ປະຈຸບັນ Application BCEL One ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ເພີ່ມຄຸນລັກສະນະໃໝ່ ຄື “My QR” ເຊິ່ງເປັນຟັງຊັນການເພີ່ມບັນຊີດ້ວຍການສະແກນ QR Code (ແທນການພິມເລກບັນຊີ) ເປັນການເພີ່ມຄວາມສະດວກສະບາຍ, ວ່ອງໄວ ແລະ ປ້ອງກັນບັນຫາທີ່ເກີດຂຶ້ນຈາກການປ້ອນເລກບັນຊີໂອນເງິນຜິດພາດ.

  • ສຳລັບເຈົ້າຂອງບັນຊີ : ສ້າງ QR Code ຂອງບັນຊີຕົວເອງ ແລະ ສົ່ງໃຫ້ບັນຊີຕົ້ນທາງທີ່ຈະໂອນເງິນ.
  • ສຳລັບຜູ້ທີ່ຈະໂອນເງິນ : ສະແກນ QR Code ຂອງບັນຊີປາຍທາງທີ່ຕ້ອງການໂອນເງິນ.

 

  1. ຂັ້ນຕອນການສ້າງ QR Code
  1. ກົດທີ່ Icon My QR ຢູ່ BCEL One
  2. ເລືອກເລກບັນຊີ
  3. ລະບົບຈະສ້າງ QR Code ອອກມາໃຫ້

ໝາຍເຫດ: ລູກຄ້າສາມາດສ້າງ QR Code ບັນຊີໂດຍເພີ່ມຈຳນວນເງິນເຂົ້າໄປໄດ້ ເຮັດໃຫ້ຜູ້ໂອນບໍ່ຈຳເປັນຕ້ອງປ້ອນຈຳນວນເງິນ.

  1. ຂັ້ນຕອນການໂອນເງິນ
  1. ນຳໃຊ້ OnePay ເພື່ອສະແກນ QR Code ເລກບັນຊີ
  2. ຫຼັງຈາກສະແກນແລ້ວໃຫ້ເລືອກບັນຊີສຳລັບໂອນເງິນ
  3. ພິມຈຳນວນເງິນ
  4. ພິມຄຳອະທິບາຍການໂອນເງິນ
  5. ກວດເບິ່ງຄວາມຖືກຕ້ອງໃນການໂອນເງິນ
  6. ການໂອນເງິນສຳເລັດ

 

  1. ຄ່າທຳນຽມການໂອນເງິນ

ລດ

ຈຳນວນການໂອນ

ຄ່າທຳນຽມ

1

ໂອນເງິນຕໍ່າກວ່າ 10.000.000 ກີບ ແລະ ເງິນໂອນສະສົມພາຍໃນເດືອນບໍ່ເຖິງ 10.000.000 ກີບ

ບໍ່ເສຍຄ່າທຳນຽມ

2

ໂອນເງິນຕໍ່າກວ່າ 10.000.000 ກີບ ແລະ ເງິນໂອນສະສົມພາຍໃນເດືອນເຖິງ 10.000.000 ກີບ

1.000 ກີບ/ຄັ້ງ

3

ໂອນເງິນ 10.000.000 ກີບ ເຖິງ 20.000.000 ກີບ

2.000 ກີບ/ຄັ້ງ

4

ໂອນເງິນ 20.000.001 ກີບ ເຖິງ 30.000.000 ກີບ

3.000 ກີບ/ຄັ້ງ

5

ໂອນເງິນ 30.000.001 ກີບ ເຖິງ 40.000.000 ກີບ

4.000 ກີບ/ຄັ້ງ

6

ໂອນເງິນ 40.000.001 ກີບ ເຖິງ 50.000.000 ກີບ

5.000 ກີບ/ຄັ້ງ

7

ໂອນເງິນ 50.000.001 ກີບ ຂຶ້ນໄປ

6.000 ກີບ/ຄັ້ງ