ຊື່ຜະລິດຕະພັນ

 ບໍລິການລົດຕູ້ເຄື່ອນທີ່ ຕາມເທດສະການ ແລະ ງານວາງສະແດງສິນຄ້າຕ່າງໆ. 

ຄຸນລັກສະນະ

  • ເປັນອີກການບໍລິການໜຶ່ງ ຂອງ ທຄຕລ ເຊິ່ງຈະອຳນວຍຄວາມສະດວກໃຫ້ກັບລູກຄ້າຂອງ ທຄຕລ ທີ່ເຂົ້າຮ່ວມໃນງານ ເທດສະການ, ງານປະເພນີ ແລະ ງານສະແດງສິນຄ້າຕ່າງໆ ເຊິ່ງທ່ານສາມາດຝາກ -ຖອນ ໄດ້ຢ່າງສະດວກ ໂດຍທີ່ບໍ່ຈຳເປັນຖືເງິນສົດເປັນຈຳນວນຫຼວງຫຼາຍ.

ຜົນປະໂຫຍດທີ່ໄດ້ຮັບ

  • ທ່ານສາມາດໃຊ້ບໍລິການຂອງ ທຄຕລ ໃນການເຮັດທຸລະກຳການຊໍາລະສະສາງ, ໃນການສັ່ງຊື້ສິນຄ້າທີ່ມີມູນຄ່າສູງ ພາຍ ໃນງານ ລະຫວ່າງ ທ່ານຜູ້ຊື້ ກັບ ຜູ້ຂາຍ ເຊິ່ງເປັນການຫຼຸດຄວາມສ່ຽງໃນການໃຊ້ເງິນສົດເປັນຈຳນວນຫຼວງຫຼາຍ, ທັງເປັນ ການຫຼຸດຂັ້ນຕອນ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການເຮັດທຸລະກຳທາງການເງິນຂອງທ່ານທັງຜູ້ຊື້ ແລະ ຜູ້ຂາຍໄປໃນ ຕົວ ພ້ອມທັງເຮັດໃຫ້ທ່ານຜູ້ຊື້ ແລະ ຜູ້ຂາຍໄດ້ຮັບໂອກາດທາງທຸລະກິດສູງຂຶ້ນອີກດ້ວຍ.
  • ດ້ວຍລົດບໍລິການເຄື່ອນທີ່ ທີ່ປະກອບດ້ວຍອຸປະກອນທີ່ທັນສະໄໝພ້ອມກັບຕູ້ ATM ທີ່ ເຊື່ອມແບບອອນລາຍກັບທົ່ວລະບົບ ເຮັດໃຫ້ທ່ານສາມາດເບີກຖອນເງິນໄດ້ຢ່າງສະດວກ. ນອກນັ້ນ ທ່ານຍັງສາມາດເປີດບັນຊີໃໝ່, ບໍລິການ ATM, ແລກປ່ຽນເງິນຕາ, ເປີດບັດ VISA, ອອກບັດ ATM, ລົງທະບຽນນໍາໃຊ້ຜະລິດຕະພັນອີແບັງຄິງ ແລະ ຜະລິດຕະພັນອື່ນໆ.
  • ລູກຄ້າຈະໄດ້ຮັບຄວາມປອດໄພຈາກຄວາມສ່ຽງໃນການເຄື່ອນຍ້າຍເງິນສົດເປັນຈຳນວນຫຼວງຫຼາຍ, ສ້າງກາລະໂອ ກາດທາງທຸລະກິດຂອງທ່ານຢູ່ໃນງານໂດຍທາງທະນາຄານຈະໃຫ້ຄວາມສະດວກໃນການເຮັດທຸລະກຳຊໍາລະສະສາງໃຫ້ທ່ານ, ທ່ານບໍ່ຈຳເປັນຕ້ອງຖືເງິນສົດເປັນຈຳນວນຫຼວງຫຼາຍເຂົ້າມາໃນງານ, ທ່ານສາມາດ ຝາກ-ຖອນ, ແລກປ່ຽນເງິນໄດ້ສະດວກ. 

​ເງື່ອນໄຂການໃຊ້ບໍລິການ

 
  •  ພຽງແຕ່ທ່ານລະບຸຄວາມຕ້ອງການປະເພດທຸລະກໍາກັບພະນັກງານ ທຄຕລ ຕາມຈຸດບໍລິການລົດຕູ້ເຄື່ອນທີ່
  • ທຸກວັນຈັນ ເວລາ 9:00-15:30 ທີ່ ຄະນະນິຕິສາດ ແລະ ລັດຖະສາດ (ດອນນົກຂຸ້ມ)