ຊື່ຜະລິດຕະພັນ

  ໃບແຈ້ງມີ (AVIS)

ຄຸນລັກສະນະ

  • ເປັນອີກທາງເລືອກໜຶ່ງທີ່ສ້າງຄວາມສະດວກ ແລະ ປອດໄພໃຫ້ແກ່ລູກຄ້າທີ່ຕ້ອງການໂອນເງິນໄປຕ່າງທະນາຄານ ໂດຍການອອກໃບແຈ້ງມີ, ເຊິ່ງລູກຄ້າບໍ່ຈຳເປັນຕ້ອງຖືເງິນສົດໄປກໍ່ໄດ້.

ຜົນປະໂຫຍດທີ່ໄດ້ຮັບ

  • ລູກຄ້າສາມາດໂອນເງິນໄດ້ທຸກສາຂາ ແລະ ໜ່ວຍບໍລິການຂອງ ທຄຕລ ທົ່ວລະບົບ.
  • ສາມາດໃຊ້ບໍລິການຜ່ານ Internet Banking ໄດ້, ລູກຄ້າບໍ່ຈຳເປັນຖືເງິນສົດໄປທະນາຄານຕ່າງໆ ທີ່ຕ້ອງການ ມອບເງິນເຂົ້າເຊິ່ງອາດສ້າງຄວາມຫຍຸ້ງຍາກ ແລະ ມີຄວາມສ່ຽງ​.
  • ໃບແຈ້ງມີສາມາດນໍາໄປຂຶ້ນເງິນໄດ້ທັນທີໂດຍບໍ່ຕ້ອງລໍຖ້າຮຽກເກັບ, ລູກຄ້າສາມາດຖືໃບແຈ້ງມີໄປເອງ ຫຼື ຈະໃຫ້ ທະນາຄານ​ເປັນ​ຜູ້​ຈັດສົ່ງໃຫ້ກໍ່ໄດ້.

​ເງື່ອນໄຂການໃຊ້ບໍລິການ

  • ລູກ​ຄ້າ​ສາມາດ​ສັ່ງ​ໂອນ​ເງິນ​ຈາກ​ບັນຊີ​ເງິນ​ຝາກ ຫຼື ມອບ​ເງິນສົດ​ໄດ້.
  • ລູກ​ຄ້າ​ຕ້ອງ​ປະກອບ​ແບບ​​ຟອມການໂອນ ຫຼື ມອບເງິນສົດນໍາທະນາຄານ.
  • ຕ້ອງມີລາຍເຊັນຂອງຜູ້ມີສິດອຳນາດໃນການສັ່ງຈ່າຍ​ໃນ​ບັນຊີ (ກໍລະນີ​ມີ​ບັນ​ຊີ​ເງິນ​ຝາກ).
  • ກໍລະນີບໍ່ແມ່ນເຈົ້າຂອງບັນຊີຕ້ອງມີການມອບສິດຢ່າງເປັນລາຍລັກອັກສອນຈາກຜູ້ມີສິດເຊັນສັ່ງຈ່າຍ. ຜູ້ຖືກມອບ ສິດຕ້ອງຖືບັດ​ປະຊາຊົນ, ສໍາມະ​ໂນ​ຄົວ ຫຼື ໜັງສືຜ່ານ​ແດນ.
  • ຕ້ອງລະບຸ​ຂໍ້​ມູນ​ຜູ້​ຮັບ​ເງິນ​ໃຫ້​ຄົບ​ຖ້ວນ​ເຊັ່ນ: ຊື່ ​ແລະ ​ເລກ​ບັນຊີ​ຜູ້​ຮັບ​ເງິນ, ຊື່ທະນາຄານ​ທີ່ລູກ​ຄ້າ​ຕ້ອງການ​ໂອນ​ເງິນ​ໄປ​ເຂົ້າ​ບັນຊີ​ໃຫ້.
  • ຄ່າ​ທຳ​ນຽມ​ໃນ​ການໂອນ​ລະຫວ່າງ​ທະນາຄານ:  15.000ກີບ /​​ 2ໂດ​ລາ / 60ບາດ/​ຕໍ່​ລາຍການ.

(ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)