ບໍລິການຖອນເງິນດ່ວນ FastTract

ຊື່

ບໍລິການຖອນເງິນດ່ວນ FastTrack

ຄຸນລັກສະນະ

ແມ່ນບໍລິການ ທີ່ລູກຄ້າສາມາດສ້າງລາຍການຖອນເງິນສົດແບບອອນລາຍ ຜ່ານແອັບ BCEL One ກ່ອນເຂົ້າມາປ່ອງບໍລິການ ທຄຕລ ເພື່ອໃຫ້ພະນັກງານກຽມເງິນສົດ ແລະ ຄວາມພ້ອມຕ່າງໆທາງດ້ານເອກະສານໄວ້ຖ້າລູກຄ້າ.

ຜົນປະໂຫຍດທີ່ໄດ້ຮັບ

FastTrack ເພີ່ມຄວາມວ່ອງໄວໃນການຖອນເງິນສົດຂຶ້ນ ຍ້ອນຄຸນປະໂຫຍດຄື:

-       ບໍ່ຕ້ອງຖ້າຄິວດົນ

-       ບໍ່ຕ້ອງຂຽນຟອມໃບຖອນທີ່ທະນາຄານຮູບແບບເດີມໆອີກຕໍ່ໄປ

-       ມີປ່ອງຄິວອອນລາຍສະເພາະ

-       ການຖອນເງິນຈະໄວຂຶ້ນບໍ່ຕ້ອງເສຍເວລາ

ເງື່ອນໄຂການໃຊ້ບໍລິການ

ທ່ານສາມາດນຳໃຊ້ຟັງຊັນ FastTack ຜ່ານແອັບ BCEL One ໄດ້ ພຽງດາວໂຫລດແອັບຈາກ App Store, Google Play Store ແລະ App Gallery.