​ທີ່​ຈ່າຍ​​ໃຫ້​ແລ້ວ​​ທັງ​ໝົດ.
  • ກໍລະນີ​ປິດ​ບັນຊີຫຼັງ 5 ປີ (​ນັບ​ຈາກ​ມື້​ເປີດ​ບັນຊີ) ແຕ່​ບໍ່​ຄົບ​ກຳນົດ​ຝາກ (ອາຍຸ​ເດັກ 18 ປີ) ທະນາຄານ​ຈະ​ຈ່າຍ​ດອກ​ເບັ້ຍ​ຕາມ​ອັດຕາ​ດອກ​ເບ້ຍ​ໃນ​ສັນຍາ, ​ແຕ່​ທະນາຄານ​ຈະ​ເກັບ​ຄ່າ​ທຳນຽມ​ປິດ​ບັນຊີ​ກ່ອນ​ກຳນົດ 100.000 ກີບ, 13 ໂດ​ລາ, 440 ບາດ, 90 ຢວນ

ຄ່າ​ບໍລິການ

  • ຈຳນວນ​ເງິນ​ເປີດ​ບັນຊີ​ໃນ​ເບື້ອງ​ຕົ້ນ 50.000 ກີບ, 10 ​ໂດ​ລາ, 500 ບາດ
  • ຄ່າທໍານຽມເປີດ​ບັນຊີ​ໃໝ່: 10.000 ກີບ / 2 ​ໂດ​ລາ / 50 ບາດ / 10 ຢວນ/ບັນຊີ/​ຄັ້ງ.

(ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)

ລະບຽບເງິນຝາກທີກຳນົດ

  • ຊື່ບັນຊີ​ເງິນ​ຝາກ​ຕ້ອງ​ແມ່ນ ຊື່ ແລະ ​ນາມສະກຸນ​ຂອງ​ລູກ​ຫຼານ (​ເດັກ) ເຊິ່ງ​​ມີ​ຜູ້​ປົກຄອງ​ເປັນ​ຜູ້​ເຄື່ອນ​ໄຫວບັນຊີ​ໃຫ້.
  • ເຈົ້າ​ຂອງ​ບັນຊີ​ຕ້ອງ​ຮັກສາ​ປຶ້ມ​ເງິນ​ຝາກ​ໄວ້​ທີ່​ປອດ​ໄພ, ຖ້າ​ປຶ້ມ​ເສຍ​ຫາຍ ຕ້ອງ​ແຈ້ງ​ໃຫ້​ທະນາຄານ​ຊາບ​ຢ່າງ​ເປັນ​ລາຍ​ລັກ​ອັກສອນໂດຍ​ດ່ວນ.
  • ​ໃນ​ກໍລະນີ​ຂໍ​ອອກ​ປື້​ມບັນຊີຫົວ​ໃໝ່ (ປຶ້ມ​ເປື້ອນ,ຈີກ​ຂາດ​ ແລະ ​ເສຍ​ຫາຍ) ທະນາຄານ​ຈະ​ເກັບ​ຄ່າ​ທຳນຽມ​ຕາມ​ລະບຽບ​ທີ່​ປະກາດ​ໃຊ້​ໃນ​ແຕ່ລະ​ໄລຍະ.
  • ປຶ້ມ​ບັນຊີ​ເງິນ​ຝາກ​ໃຊ້​ໄດ້​ສະ​ເພາະ​ເຈົ້າ​ຂອງ​ບັນຊີ​ເທົ່າ​ນັ້ນ, ບໍ່​ສາມາດ​ປ່ຽນ​ມື​ໄດ້.