1. ແຈ້ງ L/C 

ແຈ້ງ L/C

ຄຸນລັກສະນະ

  • ເປັນບໍລິການທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ກັບ​ທ່ານຜູ້​ທີ່​ສົ່ງ​ອອກ​ສິນຄ້າ​​ໃຫ້​ ກັບ​ຜູ້​ຊື້​ຢູ່​ຕ່າງ ປະ​ເທດ​ໂດຍ​ທັງ​ສອງ​ຝ່າຍໄດ້​ຕົກລົງ​ເງື່ອນ​ໄຂ​ໃນ​ການ​ຊໍາລະ​ເງິນ​ດ້ວຍ ​ແລັດ​ເຕີ​ອອຟ໌​ເຄຣດິດ (L/C). ທາງ​ ທຄຕລ ຈະ​ແຈ້ງ​ການ​ເປີດ​ເຄຣດິດທີ່​ໄດ້​ຮັບ​ຈາກ​ທະນາຄານ ຂອງ​ຜູ້​ຊື້​ສິນຄ້າ​ຂອງ​ທ່ານພ້ອມ​ທັງ​ແຈ້ງ​ໃຫ້​ທ່ານ​ຮູ້​ທັນທີ​ທີ່​ສົ່ງ​ມາ​ ເຖິງ​ທະນາຄານ ​ແລະ​ຫຼັງ​ຈາກ​ທະນາຄານ​ໄດ້​ກວດ ສອບ ໜັງສື​ສິນ​ເຊື່ອ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ດ້ວຍ​ເຄືອ​ຂ່າຍ​ພັນທະ​ມິດ​ທົ່ວ​​ໂລກ. ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ​ສາມາດ​ຮັບ ​ແລະ​ກວດ​ສອບ​ໜັງສື​ສິນ​ເຊື່ອ ຈາກ​ທະນາຄານ​ຫຼາຍ​​ແຫ່ງ ທົ່ວ​ໂລກ.
  • ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ​ ມະຫາຊົນ ໃຫ້​ບໍລິການ​ຮັບຮອງ ໜັງສື​ສິນ​ເຊື່ອ ອຳນວຍ​ຄວາມ​ສະດວກ​ໃຫ້​ທ່ານ​ດ້ວຍການກວດ​ສອບ​​ເອກະສານ​ພ້ອມ​ທັງ​ຮັບຮອງ ໜັງສື​ສິນ​ເຊື່ອ​ເພື່ອ​ໃຫ້ ທ່ານ​ໝັ້ນ​ໃຈ​ໄດ້​ວ່າ​ທະນາຄານ​ຜູ້​ເປີດໜັງສື​ສິນ​ເຊື່ອ ສາມາດ​ຊໍາລະ​ສິນຄ້າ​ໃຫ້​ທ່ານ​ຕາມ ​ເງື່ອນ​ໄຂ ​ແລະ​ລາຍ​ລະອຽດ​ທີ່​ທ່ານ ກັບ​ຜູ້​ຊື້​ໄດ້​ຕົກລົງ​ກັນ​ໄວ້ ຊ່ວຍ​ໃຫ້​ທ່ານ​ສົ່ງ​ອອກ​ສິນຄ້າ​ໄປທົ່ວ​​ໂລກ​ໄດ້​ຢ່າງ​ສະບາຍ​ໃຈ ​ແລະ ​ບໍ່​ຕ້ອງ​ກັງວົນ​ວ່າ​ຈະ​ບໍ່​ໄດ້​ຮັບເງິນຄ່າສິນຄ້າ ເນື່ອງ​ມາ​ຈາກ​ປັດ​ໃຈ ຄວາມສ່ຽງ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ທະນາຄານ ຫຼື​ປະ​ເທດ​ຂອງ​ຜູ້​ຊື້.

ຜົນປະໂຫຍດ

ຂອງບໍລິການ

 

  • ທ່ານ​ຈະ​ໄດ້​ຮັບ​ແຈ້ງຈາກ​ທະນາຄານ​ທັນທີ​​ເມື່ອ​ທະ​ນາຄາ​ນ​ໄດ້​ຮັບ L/C.
  • ທະ​ນາຄາ​ນຊ່ວຍ​ທ່ານ​ໃນ​ການ​ກວດກາ​ຄວາມ​ຖືກຕ້ອງ​ຂອງ L/C ​ແລະ​ໃຫ້​ຄໍາ​ປຶກສາ.
  • ທ່ານຍັງຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ວົງ​ເງິນ​ສິນ​​ເຊື່​ອ​ເພື່ອ​ການ​ສົ່ງ​ອອກ​ຈາກ​ທະ​ນາຄານ​ດ້ວຍ​ເງື່ອນ​ໄຂ ​ແລະ​ ດອກ​ເບ້ຍ​ພິ​ເສດ.
  • ຜູ້​ສົ່ງ​ອອກ​ໝັ້ນ​ໃຈ​ວ່າ​​ເມື່ອ​​ສົ່ງສິນຄ້າ​ອອກ ແລະ ປະຕິບັດ​ຖືກ​ຕ້ອງຕາ​ມ​ເງື່ອນ​ໄຂ​ໃນ L/C ​ຈະ ​ໄດ້​ຮັບ​ການ​ຊໍາລະ​ເງິນ​ຢ່າງ​ແນ່ນອນ.

ເງື່ອນໄຂໃນ

ການໃຊ້ບໍລິການ

  • ພຽງ​ແຕ່​ຜູ້​ສົ່ງ​ອອກ​ແຈ້ງ​ໃຫ້​ຜູ້​ຊື້​ສິນຄ້າ​ຢູ່​ຕ່າງ​ປະ​ເທດ ​ເປີດ L/C ມາ​ຫາ​ທະນາຄານ ​ຜ່ານ SWIFT Code: COEBLALA.

​ຂໍ້ມູນ​ເພີ່ມ​ເຕີມ

  • ສອບ​ຖາມ​ລາຍ​ລະອຽ​ດ​ເພີ່ມ​ເຕີມ​ໄດ້ທີ່: ​ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ ​ຄໍ້າປະກັນ ​ໂທ:021-213200 ຕໍ່ 316, 317 ຫຼື 021-254 660

2. ສິນເຊື່ອເພື່ີອການສົ່ງອອກ ຫຼື (Packing Credit)  

ສິນເຊື່ອເພື່ີອການສົ່ງອອກ (ຫຼື Packing Credit)

ຄຸນລັກສະນະ

  • ສິນ​ເຊື່ອ​ເພື່ອ​ການ​ສົ່ງ​ອອກ ຫຼື Packing Credit ​ເປັນ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ສົ່ງ​ເສີມການ​ຜະລິດ​ພາຍ​ໃນ​ເພື່ອ​ການ​ສົ່ງ​ອອກໃນ​ຮູບ​ແບບ​ໃຫ້​ສິນ​ເ​ຊື່​ອ​ໄລຍະ​ສັ້ນ ​​ເປັນ​ທຶນ​ໝູນວຽນ​ທີ່​ຊ່ວຍເພີ່ມ​ສະພາບ​ຄ່ອງ​ໃນ​ການ​ສັ່ງ​ຊື້​ວັດຖຸ​ດິບ ຫຼື ການຜະລິດ​ສິນຄ້າ​ເພື່ອ​ສົ່ງ​ອອກ ພຽງສະ​ແດງ​ເອກະສານ​ການ​ຕົກລົງ​ເຮັດ​ສັນຍາ​ຊື້-ຂາຍ ລະຫວ່າງ​ທ່ານ​ກັບຜູ້​ຊື້ ​ເຊັ່ນ: ໜັງສື​ສິນ​ເຊື່ອ, ສັນຍາ​ຊື້-ຂາຍ, ​ໃບ​ສະ​ເໜີ​ລາຄາ​ຫຼື​ໃບ​ສັ່ງ​ຊື້ທ່ານ​ກໍ່​ມີ​ສິດ​ຍື່ນຄໍາ​ຂໍ​ໃຫ້​ບໍລິການ​ສິນ​ເຊື່ອ ​ເພື່ອ​ການ​ສົ່ງອອກ​ໄດ້​ໂດຍ​ບໍ່​ຫຍຸ້ງຍາກ.

ຜົນປະໂຫຍດ

ຂອງບໍລິການ

  • ຜູ້​ສົ່ງ​ອອກ​ຈ​ະ​ໄດ້​ຮັບ​ການ​ສະໜັບສະໜູນ​ເງິນ​ທຶນ​ໝູນວຽນ​ເພື່ອ​ດຳ​ເນີນ​ທຸລະ​ກິດ​ໄດ້​ຢ່າງ ຄອ່ງຕົວ ​ແລະ​ຕໍ່​ເນື່ອງ.
  • ທ່ານ​ຈະ​ໄດ້​ຮັບ​ອະນຸມັດ​ວົງ​ເງິນ​ໄວ ທັນ​ກັບ​ຄວາມ​ຕ້ອງການ.

ເງື່ອນໄຂໃນ

ການໃຊ້ບໍລິການ

  • ທ່ານຕ້ອງມີ​ເອກະສານ​ສັນຍາ​ຊື້-ຂາຍ, ​ໃບ​ສະ​ເໜີ​ລາຄາ,...
  • ທ່ານຕ້ອງແຈ້ງຈຸດປະສົງ​ເພື່ອ​ຂໍ​ສິນ​ເຊື່ອ​ໃນ​ການ​ສົ່ງ​ອອກ​ກັບ​ທະນາຄານ.

​ຂໍ້ມູນ​ເພີ່ມ​ເຕີມ

  • ສອບ​ຖາມ​ລາຍ​ລະອຽ​ດ​ເພີ່ມ​ເຕີມ​ໄດ້​ທີ່: ​ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ​ ຄໍ້າປະກັນ ​ໂທ:021-213200 ຕໍ່ 316, 317 ຫຼື 021-254 660

3. ຮັບຊື້ເອກະສານໜັງສືສິນເຊື່ອ (Negotiation Discount L/C) 

ຮັບຊື້ເອກະສານໜັງສືສິນເຊື່ອ (Negotiation Discount L/C)

ຄຸນລັກສະນະ

  • ອີກ​ໜຶ່ງບໍລິການ​ທີ່​ຊ່ວຍ​ເສີມ​ສະພາບ​ຄ່ອງ​ໃຫ້​ແກ່​ຜູ້​ສົ່ງ​ອອກ ​ໂດຍ​ທ່ານ​ສາມາດ​ຮັບເງິນ​ຄ່າສິນຄ້າ​ລ່ວງ​ໜ້າ​ຈາກ​ທະນາ ຄານ​ການ​ຄ້າ​ຕ່າງປະ​ເທດ​ຕ່າງປະ​ເທດ​ລາວ​ກ່ອນ​ໄດ້​ ຮັບ​ເງິນຕາມ​ການຮຽກ​ເກັບ​ເງິນ ຈາກ​ທະນາ ຄານ​ຂອງ​ຜູ້​ຊື້​ຕາມ​ໜັງສື​ສິນ​ເຊື່ອ​ເຊິ່ງ​ເປັນ​ທາງ​ເລືອກ​ສໍາ​ລັບ​ ທ່ານ​ວ່າ​ຈະ​ໃຊ້​ສິນ​ເຊື່ອ​ໄລຍະ​ສັ້ນ​ນີ້ ຈາກ​ ທຄຕລ ​ໃນ​ຊ່ວງ​ທີ່​ສິນຄ້າກໍາລັງ​ເດີນ ທາງ​ໄປ​ເຖິງ​ຜູ້​ຊື້ ຫຼື ຈະ​ຖ້າ​ຮັບ​ເງິນ​ຄ່າ​ສິນຄ້າ​ຈາກ​ທະນາຄານ​ຂອງ​ຜູ້​ຊື້ ພາຍຫຼັງ​ໄດ້​ຮັບ​ເງິນຕາມ​ການ​ຮຽກ​ເກັບ​ກໍ່​ໄດ້.  

ຜົນປະໂຫຍດ

ຂອງບໍລິການ

  • ທ່ານ ​ຈະ​ໄດ້​ຮັບ​ເງິນ ​ເພື່ອ​ເປັນ​ເງິນ​ທຶນ​ໝູນວຽນ​ໄວ​ຂຶ້ນ ​ໂດຍ​ບໍ່​ຈໍາ​ເປັນ​ລໍຖ້າ​ໃຫ້​ເຖິງ​ເວລາຄົບ​ກໍານົດ​ຂອງໃບແລກເງິນ​ອອກ​ຕາມ​ໜັງສື​ສິນ​ເຊື່ອ.

ເງື່ອນໄຂໃນ

ການໃຊ້ບໍລິການ

  • ຜູ້​ສົ່ງ​ອອກ​ຕ້ອງສົ່ງ​ສິນຄ້າ​ອອກ​ຕາມ L/C ທີ່​ມີ​ກໍານົດ​ໄລຍະ​ເວລາ​ໃນ​ການ​ຊໍາລະ​ເງິນ, ​​ເອກາ​ນສານ​ການ​ສົ່ງ​ອອກ​ຕາມ​ທີ່ L/C ກໍານົດ.

​ຂໍ້ມູນ​ເພີ່ມ​ເຕີມ

  • ສອບ​ຖາມ​ລາຍ​ລະອຽ​ດ​ເພີ່ມ​ເຕີມ​ໄດ້​ທີ່: ​ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ ​ຄໍ້າປະກັນ ​ໂທ:021-213200 ຕໍ່ 316, 317 ຫຼື 021-254 660

4. ຮັບຊື້ເອກ​ະສານຮຽກເກັບເງິນຕາມສິນຄ້າສົ່ງອອກ (Discount Bill)

ຮັບຊື້ເອກ​ະສານ​ຮຽກເກັບເງິນຕາມສິນຄ້າສົ່ງອອກ (Discount Bill)

ຄຸນລັກສະນະ

  • ​ເປັນ​ບໍລິການທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ກັບ​ທ່ານ​ຜູ້​ສົ່ງ​ອອກ​ສິນຄ້າ ​ແລະ​ບໍລິການ​​ໄປຕ່າງ​ປະ​ເທດທ່ານ​ສາມາດ​ຮັບ​ເງິນ​ຄ່າ​ສິນຄ້າ​ສົ່ງ​ອອກ​ລ່ວງ​ໜ້າ​ຈາກ​ທະ​ນາຄາ​ນ ກ່ອນ​ການ​ທີ່​ຮູ້​ຜົນ​ຂອງການ​ຮຽກ​ເກັບ​ເງິນ​ຈາກ​ທະນາຄານ​ຂອງ​ຜູ້​ຊື້​ ​ໂດຍ​ທະນາຄານ​ຈະ​ຮັບ​ຊື້​ເອກະສານ​ສົ່ງ​ອອກ ​ແລະ​ ນໍາ​ເງິນ​ເຂົ້າ​ບັນຊີ​ໃຫ້​ກ່ອນ ຈຶ່ງ​ຮຽກ​ເກັບ​ເງິນຕາ​ມ​ເອກະສານ​ສົ່ງ​ອອກ​ຕໍ່​ໄປ.

ຜົນປະໂຫຍດ

ຂອງບໍລິການ

  • ຜູ້​ສົ່ງ​ອອກ​ຈ​ະ​ໄດ້​ມີ​ແຫຼ່ງເງິນ​ທຶນ​ໝູນວຽນ​ໄລຍະ​ສັ້ນ​ໄວ້​ໃຊ້​ໃນ​ໄລຍະ​ລໍ​ ຖ້າ​ການ​ຮຽກ​ເກັບ​ເງິນຕາ​ມ​ໃບ​ຮຽກ​ເກັບ​ເງິນ​ສິນຄ້າ​ສົ່ງ​ອອກ ຈາກ​ຜູ້​ຊື້​ຢູ່​ຕ່າງ​ປະ​ເທດ.
  • ຜູ້​ສົ່ງ​ອອກ​ຈະ​ໄດ້​ຮັບ​ເງິນ​ໄວຂຶ້ນ.

ເງື່ອນໄຂໃນ

ການໃຊ້ບໍລິການ

  • ຜູ້​ສົ່ງ​ອອກ​ຕ້ອງມີ​​ເອກະສານ​ໃບ​ຮຽກ​ເກັບ​ເງິນຕາ​ມສິນຄ້າ​ສົ່ງ​ອອກ.
  • ໜັງສື​ຮ້ອງ​ຂໍ​ຂາຍ​ໃບ​ຮຽກ​ເກັບ​ເງິນ​ຕາມ​ສິນຄ້າ​ສົ່ງ​ອອກ.  
  • ໜັງສື​ແຈ້ງ​ລາຄາ​ສິນຄ້າ.

​ຂໍ້ມູນ​ເພີ່ມ​ເຕີມ

  • ສອບ​ຖາມ​ລາຍ​ລະອຽ​ດ​ເພີ່ມ​ເຕີມ​ໄດ້ທີ່: ​ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ ​ຄໍ້າປະກັນ ​ໂທ:021-213200 ຕໍ່ 316, 317 ຫຼື 021-254 660

5. ຮຽກເກັບເງິນຕາມເອກະສານການສົ່ງອອກ

ຮຽກເກັບເງິນຕາມເອກະສານການສົ່ງອອກ

ຄຸນລັກສະນະ

  • ​ເປັນ​ບໍລິການທີ່​ອຳນວຍ​ຄວາມ​ສະດວກ​ ​ແລະ ​​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ທ່ານ​ໃນ​ການ​​ໄດ້​ຮັບ​ເງິນຊໍາລະຄ່າ​ສິນຄ້າ ​ແລະ ​ບໍລິການ​ຕ່າງໆຈາກ​ຜູ້​ຊື້​ຢູ່​ຕ່າງປະ​ເທດໂດຍ​ທີ່​ທະນາຄານຈະຮຽກ​ເກັບ​ເງິນຕາ​ມ​ເອກະສານ​ສົ່ງ​ອອກ​ສິນຄ້າ​ດ້ວຍ​ການ​ສົ່ງ​​ເອກະສານ​ຮຽກເກັບ​ເງິນ​ພ້ອມ​ທັງ​ຕິດຕາມ​ການ​ຊໍາ​ເງິນ​ຈາກ​ທະນາຄານ​ຂອງ​ຜູ້​ຊື້​ຢູ່​ຕ່າງປະ​ເທດ.

ຜົນປະໂຫຍດ

ຂອງບໍລິການ:

  • ທະ​ນາຄາ​ນຈະ​ເປັນ​ຕົວ​ແທນ​​ໃນ​ການ​ຮຽກ​ເກັບ​ເງິນ​ຄ່າ​ສິນຄ້າ​ສົ່ງ​ອອກ ​ເຊິ່ງຈະ​ຊ່ວຍ​ຫຼຸດ ພາລະ​ໃນ​ການ​ຕິດຕາມ​ການ​ຊໍາລະ​ເງິນ.    
  • ບໍ່ຈຳເປັນຕ້ອງມີ​ວົງ​ເງິນ​ສິນ​ເຊື່ຶອກັບ​ທະ​ນາ​ຄານ.
  • ທ່ານຈະ​ໄດ້​ຮັບ​ເງິນຊໍາລະຄ່າ​ສິນຄ້າ​ສົ່ງ​ອອກ​ໄດ້​ຢ່າງ​ວ່ອງ​ໄວ.
  • ຜູ້ ​ສົ່ງ​ອອກ​ໝັ້ນ​ໃຈ​​ໃນ​ລະບົບ​ການ​ຮຽກ​ເກັບ​ເງິນ​ທີ່​ທະນາຄານ​​ເປັນ​ຕົວ​ແທນ​ ວ່າ ຜູ້​ຊື້​ຈະ​ບໍ່ ສາມາດ​ຮັບ​ເອກະສານ​ໄປ​ຈາກ​ທະນາຄານ​ຫາກ​ບໍ່​ໄດ້​ຊໍາລະ​ເງິນ​ເຕັມ​ຈໍານວນ​ໃຫ້​ ກັບ​ທະນາ ຄານ​ທີ່​ຮຽກ​ເກັບ​ເງິນ​ເສຍ​ກ່ອນ.

ເງື່ອນໄຂໃນ

ການໃຊ້ບໍລິການ

  • ຜູ້​ສົ່ງ​ອອກ​ຕ້ອງມີ​ໜັງສື​ອະ​ນຸຍາດ​ການ​ສົ່ງ​ອອກ​ສິນຄ້າ​​ໄປ​ຕ່າງປະ​ເທດຖືກຕ້ອງ​ຕາມ​ກົດ ໝາຍ.
  • ປະກອບ​ເອກະສານ ​ແລະ​ຂຽນ​ຟອມຂໍ​ຮຽກ​ເກັບ​ເງິນທີ່​ທາງ​ທະນາຄານ​ກໍານົດໃຫ້.

​ເອກະສານ​ປະກອບ

  • ເອກະສານ​ອື່ນໆ ຕາມ​ທີ່​ຜູ້​ສົ່ງ​ອອກ​ສິນຄ້າ​ກັບ​ຜູ້​ຊື້ໄດ້​ຕົກລົງກັນ​ໄວ້.

​ຂໍ້ມູນ​ເພີ່ມ​ເຕີມ

  • ສອບ​ຖາມ​ລາຍ​ລະອຽ​ດ​ເພີ່ມ​ເຕີມ​ໄດ້​ທີ່: ​ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ​ ຄໍ້າປະກັນ ​ໂທ:021-213200 ຕໍ່ 316, 317 ຫຼື 021-254 660

6. ບໍລິການໂອນເຄຣດິດ

ບໍລິການໂອນເຄຣດິດ

ຄຸນລັກສະນະ

  • ​ເປັນ​ບໍລິການທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ກັບ​ທ່ານສາມາດໂອນໜັງສືສິນເຊື່ອ ເພື່ອເພີ່ມສະພາບຄ່ອງທາງທຸລະ​ກິດໃຫ້ແກ່ທ່ານໄດ້ຢ່າງສະດວກ, ງ່າຍດາຍ ໃຫ້ທ່ານສາມາດໂອນໜັງສືສິນເຊື່ອໃນ​ກໍລະນີ​ທ່ານ​ເປັນ​ຜູ້​ສົ່ງ​ອອກທີ່​ເຮັດ​ໜ້າ​ທີ່​ເປັນ​ພໍ່ຄ້າ​ຄົນ​ກາງ ​ແລະ​ ຕ້ອງການສັ່ງ​ຊື້​ສິນຄ້າຈາກ​ຜູ້​ຜະລິດ​ ທັງ​ພາຍ​ໃນ​ແລະຕ່າງ​ປະ​ເທດ ຫຼື​ທ່ານ​ເປັນ​ຜູ້​ຜະລິດ​ສິນຄ້າ​ເອງ​​ແຕ່​ກໍາລັງ​ການ​ຜະລິດ​ບໍ່​ພຽງພໍ ຫຼື ​ບໍ່​ສາມາດ​ຜະລິດສິນຄ້າ​ໄດ້​ທັນ​ຄວາມ​ຕ້ອງການຈໍາ​ເປັນ​ຕ້ອງ​​ໂອນ​ໃຫ້​ຜູ້​ຜະ​ລິດ​ລາຍ​ອື່ນທີ່​ເປັນພັນທະມິດຂອງທ່ານ​ເພື່ອ​ສົ່ງ​ອອກແທນໂດຍບໍ່ຕ້ອງເຮັດທຸລະກໍາເພື່ອຊໍາລະໜີ້ຄືນໃໝ່

ຜົນປະໂຫຍດ

ຂອງບໍລິການ

  • ຜູ້​ສົ່ງ​ອອກ​ຈ​ະ​ໄດ້​ຮັບ​​ຄວາມ​ສະດວກ​ໃນ​ການ​ເຮັດ​ທຸລະ​ກໍາ​ໃນ​ການ​ສົ່ງ​ອອກ ​ແລະ​ເຮັດ​ໃຫ້​ທ່ານ​ສາມາດ​ດຳ​ເນີນ​ທຸລະ​ກິດ​ໄດ້​ຢ່າງຄ່ອງຕົວ ​ແລະ ​ຕໍ່​ເນື່ອງ.
  • ຜູ້ສົ່ງ​ອອກ ຈະ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ສິນຄ້າ ຈາກ​ຜູ້​ຜະລິດ​ລາຍ​ອື່ນ​ເພື່ອ​ຮັບປະກັນ ສິນຄ້າ​ສົ່ງ​ອອກ​ຂອງ​ທ່ານພຽງພໍ​ໃນ​ການ​ສົ່ງ​ອອກ.
  • ຮັບປະກັນ​ວ່າຜູ້​ຜະລິດສິນຄ້າ​ສົ່ງ​ອອກ (ຜູ້​ຮັບ​ຜົນ​ປະ​ໂຫຍ​ດທີ​ສອງ) ຕ້ອງ​ໄດ້​ຮັບ​ເງິນ​ຄ່າ ສິນຄ້າ​ຂອງ​ຕົນ​ຢ່າງ​ແນ່ນອນ
  • ເປັນ​ການ​ເພີ່​ມ​ໂອກາດ​ທາງ​ການ​ຄ້າ​ໃຫ້​ກັບ​ທ່ານ​ຜູ້​ສົ່ງ​ອອກ ​ໃນ​ກໍລະນີ​ຜູ້​ສົ່ງ​ອອກ​ຜະລິດ ສິນຄ້າ​ໄດ້​ທັນ ຫຼື​ບໍ່​ພຽງພໍ​ກັບ​ຄໍາ​ສັ່ງ​ຊື້.

ເງື່ອນໄຂໃນ

ການໃຊ້ບໍລິການ

  • ຜູ້​ສົ່ງ​ອອກ​ຕ້ອງມີ​ໜັງສື​ອະ​ນຸຍາດ​ການ​ສົ່ງ​ອອກ​ສິນຄ້າ​​ໄປ​ຕ່າງປະ​ເທດຖືກຕ້ອງ​ຕາມ​ກົດ ໝາຍ.
  • ​ຕ້​ອງ​ເປັນ L/C ປະ​ເພ​ດ​ໂອນ​ໄດ້​ໂດຍ​ມີ​ຂໍ້ຄວາມ “Transferable” ລະບຸ​ໃນ L/C ສະ ບັບນັ້ນ.

​ຂໍ້ມູນ​ເພີ່ມ​ເຕີມ

  • ສອບ​ຖາມ​ລາຍ​ລະອຽ​ດ​ເພີ່ມ​ເຕີມ​ໄດ້ທີ່: ​ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ ​ຄໍ້າປະກັນ ​ໂທ:021-213200 ຕໍ່ 316, 317
  • ຫຼື 021-254 660

7. ບໍລິການໂອນສິດທິ ຮັບເງິນຕາມເຄຣດິດ

ບໍລິການໂອນສິດທິ ຮັບເງິນຕາມເຄຣດິດ

ຄຸນລັກສະນະ

  • ທະນາຄານພວກເຮົາໃຫ້ ບໍລິການໃຫ້ທ່ານສາມາດໂອນສິດທິການຮັບເງິນໃນໜັງສືສິນ   ເຊື່ອບາງສ່ວນໃຫ້ລູກຄ້າລາຍໃດກໍ່ໄດ້ ເຊິ່ງຈະເປັນຜູ້ຮັບປະໂຫຍດແທນທ່ານ. ບໍລິການນີ້ຊ່ວຍ ໃຫ້ທ່ານໃຊ້ໜັງສືສິນເຊື່ອຈາກຜູ້ຊື້ຊໍາລະເງິນແກ່ Suppliers ຫຼືໂຮງງານໃນກໍລະນີທີ່ໜັງສືສິນ  ເຊື່ອບໍ່ໄດ້ລະບຸວ່າ “Transferable” ເມື່ອທະນາຄານຮຽກເກັບເງິນຕາມໜັງສືສິນເຊື່ອໄດ້ແລ້ວ ກໍ່ຈະໂອນເຂົ້າບັນຊີຂອງຜູ້ຮັບປະໂຫຍດ ທີ່ທ່ານລະບຸໂດຍກົງ ທ່ານຈຶ່ງສາມາດຊື້ວັດຖຸດິບ ຫຼືສັ່ງຜະລິດສິນຄ້າໄດ້ໂດຍສະດວກ ແລະບໍ່ຕ້ອງຈັດເຮັດທຸລະກໍາເພື່ອຊໍາລະເງິນຄືນໃໝ່.

ຜົນປະໂຫຍດຂອງບໍລິການ

  • ເປັນ​ການ​ເພີ່​ມ​ໂອກາດ​ທາງ​ການ​ຕະຫຼາດ​ໃຫ້​ກັບ​ຜູ້​ສົ່ງ​ອອກ ສາມາດ​ຕິດ​ຕໍ່​ກັບ​ຜູ້​ຜະລິດ ພາຍ​ໃນ​ເພື່ອ​ເຮັດ​ການ​ຜະລິດ​​ແທນ​ໄດ້​ເພື່ອ​ສາມາດ​ສົ່ງ​ສິນຄ້າ​ໄດ້​ຄົບ​ຕາມ ​ຈໍານວນ ​ແລະ​ທັນ​​ເວລາ.
  • ເຮັດ​ໃຫ້​ໝົດ​ບັນຫາ​ໃນ​ການ​ເຮັດ​ສັນຍາ​ໂອນ​ເງິນ ​ແລະ​ຊໍາລະ​ເງິນ​ຄ່າ​ສິນຄ້າ​ໃຫ້​ກັບ​ຜູ້​ຜະ ລິດ​ເພາະ ທາງ​ທະນາຄານ​ຊ່ວຍ​ອໍານວຍ​ຄວາມ​ສະດວກ​ໃຫ້​ຜູ້​ສົ່ງ​ອອກ​ດ້ວຍ​ການ​ໂອນ​ເງິນ ​ໄປ​ຍັງ​ຜູ້​ຜະລິດ​ຖືກຕ້ອງ ​ແລະ​ຄົບ​ຖ້ວນ​ຕາມ​ຄໍາ​ສັ່ງ​ທີ່​ໄດ້​ລະບຸ​ໃນ​ສັນຍາ​ໂອນ​ສິດ​ການ​ຮັບເງິນ.

ເງື່ອນໄຂໃນການໃຊ້ບໍລິການ

  • ຜູ້​ສົ່ງ​ອອກ​ຕ້ອງມີ​ໜັງສື​ອະ​ນຸຍາດ​ການ​ສົ່ງ​ອອກ​ສິນຄ້າ​​ໄປ​ຕ່າງປະ​ເທດຖືກຕ້ອງ​ຕາມ​ກົດ ໝາຍ.
  • ຕ້ອງ​ມີ​ສັນຍາ​​ໂອນ​ສິດ​ການ​ຮັບ​ເງິນ.  
  • ຕ້ອງ​ມີ​ໜັງສື L/C ທີ່​ເປີດ​ມາ​ຈາກ​ຕ່າງປະ​ເທດ.

​ຂໍ້ມູນ​ເພີ່ມ​ເຕີມ

  • ສອບ​ຖາມ​ລາຍ​ລະອຽ​ດ​ເພີ່ມ​ເຕີມ​ໄດ້​ທີ່: ​ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ​ ຄໍ້າປະກັນ ​ໂທ:021-213200 ຕໍ່ 316, 317 ຫຼື 021-254 660