dddddddd

#ບໍລິການຖອນເງິນດ່ວນແບບອອນລາຍ FastTrack, ຟັງຊັ້ນ FastCash
#ຖອນເງິນດ່ວນຈໍານວນຫຼາຍ ງ່າຍທັນໃຈ ໄວກວ່າເກົ່າ
---------------------------------
✔️ບໍ່ຕ້ອງຖ້າຄິວດົນ
✔️ບໍ່ຕ້ອງຂຽນຟອມໃບຖອນທີ່ທະນາຄານຮູບແບບເດີມໆອີກຕໍ່ໄປ
✔️ມີປ່ອງຄິວອອນລາຍສະເພາະ
✔️ການຖອນເງິນຈະໄວຂຶ້ນບໍ່ຕ້ອງເສຍເວລາ
✔️ພຽງດໍາເນີນການຜ່ານ BCELOne ແລ້ວປະຕິບັດຕາມຂັ້ນຕອນດັ່ງນີ້:

1. ລ໋ອກອິນເຂົ້າ BCELOne ກົດເຂົ້າໄປທີ່ Icon FastTrack (ຟາສແທັກຄ໌) ເລືອກ ການຖອນເງິນດ່ວນ ຟັງຊັ້ນ FastCash
2. ກົດສ້າງຟອມຖອນເງິນ ເຊິ່ງໄດ້ທັງ 3 ສະກຸນເງິນ (ກີບ,ບາດ,ໂດລາ)
3. ລະບຸຈໍານວນເງິນທີ່ຈະຖອນ
4. ລະບຸຈຸດປະສົງການຖອນເງິນ
5. ສາມາດໄປຮັບດ້ວຍຕົວເອງ ຫຼື ໃຫ້ຄົນອື່ນໄປຮັບແທນກໍໄດ້ (ພຽງແຕ່ລະບຸຊື່ຜູ້ທີ່ຈະໄປຮັບແທນ)
6. ເລືອກສະຖານທີ່ສາຂາ ຫຼື ໜ່ວຍບໍລິການ ທຄຕລ ເພື່ອຮັບເງິນຈຸດທີ່ໄກ້ທ່ານ
7. ຈາກນັ້ນ; ກົດຢືນຢັນ, ລະບົບຈະສະແດງລາຍລະອຽດສະຖານທີ່, ໝາຍເລກ ແລະ ລະຫັດຮັບເງິນຂອງທ່ານ
8. ແລ້ວທ່ານຈະໄດ້ຮັບແຈ້ງເຕືອນຜ່ານ BCELOne ໃຫ້ໄປຮັບເງິນ
9. ເມື່ອທ່ານຮອດສະຖານທີ່ຮັບເງິນແລ້ວ ສາມາດກົດຈອງຄິວໃນໜ້າໃບຖອນ ຢູ່ BCELOne ໄດ້ເລີຍ
10. ຫຼັງຈາກນັ້ນ; ສະແດງຂໍ້ມູນໃບຖອນເງິນໃນ BCELOne ແລະ ບັດປະຈໍາຕົວ ຫຼື ພາດສະປອດ ຫຼື ສໍາມະໂນຄົວ ເພື່ອຢັ້ງຢືນຕົວຕົນ ໃຫ້ພະນັກງານດໍາເນີນການ.

ພຽງເທົ່ານີ້ການຖອນເງິນກໍ່ໄວຂຶ້ນບໍ່ຕ້ອງລໍຄິວດົນໃຫ້ເສຍເວລາອີກຕໍ່ໄປ

#ຖອນເງິນດ່ວນຈໍານວນຫຼາຍ #ງ່າຍທັນໃຈ...ໄວກວ່າເກົ່າ
-------------------------------------
#ວິທີສະໝັກແອັບ BCEL One:

📲#Download_BCELOne ຈາກ AppStore ຫຼື PlayStore ປ້ອນຂໍ້ມູນເບີໂທ ແລະ ປະຕິບັດຕາມຂັ້້ນຕອນເພື່ອລົງທະບຽນນຳໃຊ້ ຫຼັງຈາກປະຕິບັດສຳເລັດແລ້ວ ກໍ່ສາມາດນໍາໃຊ້ ແອັບ BCEL One ໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງເຂົ້າມາທະນາຄານ.

#BCELOne #FastTrack #Function_FastCash
-----------------------------
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
ທັນສະໄໝ ວ່ອງໄວ ໝັ້ນໃຈ
👉 ສອບຖາມຂໍ້ມູນເພີ່ມຕື່ມ:
📞 1555
🇫 BCEL Bank
IG: BCEL Bank
🌐www.bcel.com.la