1. ເປີດ LC ຂາເຂົ້າ 

ໜັງສືສິນເຊື່ອ

ຄຸນລັກສະນະ

 

  • ການໃຫ້ບໍລິການເປີດ L/C ເປັນບໍລິການທີ່​ອຳນວຍ​ຄວາມ​ສະດວກ​ ແລະ ສ້າງຄວາມເຊື່ອໝັ້ນໃຫ້​ຜູ້​ນໍາ​​ເຂົ້າ​ສິນຄ້າກັບຜູ້ຂາຍ ດ້ວຍການໃຫ້ທະນາຄານ ຜູ້ທີ່ມີຄວາມເຊື່ອຖືເປັນຜູ້ເຮັດໜ້າທີ່ ໃນການຊໍາລະສະສາງສິນຄ້ານໍາເຂົ້າໃຫ້ກັບຜູ້ຂາຍທີ່ຢູ່ຕ່າງປະເທດແທນຜູ້​ນໍາ​ເຂົ້າ​ສິນຄ້າ. ດັ່ງນັ້ນ, ທ່ານ​ຜູ້ຕ້ອງການນໍາເຂົ້າສິນຄ້າຈາກຕ່າງປະເທດຈື່ງມີຄວາມຈໍາເປັນຕ້ອງເປີດ L/C ກັບທະນາຄານເພື່ອເຮັດໃຫ້ຜູ້ຂາຍທີ່ຢູ່ຕ່າງປະເທດ  ໝັ້ນໃຈວ່າ ຈະໄດ້ຮັບການ​ຊໍາລະຄາ ​ສິນຄ້າຈາກທະນາຄານຢ່າງແນ່ນອນ ແລະ ຜູ້ນໍາເຂົ້າກໍ່ໝັ້ນໃຈໄດ້ວ່າສິນຄ້າທີ່ຕົນນໍາເຂົ້າທະນາຄານຈະຊໍາລະເງິນໃຫ້ຜູ້ຂາຍແນ່ນອນ​ເຊັ່ນ​ກັນ ເມື່ອຜູ້ຂາຍຫາກປະຕີບັດຖືກຕ້ອງຕາມເງື່ອນໄຂທີ່ໄດ້ລະບຸຢູ່ໃນ L/C.
  • ​ດ້ວຍ​ປະສົບ​ການ​ໃນ​ການ​ໃຫ້​ບໍລິການກ່ວາ 20 ປີ, ທຄຕລ ​ເປັນທະນາຄານທີ່​ໄດ້​ຮັບ​ການ​ຍອມຮັບ​ໃນ​ຖານະເປັນ​ສື່​ກາງການ​ຊໍາລະ​​ເງິນ​ຈາກ​ສະຖາ​ບັນ​ການ​ເງິນ​ທົ່ວ​ໂລກ, ​ທ່ານຈະ​ໝັ້ນ​ໃ​ຈ​ໄດ້​ວ່າການ​ຊໍາລະ​ເງິນ​ຄ່າ​ສິນຄ້າ​ສົ່ງ​ເຖິງ​ຄູ່​ຄ້າ​ຂອງ​ທ່ານ​ຢ່າງແນ່ນອນ ແລະ ຈະ​ໄດ້​ຮັບ​ຄວາມ​ສະດວກ ​ແລະ ​ວ່ອງ​ໄວ. ທ່ານ​ສາມາດ​ໃຊ້​ບໍລິການເປີດ​ໜັງສື​ສິນ​ເຊື່ອ​ໄດ້​ທີ່ ​ສໍານັກງານໃຫຍ່ ​ຂອງ ແລະ ທຸກສາຂາ ຂອງ ທຄຕລ ໃນທົ່ວ​ປະ​ເທດ.

ຜົນປະໂຫຍດ

ຂອງບໍລິການ

 

  • ຜູ້ນໍາເຂົ້າຈະໄດ້ຮັບຄວາມເຊື່ອຖື ແລະ ໝັ້ນໃຈກັບຜູ້ຂາຍທີ່ຢູ່ຕ່າງປະເທດ ໃນການຊໍາລະຄ່າສິນຄ້າຖືກຕ້ອງຕາມກຳນົດເວລາ.
  • ຜູ້ນໍາເຂົ້າໝັ້ນໃຈ ແລະຫາຍກັງວົນວ່າໄດ້ຈ່າຍເງິນໃຫ້ກັບຜູ້ຂາຍທີ່ປະຕິບັດຖືກຕ້ອງຕາມ ເງື່ອນໄຂຕ່າງໆ ໃນ L/C.
  • ປະຢັດເວລາ, ຄ່າໃຊ້ຈ່າຍ ແລະຄວາມສ່ຽງໃນການເຮັດໜ້າທີ່ຊໍາລະຄ່າສິນຄ້າທີ່ນໍາເຂົ້າ ດ້ວຍຕົນເອງ.
  • ຜູ້ນໍາເຂົ້າສາມາດຂໍວົງເງິນສິນເຊື່ອກັບທະນາຄານໄດ້, ເມື່ອທ່ານມີເງິນທຶນໝູນວຽນບໍ່ພຽງພໍເພື່ອຊໍາລະສິນຄ້ານໍາເຂົ້າ.
  • ການ​ຂໍ​ເປີດ L/C ກັບ​ ທະນາຄານ​ສະດວກ, ວ່ອງ​ໄວ ​ແລະ​ ງ່າຍດາຍ.
  • ທະນາຄານ​ຈະ​ເປັນ​ຜູ້​ກວດກາ​ຄວາມ​ຖືກຕ້ອງ​ຂອງ​​ເອກະສານ​ໃຫ້​ກັບ​ທ່ານ.

ເງື່ອນໄຂໃນ

ການໃຊ້ບໍລິການ

 

  • ຜູ້​ນໍາ​ເຂົ້າ​ຕ້ອງມີ​ໜັງສື​ອະ​ນຸຍາດ​ການ​ນໍາ​ເຂົ້າ​ສິນຄ້າ​ຈາກ​ຕ່າງປະ​ເທດຖືກຕ້ອງ​ຕາມ​ກົດ ໝາຍ.
  • ຖ້າຜູ້​ນໍາ​ເຂົ້າບໍ່​ມີ​ເງິນ​ພຽງພໍ​ໃນ​ການ​ຊໍາລະ​ສິນຄ້າທ່ານ​ສາມາດ​ຂໍ​ວົງ​ເງິນ​ສິນ​ເຊື່ອ​ກັບ​ທະນາຄາ​ນເພື່ອ​ເປີດ L/C ​ໃນ​ການ​ນໍາ​ເຂົ້າ​ສິນຄ້າ.
  • ປະກອບ​ເອກະສານ ​ແລະ​ຂຽນ​ຟອມຂໍ​ເປີດ L/C ກັບ​ທະນາຄານ.

​ເອກະສານ​ປະກອບ

 

  • ຜູ້​ນໍາ​ເຂົ້າ​ຕ້ອງມີ​ໜັງສື​ສັນຍາ​ການ​ຊື້-​ຂາຍ ຫຼື ໜັງສື​ເກັບ​ກໍາສິນ​ຄ້າ (invoice).
  • ປະກອບ​ແບບ​ຟອມຕ່າງໆ​ທີ່​ທາງ​ທະນາຄານ​​ໄດ້​ກໍານົດ​ໃຫ້.  

​ຂໍ້ມູນ​ເພີ່ມ​ເຕີມ

  • ​ສອບ​ຖາມ​ລາຍ​ລະອຽດ​ເພີ່ມ​ເຕີມ​ໄດ້​ທີ່​ ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ ຄໍ້າປະກັນ ໂທ: 021-213200 ຕໍ່ 316, 317

2. ບໍລິການອອກໜັງສືຄ້ຳປະກັນ ສິນຄ້າອອກສາງ

ບໍລິການອອກໜັງສືຄ້ຳປະກັນ ສິນຄ້າອອກສາງ

ຄຸນລັກສະນະ

 

  • ທ່ານ​ສາມາດ​ນໍາ​ສິນຄ້າ​ອອກ​ຈາກ​ທ່າ​ເຮືອ ​ໄດ້​ທັນທີ​ທີ່​ເດີນທາງ​ມາ​ເຖິງ ​​ໂດຍ​ບໍ່​ຕ້ອງ​ລໍ ຖ້າ​ເອກະສານຕົ້ນ​ສະບັບ​ຂອງ​ຜູ້​ຂາຍ​ສິນຄ້າມາ​ເຖິງ ດ້ວຍ​ການ​ບໍລິການ​ອອກໜັງສື​ຄ້ຳປະກັນ ການອອກ​ສິນຄ້າ​ທາງ​ເຮືອຂອງ​ທະນາຄານ​ການຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ທີ່​ໄດ້​ຮັບ​ຄວາມ​ເຊື່ອ​ຖື ຈາກ​ບໍລິສັດ​ຂົນ​ສົ່ງ​ສິນຄ້າ​ທາງ​ເຮືອ​ຊັ້ນນໍາ​ທົ່ວໂລກ ຈະຊ່ວຍ​ໃຫ້​ທ່ານ​ຮັບ​ສິນຄ້າ​ໄດ້​ຢ່າງ​ສະດວກ ວ່ອງ​ໄວ ປະຢັດ​ທັງ​ເງິນ​ ແລະ​ເວລາ

ຜົນປະໂຫຍດ

ຂອງບໍລິການ

 

  • ຜູ້ ​ນໍາ​ເຂົ້າ​ສາມາດ​ຮັບ​ສິນຄ້າ​ໄດ້​ໄວ, ທັນ​ກັບ​ຄວາມ​ຕ້ອງການ​ເຮັດ​ໃຫ້​ທ່ານ​ສາມາດ ຈໍາ ໜ່າຍ​ສິນຄ້າ​ໄດ້​ທັນ​ເວລາ ​ໂດຍ​ທີ່​ບໍ່​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ອື່ນໆ​ເພີ່ມ​ເຕີມ​ເຊັ່ນ: ຄ່າ​ສາງ​ເກັບ ຮັກ​ສາ​ສິນຄ້າ ​ແລະ​ອື່ນໆ.
  • ເສີມ​ສະພາບ​ຄ່ອງໃຫ້​ກັບ​ທຸລະ​ກິດ​ຂອງ​ທ່ານ ​ເພາະ​ການ​ທີ່​ໄດ້​ຮັບ​ສິນຄ້າ​ນໍາ​ເຂົ້າ​ໄວ​ນັ້ນ ​ເຮັດ​ໃຫ້​ທ່ານ​ສາມາດ​ນໍາ​ສິນຄ້າ​ໄປ​ຈໍາໜ່າຍ​ໄດ້​ໄວ​ຂຶ້ນ ຈຶ່ງ​ໄດ້​ຮັບ​ເງິນ​ຄ່າ​ສິນຄ້າ​ໄວ​ຂຶ້ນ.

ເງື່ອນໄຂການໃຊ້ບໍລິການ

  • ຜູ້​ນໍາ​ເຂົ້າ​ຕ້ອງມີ​ໜັງສື​ອະ​ນຸຍາດ​ການ​ນໍາ​ເຂົ້າ​ສິນຄ້າ​ຈາກ​ຕ່າງປະ​ເທດຖືກຕ້ອງ​ຕາມ​ກົດໝາຍ.

​ເອກະສານ​ປະກອບ

 

  • ​ໃບ​ຄໍາ​ຮ້ອງ​​ຂໍ​ອອກ​ໜັງສື​ຄ້ຳປະກັນ​ສິນຄ້າອອກສາງ.
  • ໜັງສື​ຄ້ຳປະກັນ​ການ​ອອກ​ສິນຄ້າ​ຂອງ​ບໍລິສັດ​ຜູ້​ຂົນ​ສົ່ງ.
  • ສໍາ​ເນົາ​ໜັງສື​ສົ່ງ​ສິນຄ້າ​ທາງ​ເຮືອ.
  • ສໍາ​ເນົາ​​ Invoice.  

​ຂໍ້ມູນ​ເພີ່ມ​ເຕີມ

  • ​ທ່ານ ສາມາດໂທສອບ​ຖາມ​ລາຍ​ລະອຽດ​ເພີ່ມ​ເຕີມ​ໄດ້​ທີ່​ ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ ຄໍ້າປະກັນ ໂທ: 021-213200 ຕໍ່ 316, 317 ຫຼື 021-254 660

3. ຊໍາລະເອກະສານຮຽກເກັບເງິນຕາມສິນຄ້ານໍາເຂົ້າ

ຊໍາລະເອກະສານຮຽກເກັບເງິນຕາມສິນຄ້ານໍາເຂົ້າ

ຄຸນລັກສະນະ

 

  • ເປັນ​ທາງ​ເລືອກ​ໜຶ່ງທີ່​ຜູ້ນໍາ​ເຂົ້າ​ສິນຄ້າ​ໃຊ້​ບໍລິການ​ໃນ​ການ​ຊໍາລະຄາ​ສິນຄ້າ ​ແລະ​ບໍລິການ​ ຕ່າງໆຜ່ານ​ທາງ​ທະນາຄານ. ​ເຊິ່ງຜູ້​ນໍາ​ເຂົ້າກັບຜູ້​ຂາຍ​​ເຄີຍ​ຊື້​ຂາຍ ​ແລະ​ມີຄວາມ​ເຊື່​ອຖື​ເຊິ່ງກັນ ​ແລະ​ກັນ​ແລ້ວ​ໄດ້​ຕົກລົງຊື້-ຂາຍ​ສິນຄ້າ​ ໂດຍ​​ໃຊ້​ວິທີ​ການ​ຊໍາລະ​ເງິນ​ດ້ວຍ​ວິທີ​ຮຽກ​ເກັບ​ເງິນຕາ​ມ ສິນຄ້າ​ນໍາ​ເຂົ້າ. ​ເມື່ອຜູ້​ຂາຍ​ສົ່ງ​ສິນຄ້າ​ຮຽບຮ້ອຍ​ແລ້ວຈະ​ສົ່ງ​​ເອກະສານ​ຜ່ານ​ທະນາຄານ​ຜູ້ ​ຂາຍ​ ​ເພື່ອ​ໄປ​ຮຽກ​ເກັບ​ເງິນ​ຈາກ​ຜູ້ນໍາ​ເຂົ້າ​ສິນຄ້າ​ຜ່ານ​ທະນາຄານ​ຜູ້ນໍາ​ເຂົ້າ.

ຜົນປະໂຫຍດ

ຂອງບໍລິການ

 

  • ຜູ້ນໍາເຂົ້າສາມາດກວດກາຄວາມ​ຖືກຕ້ອງ​ຂອງສິນຄ້ານໍາເຂົ້າໄດ້ກ່ອນການ​ຊໍາລະ​ເງິນ​ຄ່າ ສິນຄ້າ.
  • ຂັ້ນຕອນ ​ແລະ​ຄ່າ​ໃຊ້​ຈ່າຍ​ຖືກ​ກ່ວາ​ການ​ເປີດ L/C .
  • ຜູ້​ນໍາ​ເຂົ້າ​ຍັງ​ບໍ່​ທັນ​ໄດ້​ຊໍາລະ​ເງິນ​ທັນທີ​ ​​ແຕ່​ສາມາດ​ກວດກາ​ຄວາມ​ຖືກຕ້ອງເມື່ອ​ສິນຄ້າ ​ໄດ້​ມາ​​ເຖິງ.
  • ບໍ່​ຈໍາ​ເປັນ​ຂໍ​ວົງ​ເງິນ​ສິນ​ເຊື່ອ​ກັບ​ທະ​ນາຄາ​ນ.

ເງື່ອນໄຂໃນ

ການໃຊ້ບໍລິການ

  • ກໍລະນີ ​ຜູ້​ນໍາ​ເຂົ້າ​ເປັນ​ລູກ​ຄ້າ​ຂອງ​ທະ​ນາ​ຄານ, ທາງ​ທະນາຄານ​ຈະ​ແຈ້ງ​​ໃຫ້​ຜູ້​ນໍາ​ເຂົ້າ​ມາ ຊໍາລະ​ເງິນ ຫຼື​ຢືນຢັນ​ຮັບຮອງ​ ເມື​່ອທາງ​ທະນາຄານ​ໄດ້​ຮັບ​ເອກະສານ​ຮຽກ​ເກັບ​ຈາກ​ທະນາ ຄານຜູ້​ຂາຍ.
  • ກໍລະນີ​ຜູ້​ນໍາ​ເຂົ້າ​ບໍ່​ມີ​ບັນຊີ​ກັບ​ທະນາຄານ, ທະນາຄານ​ຈະ​ສົ່ງ​​ເອກະສານ​ໄປ​ຍັງ​ທະ​ນາ ຄາ​ນຜູ້​ຊື້​ມີ​ບັນຊີ​.

​ຂໍ້ມູນ​ເພີ່ມ​ເຕີມ

  • ​ທ່ານ ສາມາດໂທສອບ​ຖາມ​ລາຍ​ລະອຽດ​ເພີ່ມ​ເຕີມ​ໄດ້​ທີ່​ ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ ຄໍ້າປະກັນ ໂທ: 021-213200 ຕໍ່ 316, 317 ຫຼື 021-254 660

4. ບໍລິການສິນເຊື່ອເພື່ອນໍາເຂົ້າສິນຄ້າ

ບໍລິການສິນເຊື່ອເພື່ອນໍາເຂົ້າສິນຄ້າ

ຄຸນລັກສະນະ

 

  • ທະ​ນາຄາ​ນການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ຊ່ວຍ​ເສີມ​ສະພາບ​ຄ່ອງທາງ​ການ​ເງິນ ​ໃຫ້​ກັບ​ທຸ ລະ​ກິດຂອງ​ທ່ານ ​ໃນ​ກໍ​ລະ​ນີທີ່​ຜູ້​ນໍາ​ເຂົ້າຂາ​ດສະພາບ​ຄ່ອງ ບໍ່​ສາມາດ​ຊໍາລະ​ເງິນຕາ​ມໜັງສື ຮຽກ​ເກັບ​ໄດ້ ​ແລະ​ມີ​ຄວາມ​ຈໍາ​ເປັນ​ຕ້ອງ​ນໍາ​ສິນຄ້າ​ອອກ​ກ່ອນ ​​​ທາງ​ທະນາຄານ​ຈະ​ໃຫ້​ບໍລິການ​ ສິນ​ເຊື່ອ​ທີ່ອໍານວຍ​ຄວາມ​ສະດວກ​ໃຫ້​ຜູ້​ນໍາ​ເຂົ້າຮັບ​ສິນຄ້າ​ນໍາ​ເຂົ້າ​ໄດ້ ​ທັນທີ ​ເມື່ອ​ສິນຄ້າ​ມາ​ເຖິງ​ທ່າ​ເຮືອ​ ​ເພື່ອນໍາ​ສິນຄ້າ​ໄປ​ຜະລິດ ຫຼື​ຈໍາໜ່າຍ​ໄດ້​ກ່ອນ​ນໍາ​ເງິນ​ມາ​ຊໍາລະ​ຄືນ​ທະນາຄາ​ນ​ໃນ​ພາຍຫຼັງ ​ດ້ວຍ​ເຄຣດິດສູງ​ເຖິງ 180 ວັນ.  

ຜົນປະໂຫຍດ

ຂອງບໍລິການ

 

  • ຜູ້​ນໍາ​ເຂົ້າ​​ໄດ້​ຮັບ​ເງິນ​ທຶນ​ໝູນວຽນ​ເພື່ອ​ສາມາດ​ຊໍາລະ​ໃຫ້​ແກ່​ຜູ້​ຂາຍ​ສິນຄ້າ.
  • ສາມາ​ຜ່ອນ​ຊໍາລະ​ກັບ​ທະນາຄານ​ຕາມ​ເງື່ອນ​ໄຂ​ທີ່​ໄດ້​ຕົກລົງ​ກັນ.
  • ສາມາດ​ຮັບ​ສິນຄ້າ ​ເພື່ອ​ໄປ​ຜະລິດ ຫຼືຈໍາໜ່າຍ ​ໄດ້​ກ່ອນ.

ເງື່ອນໄຂໃນ

ການໃຊ້ບໍລິການ

  • ຜູ້​ນໍາ​ເຂົ້າ​ຕ້ອງມີ​ໜັງສື​ອະ​ນຸຍາດ​ການ​ນໍາ​ເຂົ້າ​ສິນຄ້າ​ຈາກ​ຕ່າງປະ​ເທດຖືກຕ້ອງ​ຕາມ​ກົດ ໝາຍ.

ເອກະສານ​ປະກອບ

 

  • ໃບ​ຄໍາ​ຮ້ອງ​ຂໍ​ສິນ​ເຊື່ອ​ເພື່ອ​ການ​ຊໍາລະ​ຄ່າ​ສິນຄ້າ.
  • ເອກະສານ​ຮຽກ​ເກັບຕາມ​ສິນຄ້າ​ນໍາ​ເຂົ້າ (Import Bill for Collection).

​ຂໍ້ມູນ​ເພີ່ມ​ເຕີມ

  • ສອບ​ຖາມ​ລາຍ​ລະອຽ​ດ​ເພີ່ມ​ເຕີມ​ໄດ້​ສາມາດ​ສອບ​ຖາມທີ່: ​ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ ​ຄໍ້າປະກັນ ​ໂທ:021-213200 ຕໍ່ 316, 317 ຫຼື 021-254 660

5. ໂອນຊໍາລະຄ່າສິນຄ້ານໍາເຂົ້າ

ໂອນຊໍາລະຄ່າສິນຄ້ານໍາເຂົ້າ

ຄຸນລັກສະນະ

 

  • ເປັນ ​ທາງ​ເລືອກ​ທີ່​ຜູ້​ນໍາ​ເຂົ້າ ​ແລະ​ຜູ້​ຂາຍ​ທີ່​ໄດ້​​ຊື້​-ຂາຍນໍາ​ກັນ​ຫຼາຍ​ຄັ້ງມີ​ຄວາມ​ເຊື່ອ​ໝັ້ນ ​ເຊິ່ງກັນ ​ແລະ​ກັນ​ໄດ້ຕົກລົງ​ນໍາ​ກັນວ່າ​ຈະ​ຊໍາລະ​ເງິນໃຫ້​ກ່ອນ ຫຼື ​ຫຼັງ​ການ​ສົ່ງ​ເຄື່ອງ​ໂດຍ​ບໍ່​ຈໍາ ​ເປັນ​ຕ້ອງ​ເປີດ L/C ຫຼື ສົ່ົງ​ເອກະສານ​ຮຽກ​ເກັບ​ຜ່ານ​ທາງທະນາຄານ ​ແຕ່​ຜູ້​ນໍາ​ເຂົ້າ​ຈະ​ໃຫ້​ທະ ນາຄາ​ນ​ໂອນ​ເງິນ​ຄ່າ​ສິນຄ້າ​ໃຫ້​ກັບ​ຜູ້​ຊື້​ດ້ວຍ​ການ​ແຈ້ງ​​ເລກ​ບັນຊີ ​ແລະ​ທະນາຄານ​ຜູ້​ຂາຍ​ໃຫ້​ກັບ ທະນາຄານ​.

ຜົນປະໂຫຍດ

ຂອງບໍລິການ

 

  • ປະຢັດເວລາ, ຄ່າໃຊ້ຈ່າຍ​ໃນ​ການ​ຊໍາລະ​ຄ່າ​ສິນຄ້າ​ຕໍ່າ, ຂັ້ນ​ຕອນ​ກະທັດ​ຮັດ, ບໍ່​ຫຍຸ້ງຍາກ.
  • ສາມາດ​ຍື່ນ​ເອກະສານ​ຂໍ​ໂອນ​ໄດ້​ທຸກ​ສາຂາ​ຂອງ​ທະ​ນາຄາ​ນ.
  • ຜູ້​ນໍາ​ເຂົ້າ​ເປັນ​ຜູ້​ເຮັດ​ໜ້າ​ທີ່​ໃນ​ການ​ຊໍາລະ​ສະ​ສາງ​ດ້ວຍຕົນ​ເອງ.

ເງື່ອນໄຂໃນ

ການໃຊ້ບໍລິການ

  • ຜູ້​ນໍາ​ເຂົ້າ​ຕ້ອງມີ​ໜັງສື​ອະ​ນຸຍາດ​ການ​ນໍາ​ເຂົ້າ​ສິນຄ້າ​ຈາກ​ຕ່າງປະ​ເທດຖືກຕ້ອງ​ຕາມ​ກົດໝາຍ.
  • ຖ້າຜູ້​ນໍາ​ເຂົ້າບໍ່​ມີ​ເງິນ​ພຽງພໍ​ໃນ​ການ​ຊໍາລະ​ສິນຄ້າ ທ່ານ​ສາມາດ​ຂໍ​ວົງ​ເງິນ​ສິນ​ເຊື່ອ​ກັບ​ທະ​ນາຄາ​ນ ​ເພື່ອ​ເປີດ L/C ​ໃນ​ການ​ນໍາ​ເຂົ້າ​ສິນຄ້າ.
  • ປະກອບ​ເອກະສານ ​ແລະ​ຂຽນ​ຟອມຂໍ​ເປີດ L/C ກັບ​ທະນາຄານ.

​ຂໍ້ມູນ​ເພີ່ມ​ເຕີມ

  • ສອບ​ຖາມ​ລາຍ​ລະອຽ​ດ​ເພີ່ມ​ເຕີມ​ໄດ້​ທີ່: ​ຂະ​ແໜງ​ໜັງສື​ສິນ​ເຊື່​ອ ແລະ ​ຄໍ້າປະກັນ ​ໂທ:021-213200 ຕໍ່ 316, 317 ຫຼື 021-254 660