ຄຸນລັກສະນະ:

            ເປັນ ​ບໍລິການ​ໂອນ​ເງິນ​ລະຫວ່າງ​ບັນຊີ​ພາຍ​ໃນ​ເຄືອ​ຂ່າຍ​ຂອງ​ ທຄຕລ ຕອບ​ສະໜ​ອງຄວາມ​ຕ້ອງການ​ຂອງ​ທ່ານ​ເພື່ອ​ໂອນ​ຊຳລະ​ຄ່າ​ສິນຄ້າ ​ແລະ​ບໍລິການ ​ໂອນ​ເງິນ​ໃຫ້​ກັບ​ພີ່ນ້ອງ, ໝູ່​ເພື່ອນ,...ທ່ານ ​ສາມາດ​ໂອນເງິນເຖິງຜູ້ຮັບປາຍທາງໄດ້ຢ່າງວ່ອງໄວ ແລະປອດໄພ, ພຽງແຕ່ລະບຸເລກບັນຊີ ແລະຊື່ບັນຊີ ຂອງຜູ້ຮັບເງິນ ທ່ານກໍ່ສາມາດໂອນເງິນໄດ້ພາຍໃນ 1 ນາທີເທົ່ານັ້ນ.

ຜົນປະໂຫຍດທີ່ໄດ້ຮັບ:

  • ຂັ້ນ​ຕອນ​ການ​​ໂອ​ນ​ງ່າຍ ​ແລະ​ສະດວກ, ທ່ານສາມາດໂອນໄດ້ 24 ຊົ່ວໂມງດ້ວຍບັດເອທີເອັມ ແລະອິນເຕີເນັດແບັງຄິງ.
  • ທ່ານ​ສາມາດ​ໂອນ​ເງິນ​ຜ່ານ​ໜ່ວຍ​ບໍລິການ ​ແລະ​ສາຂາ​ທີ່ຢູ່​ໃກ້​ທ່ານ.
  • ວົງ​ເງິນ​ໃນ​ການ​ໂອນທັງ​ເງິນ​ກີບ, ສະກຸ​ນ​ເງິນ​ບາດ ​ແລະ​ສະກຸນ​ເງິນ​ໂດ​ລາ.
  • ຜູ້​ຮັບ​​ໂອນ​ໄດ້​ຮັບ​ເງິນ​ທັນທີ.
  • ຮັບປະກັນ​ຄວາມ​ປອດ​ໄພ.

ປະເພດສະກຸນເງິນ: 

          ທ່ານ​ສາມາດ​ໂອນ​ເປັນ​ສະກຸນເງິນ​ກີບ, ສະກຸ​ນ​ເງິນ​ບາດ, ສະກຸນເງິນຢວນ ​ແລະ​ສະກຸນ​ເງິນ​ໂດ​ລາ.

ເງື່ອນໄຂການໃຊ້ບໍລິການ:

  • ທ່ານ​ຕ້ອງ​ມີ​ບັນຊີ​ເງິນ​ຝາກ​ປະຢັດ ຫຼື​ກະ​ແສ​ລາຍ​ວັນ​ຢູ່​ ທຄຕລ.
  • ທ່ານ ​ຕ້ອງ​ເປັນ​ເຈົ້າ​ຂອງ​​ທີ່​ມີ​ສິດ​ສັ່ງຈ່າຍ ຫຼື​ໄດ້​ຮັບ​ການ​ມອບ​ສິດ​ຈາກ​ເຈົ້າ​ຂອງ​ບັນຊີ​ທີ່​ມີ​ສິດ​ສັ່ງ ຈ່າຍ​ໃນ​ບັນຊີ​ຂອງ​ທ່ານ​ເທົ່າ​ນັ້ນ.