ຂ່າວສານ ສະໝັກວຽກ ແບບຟອມຕ່າງໆ ກິດຈະກໍາ & ໂປຼໂມຊັນ ຂາຍດິນ ແລະ ເຮືອນ ອີເມວ EN

ໃບຢັ້ງຢືນຖານະການເງິນ

ໃບຢັ້ງຢືນຖານະການເງິນ

ຊື່ຜະລິດຕະພັນ

  ໃບຢັ້ງຢືນຖານະການເງິນ

ຄຸນລັກສະນະ

  • ເອກະສານຢັ້ງຢືນທາງດ້ານນິຕິກໍາຂອງບັນຊີເງິນຝາກປະເພດຕ່າງໆ.

ຜົນປະໂຫຍດທີ່ໄດ້ຮັບ

  • ສາມາດນໍາໃຊ້ໃນການປະກອບເອກະສານຕ່າງໆເຊັ່ນ: ຢັ້ງຢືນການປະມູນໂຄງການ, ການສໍາພາດ, ການຂໍທຶນ ຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ.

​ເງື່ອນໄຂການໃຊ້ບໍລິການ

ຂັ້ນ​ຕອນ​ການ​ອອກ​ໃບ​ຢັ້ງຢືນ​ຖານະ​ການ​ເງິນປະກອບ​ມີ: ​

  • ເຈົ້າ​ຂອງ​ບັນຊີ​ຕ້ອງຂຽນ​ໃບສະ​ເໜີ​ຂໍ​ໃບ​ຢັ້ງຢືນ​ຖານະ​ການ​ເງິນຕາມ​ ແບບ​ຟອມຂອງ ທຄຕລ ​ແລະ ​ເຊັນ​ຢັ້ງຢືນ ຕາມ​ເງື່ອນ​ໄຂ​ສັ່ງ​ຈ່າຍ​ທີ່​ລະບຸ​ໄວ້​ຢູ່​ໃນ​ແບບຟອມ​ເປີດ​ບັນຊີ​ໃໝ່.
  • ຄ່າ​ທຳນຽມ​​ອອກ​ໃບ​ຢັ້ງຢືນ​ຖານະ​ການ​ເງິນ​ 20.000 ກີບ / 2 ໂດ​ລາ / 80 ບາດ / 20 ຢວນ ຕໍ່​ຫົວ.
    (ໝາຍເຫດ: ຄ່າທໍານຽມແມ່ນອີງຕາມແຈ້ງການຄ່າທໍານຽມທີ່ ທຄຕລ ປະກາດນໍາໃຊ້ແຕ່ລະໄລຍະ)
ປະຕິທິນ ທຄຕລ 2024