ຊື່ຜະລິດຕະພັນ

Clearing

ຄຸນ​ລັກສະນະ

  • ເປັນວຽກງານ​ຊໍາລະ​ສະ​ສາງ​ລະຫວ່າງ​ບັນດາທະນາຄານ​ຕ່າງໆພາຍ​ໃນ​ປະ​ເທດ​ໂດຍ​ຜ່ານ​ສູນຊໍາລະ​ສະສາງ ຂອງ ທະນາຄານ​ແຫ່ງ ສປປ ລາວ.

ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ

  • ອຳນວຍ​ຄວາມ​ສະດວກ​ໃຫ້​ກັບ​ວຽກງານ​ການໂອນ​ເງິນລະຫວ່າງ​ທະນາຄານ ​ແລະ ຮຽກ​ເກັບ​ເງິນ​ຄືນ​ຈາກ​ບັນດາ​ທະນາຄານ​ພາຍ​ໃນ​ປະ​ເທດ.

ເງື່ອນ​ໄຂ​ການ​ໃຊ້​ບໍລິການ

  • ການຮຽກ​ເກັບ​ເງິນ​​ຮັບ​ສະ​ເພາະ​ສະກຸນ​ກີບ CLEARING, ສໍາລັບ​ແຊັກ​ຕ່າງສະກຸນປະຈຸ​ບັນ​ແມ່ນ ສາມາດຮຽກ​ເກັບຜ່ານທະນາຄານ​ແຫ່ງ ສປປ ລາວ ​ໄດ້​. ​ສະກຸນ​ເງິນ ​​ໂດ​ລາ ​ແລະ ບາດ ​ອະນຸຍາດ​ໃຫ້​ຮັບ​ສະ​ເພາະ​ແຊັກ​ທີ່​ໄດ້​ຮັບ​ການ​ຢັ້ງຢືນ​ ( Visa Cheque )ຈາກ​ທະນາຄານ​ທີ່​ກ່ຽວຂ້ອງ​ເທົ່າ​ນັ້ນ.
  • ອາຍຸ​ຂອງ​ແຊັກທີ່​ຢັ້ງຢືນ​ຈາກ​ທະນາຄານ​ອື່ນ​ພາຍ​ໃນ ສປປ ລາວ ຕ້ອງ​ມີ​ອາຍຸ​ບໍ່​ເກີນ 6 ​ເດືອນ, ​​ແຊັກ​ຕ້ອງມີ​ສະພາບ​ສົມບູນບໍ່​ເປື້ອນ ຫຼື ຈີກຂາດ, ຈຳນວນ​ເງິນ​ເປັນ​ໂຕໜັງສື, ຈຳນວນ​ເງິນ​ເປັນ​ໂຕ​ເລກຕ້ອງ​ຊັດ​ເຈນ, ວັນ​ທີ​ເທິງໜ້າ​ແຊັກຕ້ອງຄົບ​ຖ້ວນ ​ແລະ ບໍ່​ໃຫ້ຂຽນຕົວ​ເລກ​ວັນ​ທີ​ແບບຫຍໍ້, ພາສາ​ທີ່​​ໃຊ້ຂຽນ​ເທິງ​ໜ້າ​​ແຊັກຕ້ອງ​ເປັນ​ພາສາ​ລາວ, ພາສາ​ຝຣັ່ງ ​ແລະ ພາສາອັງກິດ​ (ອີງຕາມ​ດຳລັດ​ວ່າ​ດ້ວຍການ​ນໍາ​ໃຊ້​ແຊັກ​ ​ແຈ້ງ​ການ​ແຕ່ລະ​ໄລຍະ)